ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃນສັງກາດໃໝ່
ເຂົ້າຮ່ວມພາຍໃດພິທີ, ທາງຝ່າຍເວເນຊູເອລາ ມີບັນດາກຳມະການກົມການເມືອງ ພັກສັງຄົມນິຍົມເອກະພາບ (PSUV): ທ່ານ Pedro Infante, ຮອງປະທານສະພາແຫ່ງຊາດຜູ້ທີໜຶ່ງ; ນາຍພົນເຮືອເອກ Carmen Menéndez, ເຈົ້າຄອງນະຄອນຫຼວງກາຣາກັດ; ທ່ານນາງ Grecia Colmenares, ຮອງປະທານສະພາແຫ່ງຊາດຜູ້ທີສອງ ຂອງເວເນຊູເອລາ ພ້ອມດ້ວຍຕົວແທນຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນຊາວນະຄອນຫຼວງກາຣາກັດ ຢ່າງຫຼວງຫຼາຍ.
ພາຍໃດບັນຍາກາດອັນສະຫງ່າຜ່າເຜີຍ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວ່າຍ ຈຸງ ແລະ ບັນດາສະຫາຍການນຳພັກ, ລັດ ແລະ ສະພາແຫ່ງຊາດ ເວເນຊູເອລາ ໄດ້ວາງພວງມາລາ ທີ່ຈາລຶກຕົວອັກສອນ "ຈົດຈຳບຸນຄຸນ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຕະຫຼອດກາລະນານ", ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບຜູ້ນຳອັນແສນເຄົາລົບຮັກ ຂອງປະຊາຊົນຫວຽດນາມ, ວີລະບູລຸດແຫ່ງການປົດປ່ອຍຊາດ, ນັກວັດທະນະທຳດີເດັ່ນ.
ກ່າວປາໄສຢູ່ພາຍໃດພິທີ, ທ່ານກຳມະການກົມການເມືອງ, ລັດຖະມົນຕີ ເລຮວ່າຍຈຸງ ໄດ້ຫວນຄືນດ້ວຍຄວາມຕື້ນຕັນໃຈ ກ່ຽວກັບບັນດາຂີດໝາຍສຳຄັນ ພາຍໃດຊີວິດການເຄື່ອນໄຫວປະຕິວັດ ຂອງປະທານ ໂຮ່ຈີມິນ. ທ່ານລັດຖະມົນຕີ ໄດ້ເນັ້ນຢ້ຳວ່າ, ມໍລະດົກທາງດ້ານແນວຄິດອັນຍິ່ງໃຫຍ່ ທີ່ເພິ່ນໄດ້ປະໄວ້ໃຫ້ແກ່ພັກ ແລະ ປະຊາຊົນຫວຽດນາມ ແມ່ນເຂັມທິດຊີ້ທາງໃຫ້ແກ່ທຸກໆໄຊຊະນະ ຂອງການປະຕິວັດຫວຽດນາມ.
ເປັນພິເສດ, ທ່ານລັດຖະມົນຕີ ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນ ເຖິງແນວຄິດຂອງປະທານ ໂຮ່ຈີມິນ ກ່ຽວກັບນ້ຳໃຈ "ສາມັກຄີ, ສາມັກຄີ, ມະຫາສາມັກຄີ. ຜົນສຳເລັດ, ຜົນສຳເລັດ, ມະຫາຜົນສຳເລັດ" - ເຊິ່ງບໍ່ພຽງແຕ່ແມ່ນກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ ເທົ່ານັ້ນ, ແຕ່ຍັງແມ່ນຮາກຖານຂອງຄວາມສາມັກຄີສາກົນອັນໃສແຈ້ງ ອີກດ້ວຍ. ທ່ານລັດຖະມົນຕີ ຢັ້ງຢືນວ່າ, ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາ ໃຫ້ແກ່ຄຸນຄ່າຂອງແນວຄິດດັ່ງກ່າວ ພາຍໃດຍຸກສະໄໝປັດຈຸບັນ.
![]() |
| ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ (ເວເນຊູເອລາ). (ພາບ: ບ໋າວຈີ) |
ທາງຝ່າຍຕົນ, ຕາງໜ້າໃຫ້ແກ່ການນຳພັກ, ລັດ, ສະພາແຫ່ງຊາດ ເວເນຊູເອລາ, ທ່ານກຳມະການກົມການເມືອງພັກ PSUV, ຮອງປະທານສະພາແຫ່ງຊາດຜູ້ທີໜຶ່ງ Pedro Infante ໄດ້ມີບົດກ່າວປາໄສຢ່າງເລິກເຊິ່ງ ເພື່ອສະດຸດີຊີວິດ, ພາລະກິດ ແລະ ແນວຄິດອັນຍິ່ງໃຫຍ່ ຂອງປະທານ ໂຮ່ຈີມິນ; ທັງເນັ້ນຢ້ຳວ່າ, ແບບຢ່າງແຫ່ງການເສຍສະຫຼະອຸທິດຕົນຕະຫຼອດຊີວິດ ເພື່ອເອກະລາດ, ເສລີພາບ ຂອງປະທານ ໂຮ່ຈີມິນ ຍາມໃດກໍແມ່ນແຫຼ່ງບັນດານໃຈອັນຍິ່ງໃຫຍ່ ໃຫ້ແກ່ບັນດາປະຊາຊາດທີ່ຮັກຫອມສັນຕິພາບໃນທົ່ວໂລກ, ຢູ່ພາຍໃດນັ້ນມີປະຊາຊົນເວເນຊູເອລາ.
ສະຫາຍ Pedro Infante ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງເລິກເຊິ່ງ ຕໍ່ກັບບົດບາດການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ພາຍໃດການຕໍ່ສູ້ກູ້ຊາດ, ປົດປ່ອຍຊາດໃນເມື່ອກ່ອນ, ກໍຄືພາຍໃດພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.
ໂດຍຕີລາຄາສູງຕໍ່ກັບບັນດາໝາກຜົນອັນໃຫຍ່ຫຼວງ ພາຍໃດພາລະກິດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດຜູ້ທີໜຶ່ງ ເວເນຊູເອລາ ຢັ້ງຢືນວ່າ, ທຸກໆໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດຫວຽດນາມ ລ້ວນແຕ່ມີຮາກຖານມາຈາກແນວທາງອັນຖືກຕ້ອງ, ການນຳພາອັນສະຫຼາດສ່ອງໃສ, ປີຊາສາມາດ ຂອງພັກກອມມູນິດຫວຽດນາມ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່.
ສະຫາຍ Pedro Infante ໃຫ້ຮູ້ວ່າ, ພາຍໃດພາລະກິດແຫ່ງການປົກປັກຮັກສາເອກະລາດ ແລະ ພັດທະນາປະເທດຊາດໃນປັດຈຸບັນ ຂອງເວເນຊູເອລາ, ພາບພົດຂອງປະທານ ໂຮ່ຈີມິນ ແມ່ນຍາມໃດກໍສະຖິດຢູ່ພາຍໃດດວງໃຈຂອງສະມາຊິກພັກ PSUV ແຕ່ລະສະຫາຍ ແລະ ປະຊາຊົນເວເນຊູເອລາ; ຫວຽດນາມ - ໂຮ່ຈີມິນ, ຍາມໃດກໍແມ່ນແບບຢ່າງໃຫ້ແກ່ພາລະກິດການປະຕິວັດຂອງຕົນເອງ.
ບົນພື້ນຖານດັ່ງກ່າວ, ສະຫາຍໄດ້ຢັ້ງຢືນເຖິງຄວາມມຸ່ງມາດປາດຖະໜາທີ່ຈະສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ເວເນຊູເອລາ ໃຫ້ເຂົ້າສູ່ລວງເລິກຕື່ມອີກ ພາຍໃດທຸກໆຂົງເຂດ.
ຢູ່ພາຍໃດພິທີ, ປະຊາຊົນຊາວ Caracas ຢ່າງຫຼວງຫຼາຍ, ພ້ອມດ້ວຍຕົວແທນຈາກບັນດາພັກການເມືອງພາຍໃດພັນທະມິດກຳອຳນາດ ແມ່ນບໍ່ສາມາດຊ້ອນຄວາມຕື້ນຕັນໃຈໄດ້ ເມື່ອໄດ້ຮັບຟັງບັນດາບົດເພງທີ່ມີຊື່ສຽງ ສະດຸດີປະທານ ໂຮ່ຈີມິນ ທີ່ແຕ່ງໂດຍທ່ານ Ali Primera - ນັກປະຕິວັດ, ສິລະປິນປະຊາຊົນເວເນຊູເອລາ, ເຊິ່ງໄດ້ຮັບການຂັບຮ້ອງ ແລະ ສະແດງໂດຍທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ທັງເປັນສະມາຊິກສະພາແຫ່ງຊາດ, ສິລະປິນ ອາລີ ອາເລຮານໂດຣ (Ali Alejandro - ເຊິ່ງແມ່ນຫຼານຊາຍ ຂອງສິລະປິນ ອາລີ ປຣີເມຣາ ຜູ້ລ່ວງລັບ).
![]() |
| ພິທີວາງຊໍ່ດອກໄມ້ສະດຸດີ ວີລະບູລຸດແຫ່ງການປົດປ່ອຍຊາດ Simón Bolívar ຢູ່ທີ່ຫໍວິທານແຫ່ງຊາດ Panteón. |
ພາຍໃດວັນດຽວກັນ, ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍມີທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ເປັນຜູ້ນຳໜ້າ ໄດ້ເດີນທາງໄປວາງພວງມາລາສະດຸດີ ທ່ານ Simón Bolívar - ຜູ້ປົດປ່ອຍຊາດ, ວີລະບູລຸດແຫ່ງການປົດປ່ອຍຊາດ ຢູ່ທີ່ຫໍວິທານແຫ່ງຊາດ Panteón. ພິທີດັ່ງກ່າວໄດ້ຮັບການຈັດຕັ້ງຂຶ້ນຢ່າງສົມກຽດ ໂດຍມີການເຂົ້າຮ່ວມ ຂອງຕົວແທນການນຳບັນດາກົມ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງເວເນຊູເອລາ ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຕົວແທນການທູດ ຂອງບັນດາປະເທດປະຈຳ ເວເນຊູເອລາ ຢ່າງຫຼວງຫຼາຍ.
| ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່ ຍສໝ - ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ຫາກໍ່ມີການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ນິໂຄລາຍ ນາຍເດນົຟ (Nikolay Naydenov) ລັດຖະມົນຕີກະຊວງຕຸລາການ ບູນກາຣີ ແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງສອງປະເທດໃນໄລຍະໃໝ່. ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ... |
| "ໂຮ່ຈີມິນ ຄົບຊຸດ" ຊ່ວຍຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ ຕື່ມອີກ ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ລາວ, ໃນວັນທີ 24 ມິຖຸນາ, ຢູ່ທີ່ນະຄອນຫຼວງວຽງຈັນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ສົມທົບກັບກອງປະຊຸມເຜີຍແຜ່, ກຳແໜ້ນການນຳໃຊ້ບົດນິພົນ "ໂຮ່ຈີມິນ ຄົບຊຸດ" ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນ. ນີ້ແມ່ນເຫດການທີ່ມີຄວາມໝາຍ ເພື່ອມຸ່ງໄປສູ່ບັນດາວັນສະເຫຼີມສະຫຼອງໃຫຍ່ຂອງສອງປະເທດ ... |

