ຄວາມເດັດດ່ຽວໜຽວແໜ້ນນຳເອົາສາຍພົວພັນ ຫວຽດນາມ - ເວເນຊູເອລາ ຂະຫຍາຍຕົວຕື່ມອີກ ພາຍໃດໄລຍະໃໝ່
| ທ່ານ ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຊີ້ນຳໃຫ້ຮີບຮ້ອນຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ພື້ນຖານໂຄງລ່າງຈຸດສຸມ ຫວຽດນາມ - ລາວ | |
| ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່ |
ພາຍໃດໄລຍະການຢ້ຽມຢາມ ເວເນຊູເອລາ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Delcy Rodriguez Gomes, ປະທານາທິບໍດີຊົ່ວຄາວ; ເຂົ້າຢ້ຽມຂໍ່ານັບທ່ານ Diosdado Cabello, ເລຂາທິການໃຫຍ່ພັກສັງຄົມນິຍົມເອກະພາບ (PSUV), ລັດຖະມົນຕີກະຊວງພາຍໃນ, ຍຸດຕິທຳ ແລະ ສັນຕິພາບ; ເຈລະຈາຮ່ວມກັບທ່ານ Yvan Gil Pinto, ລັດຖະມົນຕີກະຊວງການຕ່າງປະເທດ; ຮ່ວມກັບທ່ານ Calixto Ortega, ຮອງປະທານາທິບໍດີ ແລະ ທ່ານ Johann Alvarez, ລັດຖະມົນຕີກະຊວງການຄ້າຕ່າງປະເທດ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ເວເນຊູເອລາ; ໄປຢ້ຽມຢາມເຂດອະນຸສອນສະຖານແຫ່ງຊາດ ແລະ ວາງພວງມາລາຢູ່ທີ່ອານຸສາວະລີ ວີລະບູລຸດແຫ່ງການປົດປ່ອຍຊາດເວເນຊູເອລາ Simon Bolivar, ວາງຊໍ່ດອກໄມ້ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ແລະ ຮ່ວມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ Yvan Gil Pinto ຕັດຮິບບິນເປີດນຳໃຊ້ສຳນັກງານແຫ່ງໃໝ່ ຂອງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Caracas, ປະເທດເວເນຊູເອລາ.
ຢູ່ພາຍໃດບັນດາການພົບປະກັບຝ່າຍເວເນຊູເອລາ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ນຳເອົາຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນສະໜິດສະໜົມ ຈາກທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍບັນດາສະຫາຍການນຳພັກ, ລັດ ຫວຽດນາມ ສົ່ງເຖິງທ່ານນາງ Delcy Rodriguez, ປະທານາທິບໍດີຊົ່ວຄາວ ເວເນຊູເອລາ ແລະ ບັນດາສະຫາຍການນຳຂັ້ນສູງ ຂອງເວເນຊູເອລາ; ໃນຂະນະດຽວກັນ ກໍໄດ້ແຈ້ງຂໍ້ມູນກ່ຽວກັບໝາກຜົນຕົ້ນຕໍ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ບາງໝາກຜົນອັນພົ້ນເດັ່ນ ຂອງຫວຽດນາມ ພາຍໃດໄລຍະຜ່ານມາ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍທະນຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ກັບ ເວເນຊູເອລາ, ເຊິ່ງແມ່ນຄູ່ຮ່ວມມືອັນສຳຄັນ ແລະ ມີທ່າແຮງບົ່ມຊ້ອນຫຼາຍປະການ ຂອງຫວຽດນາມ ຢູ່ພາຍໃດເຂດອາເມລິກາໃຕ້, ທັງຢັ້ງຢືນວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍສະໜັບສະໜູນລັດຖະບານທີ່ຖືກຕ້ອງຕາມກົດໝາຍລັດຖະທໍາມະນູນ ຂອງເວເນຊູເອລາ ພາຍໃດຄວາມພະຍາຍາມພັດທະນາປະເທດຊາດ, ເພື່ອຜົນປະໂຫຍດ ຂອງປະຊາຊົນເວເນຊູເອລາ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ຕີລາຄ່ວາ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ-ເວເນຊູເອລາ ພາຍໃດໄລຍະຜ່ານມາ ແມ່ນມີການຂະຫຍາຍຕົວຢ່າງຕັ້ງໜ້າ ບົນຮາກຖານສາຍພົວພັນອັນດີງາມ ທີ່ໄດ້ຮັບການຖະໜອມບຳລຸງ ແລະ ພັດທະນາໂດຍທ່ານອະດີດປະທານາທິບໍດີ Hugo Chavez ແລະ ບັນດາການນຳຫວຽດນາມ ຫຼາຍຮຸ່ນຄົນ; ທັງເນັ້ນຢ້ຳວ່າ ການຢ້ຽມຢາມ ແລະ ເຮັດວຽກຢູ່ ເວເນຊູເອລາ ຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເດັດດ່ຽວໜຽວແໜ້ນ ແລະ ຄວາມມຸ່ງມາດປາດຖະໜາ ຂອງພັກ, ລັດ ຫວຽດນາມ ພາຍໃດການນຳເອົາສາຍພົວພັນອັນດີງາມລະຫວ່າງສອງປະເທດ ຂະຫຍາຍຕົວຕື່ມອີກພາຍໃດໄລຍະໃໝ່, ສືບຕໍ່ເຮັດໃຫ້ສາຍພົວພັນທາງດ້ານການເມືອງເຂົ້າສູ່ລວງເລິກກວ່າເກົ່າ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດກວ້າງການຮ່ວມມືຕົວຈິງ ພາຍໃດບັນດາຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ບົນຈິດໃຈແຫ່ງການຮ່ວມກັນພັດທະນາ, ຕື່ມເຕັມ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ພາຍໃດສະພາບການໃໝ່.
![]() |
| ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ກ່າວປາໄສຢູ່ພາຍໃດເວທີປາໄສວິສາຫະກິດ ຫວຽດນາມ-ເວເນຊູເອລາ. (ພາບ: ຈູວັນ) |
ບັນດາການນຳ ເວເນຊູເອລາ ໄດ້ສະແດງຄວາມປີຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວ່າຍ ຈຸງ ພາຍໃດການເດີນທາງມາຢ້ຽມຢາມ ເວເນຊູເອລາ ເປັນຄັ້ງທຳອິດ ໃນຖານະເປັນລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມທັງໄດ້ຫວນຄືນຄວາມຊົງຈຳ ແລະ ຄວາມປະທັບໃຈອັນດີງາມ ພາຍໃດບັນດາການເດີນທາງໄປຢ້ຽມຢາມ ຫວຽດນາມ ໄລຍະຜ່ານມາ ກໍຄືຄວາມຮູ້ສຶກອັນອົບອຸ່ນ ທີ່ບັນດາການນຳຂັ້ນສູງຂອງຫວຽດນາມ ມີໃຫ້ແກ່ ເວເນຊູເອລາ.
ບັນດາການນຳ ເວເນຊູເອລາ ຍັງໄດ້ສະແດງຄວາມຈົ່ງຮັກພັກດີ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດາໝາກຜົນພົ້ນເດັ່ນ ພາຍໃດພາລະກິດແຫ່ງການປ່ຽນແປງໃໝ່ ກໍຄືການຂະຫຍາຍຕົວຢ່າງກະໂດດຂັ້ນ ທາງດ້ານເສດຖະກິດ - ສັງຄົມ, ຕະຫຼອດຮອດອິດທິພົນ ແລະ ຖານະບົດບາດຂອງຫວຽດນາມ ຢູ່ພາຍໃດເວທີສາກົນ, ເຊິ່ງໄດ້ກາຍເປັນບົດຮຽນອັນລ້ຳຄ່າ ໃຫ້ແກ່ ເວເນຊູເອລາ ບົນເສັ້ນທາງແຫ່ງການພັດທະນາ.
ທ່ານນາງ Delcy Rodriguez, ປະທານາທິບໍດີຊົ່ວຄາວ ແລະ ບັນດາທ່ານລັດຖະມົນຕີ ເວເນຊູເອລາ ໄດ້ສະແດງຄວາມເຊື່ອໝັ້ນຢ່າງທະລຸປອດວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍມີທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ ເລີມ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມ ຈະບັນລຸໄດ້ໄຊຊະນະອັນໃຫຍ່ຫຼວງ ພາຍໃດສັງກາດແຫ່ງການພັດທະນາໃໝ່; ພ້ອມທັງຂອບໃຈຕໍ່ກັບຈຸດຢືນ ແລະ ການສະໜັບສະໜູນ ຂອງຫວຽດນາມ ທີ່ມອບໃຫ້ແກ່ລັດຖະບານ ແລະ ປະຊາຊົນເວເນຊູເອລາ; ທັງຢັ້ງຢືນວ່າ ເວເນຊູເອລາ ຈະສືບຕໍ່ມີຄວາມເດັດດ່ຽວໜຽວແໜ້ນ ແລະ ມີຄວາມຢືດຢຸ່ນ ບົນເສັ້ນທາງທີ່ຕົນເອງໄດ້ເລືອກເດັດຂາດ; ພ້ອມທັງຢັ້ງຢືນວ່າ ເວເນຊູເອລາ ຍາມໃດກໍຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດອັນສຳຄັນ ຂອງເວເນຊູເອລາ ຢູ່ພາຍໃດພາກພື້ນ ກໍຄືພາຍໃດລະດັບສາກົນ ແລະ ມີຄວາມມຸ່ງມາດປາດຖະໜາທີ່ຈະຊຸກຍູ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ກັບ ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ຍົກລະດັບສາຍພົວພັນຂຶ້ນສູ່ຂັ້ນໃໝ່ ພາຍໃດໄລຍະຕໍ່ໜ້າ.
ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຈະສືບຕໍ່ຊຸກຍູ້ການຈັດຕັ້ງກອງປະຊຸມ ຄັ້ງທີ III ຂອງຄະນະກຳມະການຮ່ວມລັດຖະບານ ຫວຽດນາມ-ເວເນຊູເອລາ ພາຍໃດເດືອນຕຸລາປີນີ້ ຢູ່ທີ່ນະຄອນຫຼວງ ກາຣາກັດ (Caracas), ປະເທດເວເນຊູເອລາ; ຮັກສາກົນໄກການປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຢ່າງເປັນປະຈຳ ແລະ ມີປະສິດທິຜົນ; ໃນຂະນະດຽວກັນ ກໍເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ພາຍໃດບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການ ເຊັ່ນ: ກະສິກຳ ແລະ ການຄ້າຜະລິດຕະພັນກະສິກຳ, ໂທລະຄົມມະນາຄົມ, ນ້ຳມັນເຊື້ອໄຟ - ພະລັງງານ, ຕະຫຼອດຮອດການປະສານງານຢ່າງໃກ້ຊິດຕິດແທດ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ທີ່ອົງການສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ ແລະ ບັນດາອົງການຈັດຕັ້ງສາກົນ ທີ່ສອງປະເທດເປັນສະມາຊິກ.
![]() |
| ບັນດາຜູ້ແທນເຂົ້າຮ່ວມເວທີປາໄສວິສາຫະກິດຖ່າຍພາບຮ່ວມກັນ. (ພາບ: ຈູວັນ) |
ບົນຈິດໃຈດັ່ງກ່າວ, ທັງສອງຝ່າຍກໍໄດ້ເຫັນດີເປັນເອກະພາບກັນ ກ່ຽວກັບວາລະການດຳເນີນງານທວິພາຄີລະຫວ່າງສອງປະເທດ ໄລຍະ 2026-2030 ໂດຍມີບັນດາເສົາຄ້ຳຫຼັກແຫຼ່ງ, ຄື: ການເມືອງ - ການຕ່າງປະເທດ, ປ້ອງກັນຄວາມສະຫງົບ - ປ້ອງກັນຊາດ, ກະສິກຳ - ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຄວາມໝັ້ນຄົງທາງດ້ານພະລັງງານ ແລະ ນ້ຳມັນເຊື້ອໄຟ, ເສດຖະກິດ - ການຄ້າ ແລະ ການລົງທຶນ, ໂທລະຄົມມະນາຄົມ - ເຕັກໂນໂລຊີ ແລະ ສາທາລະນະສຸກ, ວັດທະນະທຳ - ການສຶກສາ, ກິລາ ແລະ ສິ່ງແວດລ້ອມ. ທັງສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນ ມອບໃຫ້ກະຊວງການຕ່າງປະເທດຂອງທັງສອງຝ່າຍ ຮ່ວມກັນສ້າງແຜນການເຄື່ອນໄຫວ ຫວຽດນາມ - ເວເນຊູເອລາ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດ, ສູ້ຊົນໃຫ້ບັນລຸໄດ້ໝາກຜົນອັນເປັນຮູບປະທຳ ແລະ ແທດຕົວຈິງ ເພື່ອມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງຂອບເຂດສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ເວເນຊູເອລາ ຄົບຮອບ 20 ປີ ພາຍໃດປີ 2027.
| "ໂຮ່ຈີມິນ ຄົບຊຸດ" ຊ່ວຍຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ ຕື່ມອີກ ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ລາວ, ໃນວັນທີ 24 ມິຖຸນາ, ຢູ່ທີ່ນະຄອນຫຼວງວຽງຈັນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ສົມທົບກັບກອງປະຊຸມເຜີຍແຜ່, ກຳແໜ້ນການນຳໃຊ້ບົດນິພົນ "ໂຮ່ຈີມິນ ຄົບຊຸດ" ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນ. ນີ້ແມ່ນເຫດການທີ່ມີຄວາມໝາຍ ເພື່ອມຸ່ງໄປສູ່ບັນດາວັນສະເຫຼີມສະຫຼອງໃຫຍ່ຂອງສອງປະເທດ ... |
| ການຮ່ວມມືວິໄຈຮ່ວມກັນໃນລະດັບທົ່ວໂລກ ລະຫວ່າງ ຫວຽດນາມ - ອຽກລັງ ຍສໝ - ໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຮອງສາດສະດາຈານ, ປອ ເລຫາຍບິ່ງ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງຜູ້ນຳນວຍການປະຈຳການສະຖາບັນ ໄດ້ມີພິທີຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານນາງ Deirdre Ní Fhallúin, ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອຽກລັງ ປະຈຳ ຫວຽດນາມ ເພື່ອກວດກາຄືນບັນດາໝາກຜົນແຫ່ງການຮ່ວມມືທວິພາຄີ ... |

