13:24 | 24/06/2026

ຮັກສາບົດບາດກຳນົດທິດທາງ ແລະ ນຳພາຂະແໜງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ

ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດສະບັບໃໝ່ ມຸ່ງໄປສູ່ການຄຸ້ມຄອງຄວາມສ່ຽງ ແລະ ການຫັນເປັນດິຈິຕອນ
ມອບຫ້ອງຄອມພິວເຕີອັດສະລິຍະ ໃຫ້ແກ່ໂຮງຮຽນ Kiwanja cha Ndege Dodoma CC (Tanzania)
ຮັກສາບົດບາດກຳນົດທິດທາງ ແລະ ນຳພາຂະແໜງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ
ສາດສະດາຈານ, ປອ ເຈີ່ນຮົ່ງໄທ, ປະທານສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ຮອງຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ. ພາບ: ວັນດຽບ/TTXVN

ກ່າວປາໄສຢູ່ພາຍໃດພິທີເຮັດວຽກ, ທ່ານກຳມະການຄະນະບໍລິຫານງານສູນກາງພັກ, ປະທານສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເຈີ່ນຮົ່ງໄທ ໃຫ້ຮູ້ວ່າ, ນັບແຕ່ວັນທີ 1 ເມສາ 2026, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (ສະຖາບັນບັນດິດ) ແມ່ນຫົວໜ່ວຍວິຊາການ ທີ່ຂຶ້ນກັບຄະນະບໍລິຫານງານສູນກາງພັກ ໂດຍມີ 4 ໜ້າທີ່ໃຫຍ່ ຄື: ເປັນສູນວິໄຈພື້ນຖານກ່ຽວກັບວິທະຍາສາດທຳມະຊາດຊັ້ນນຳຂອງຊາດ; ເປັນກຳລັງຫຼັກແຫຼ່ງພາຍໃດການວິໄຈຮັບເອົາ, ຖອດລະຫັດ ແລະ ເປັນເຈົ້າການບັນດາເຕັກໂນໂລຊີຍຸດທະສາດ; ກໍ່ສ້າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດວິທະຍາສາດເຕັກໂນໂລຊີລະດັບສູງ; ເປັນອົງການໃຫ້ຄຳປຶກສາ, ວິພາກ ແລະ ສະໜອງຂໍ້ສະໜັບສະໜູນທາງວິທະຍາສາດ ຮັບເຊີ້ການສ້າງບັນດາແນວທາງ, ນະໂຍບາຍຂອງພັກ ແລະ ລັດ.

ປັດຈຸບັນ, ສະຖາບັນບັນດິດ ມີ 27 ຫົວໜ່ວຍທີ່ຂຶ້ນກັບໂດຍກົງ, ໃນນັ້ນມີ 6 ຫົວໜ່ວຍທີ່ມີບົດບາດໜ້າທີ່, 13 ຫົວໜ່ວຍວິໄຈ ແລະ 8 ຫົວໜ່ວຍອື່ນໆ, ລວມມີບັນດາຫົວໜ່ວຍຄຸ້ມຄອງ, ກໍ່ສ້າງມະຫາວິທະຍາໄລ ແລະ ຫຼັງມະຫາວິທະຍາໄລ. ຮູບແບບການຈັດຕັ້ງຂອງສະຖາບັນບັນດິດ ມີຄວາມຄ້າຍຄືກັນກັບບັນດາສະຖາບັນບັນດິດ ຫຼື ອົງການຈັດຕັ້ງວິທະຍາສາດເຕັກໂນໂລຊີແຫ່ງຊາດຂອງບັນດາປະເທດທີ່ກ້າວໜ້າ. ຕາມສະຫາຍ ຕຣານ ຮົ່ງ ທ້າຍ ແລ້ວ, ເຖິງວ່າບຸກຄະລາກອນວິທະຍາສາດເຕັກໂນໂລຊີຂອງສະຖາບັນ ຈະກວມເອົາພຽງແຕ່ອັດຕາສ່ວນໜ້ອຍພາຍໃດຍອດປະລິມານການວິໄຈຂອງທົ່ວປະເທດ, ແຕ່ສະຖາບັນບັນດິດ ຍັງຄົງເປັນຫົວໜ່ວຍຊັ້ນນຳກ່ຽວກັບການວິໄຈພື້ນຖານ ໂດຍມີຫຼາຍຂົງເຂດບັນລຸໄດ້ລະດັບທຽບເທົ່າກັບພາກພື້ນ ແລະ ສາກົນ. ນີ້ແມ່ນທ່າແຮງພື້ນຖານ ເພື່ອໃຫ້ສະຖາບັນສາມາດພັດທະນາບັນດາແຜນງານໄລຍະຍາວ, ສະຫະຂະແໜງການ, ມີຄວາມສາມາດປະສົມປະສານຕັ້ງແຕ່ການວິໄຈພື້ນຖານ ໄປຮອດການພັດທະນາເຕັກໂນໂລຊີ, ກໍ່ສ້າງບຸກຄະລາກອນ, ໃຫ້ຄຳປຶກສານະໂຍບາຍ ແລະ ຖ່າຍທອດເຕັກໂນໂລຊີ.

ໄລຍະ 2021-2025, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຜັນຂະຫຍາຍການສ້າງໂຄງການສູນອະວະກາດຫວຽດນາມ ແລະ ຍຸດທະສາດພັດທະນາການນຳໃຊ້ວິທະຍາສາດເຕັກໂນໂລຊີອະວະກາດ ຮອດປີ 2030; ການລາຍງານຂ່າວແຜ່ນດິນໄຫວ ແລະ ແຈ້ງເຕືອນຄື້ນສຶນາມິ (Tsunami), ຮັບເຊີ້ໂດຍກົງເຂົ້າພາຍໃດວຽກງານການແຈ້ງເຕືອນໄພລ່ວງໜ້າ, ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ; ສ້າງລະບົບພິພິທະພັນທຳມະຊາດຫວຽດນາມ ຮັບເຊີ້ການວິໄຈສະຫະຂະແໜງການ, ການສຶກສາຊຸມຊົນ, ຍົກສູງຄວາມຮັບຮູ້ກ່ຽວກັບປະຫວັດສາດທຳມະຊາດຂອງຫວຽດນາມ, ທັງເປັນການກ້າວໄປສູ່ການສ້າງພິພິທະພັນດິຈິຕອນ ແລະ ບັນດາຖານຂໍ້ມູນ ຮັບເຊີ້ການວິໄຈ, ກໍ່ສ້າງ ແລະ ການສຶກສາທຳມະຊາດ; ສ້າງຂັ້ນຕອນເຕັກໂນໂລຊີການວິເຄາະ ADN ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຢ່າງສຳເລັດຜົນ… ຄຽງຂ້າງນັ້ນ, ທາງສະຖາບັນ ກໍໄດ້ຮັບການມອບໝາຍຈາກພັກ ແລະ ລັດ ໃຫ້ສ້າງຫຼາຍໂຄງການ, ແຜນການຍຸດທະສາດລະດັບຊາດ ແນໃສ່ຜັນຂະຫຍາຍມະຕິສະບັບເລກທີ 57-NQ/TW ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນແຫ່ງຊາດ…

ກ່ຽວກັບທິດທາງການພັດທະນາພາຍໃດໄລຍະຕໍ່ໜ້າ, ທ່ານປະທານສະຖາບັນບັນດິດ ຕຣານ ຮົ່ງ ທ້າຍ ໃຫ້ຮູ້ວ່າ, ສະຖາບັນຈະເປັນເຈົ້າການພາຍໃດການໃຫ້ຄຳປຶກສາແກ່ພັກ, ລັດ ພາຍໃດການສ້າງແນວທາງ, ນະໂຍບາຍກ່ຽວກັບວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່; ຊຸກຍູ້ການສຳຫຼວດພື້ນຖານ, ໃຫ້ຄຳປຶກສາ, ປະເມີນບັນດາໂຄງການຂະໜາດໃຫຍ່ຂອງລັດ; ເພີ່ມທະວີການວິໄຈພື້ນຖານ, ການປະກາດຜົນງານສາກົນ, ການພິມຈຳໜ່າຍທາງວິທະຍາສາດ; ຊຸກຍູ້ການນຳໃຊ້ຫັນຜະລິດຕະພັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນສິນຄ້າ; ການຫັນເປັນດິຈິຕອນພາຍໃດການບໍລິຫານສະຖາບັນ ແລະ ຄຸ້ມຄອງບັນດາກິດຈະກຳທາງວິທະຍາສາດ; ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ກໍ່ສ້າງ, ດຶງດູດ ແລະ ຮັກສາຜູ້ມີພອນສະຫວັນ ກໍຄືບຸກຄະລາກອນວິທະຍາສາດເຕັກໂນໂລຊີລະດັບສູງ.

ຮັກສາບົດບາດກຳນົດທິດທາງ ແລະ ນຳພາຂະແໜງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ
ສະຫາຍ ຫງວຽນແທງງີ້, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ກ່າວປາໄສ. ພາບ: ທົ້ງເຍີດ/TTXVN

ກ່າວສະຫຼຸບພິທີເຮັດວຽກ, ທ່ານຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ຫງວຽນແທງງີ້ ໄດ້ເນັ້ນຢ້ຳວ່າ, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຫາກໍໄດ້ຫັນປ່ຽນໄປສູ່ຮູບແບບການເຄື່ອນໄຫວໃໝ່, ກາຍເປັນຫົວໜ່ວຍວິຊາການ ທີ່ຂຶ້ນກັບຄະນະບໍລິຫານງານສູນກາງພັກໂດຍກົງ. ນີ້ແມ່ນໂອກາດເພື່ອໃຫ້ທາງສະຖາບັນມີບາດກ້າວຂະຫຍາຍຕົວໃໝ່, ໃນຂະນະດຽວກັນ ກໍວາງຂໍ້ກຳນົດ ແລະ ສິ່ງທ້າທາຍທີ່ສູງກວ່າເກົ່າ ຕໍ່ກັບຖັນແຖວພະນັກງານ, ນັກວິທະຍາສາດຂອງສະຖາບັນ.

ໂດຍຕີລາຄາສູງຕໍ່ກັບການປະກອບສ່ວນຂອງສະຖາບັນບັນດິດ ຕໍ່ກັບການພັດທະນາຕໍກັບຂະແໜງວິທະຍາສາດເຕັກໂນໂລຊີຂອງປະເທດຊາດ, ສະຫາຍ ຫງວຽນແທງງີ້ ຖືວ່າ, ສະຖາບັນບັນດິດ ໄດ້ຮັກສາທີ່ຕັ້ງເປັນອົງການວິໄຈວິທະຍາສາດທຳມະຊາດພື້ນຖານຊັ້ນນຳຂອງຊາດ, ເປັນບ່ອນເຕົ້າໂຮມຖັນແຖວປັນຍາຊົນທາງດ້ານວິທະຍາສາດຊັ້ນນຳຂອງປະເທດ. ບັນດາໜ້າທີ່ຈຸດສຸມຂອງໄລຍະ 2020-2025 ໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ ແລະ ສອດຄ່ອງ ຈາກທາງສະຖາບັນ ດ້ວຍໝາກຜົນອັນໜ້າປະທັບໃຈ ເຊັ່ນ: ການເປັນເຈົ້າການ ແລະ ຖ່າຍທອດເຕັກໂນໂລຊີ ຢູ່ພາຍໃດບັນດາຂົງເຂດຟີຊິກສາດ, ເຄມີສາດ, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີອະວະກາດ... ເປັນພິເສດ, ສະຖາບັນບັນດິດ ປັດຈຸບັນມີ 112 ເຕັກໂນໂລຊີ ທີ່ພ້ອມແລ້ວໃນການຖ່າຍທອດ.

ແນໃສ່ເສີມຂະຫຍາຍບົດບາດຂອງສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ພາຍໃດການວິໄຈພື້ນຖານກ່ຽວກັບວິທະຍາສາດທຳມະຊາດ, ພັດທະນາເຕັກໂນໂລຊີ, ສະໜອງຂໍ້ສະໜັບສະໜູນທາງວິທະຍາສາດ ຮັບເຊີ້ວຽກງານການຄຸ້ມຄອງ ແລະ ສ້າງນະໂຍບາຍການພັດທະນາ, ສະຫາຍ ຫງວຽນແທງງີ້ ໄດ້ສະເໜີໃຫ້ທາງສະຖາບັນ ຕ້ອງກຳແໜ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ບັນດາມະຕິ, ແນວທາງທີ່ມີຄວາມກ່ຽວຂ້ອງ, ຕ້ອງກຳນົດວ່ານີ້ແມ່ນໜ້າທີ່ຈຸດສຸມທີ່ກວມລວມຕະຫຼອດໄລຍະ ເພື່ອໃຫ້ວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ ກາຍເປັນກຳລັງຂັບເຄື່ອນການເຕີບໂຕໃໝ່ຢ່າງແທ້ຈິງ.

ສະຖາບັນ ຈຳເປັນຕ້ອງສ້າງຖັນແຖວນັກວິທະຍາສາດທີ່ເຂັ້ມແຂງ, ເປັນຕົ້ນແມ່ນຖັນແຖວຊ່ຽວຊານ, ນັກວິທະຍາສາດຊັ້ນນຳຂອງຂະແໜງ, ມີກົນໄກເພື່ອຮັກສາ ແລະ ດຶງດູດຜູ້ມີພອນສະຫວັນ; ສືບຕໍ່ສ້າງລະບົບນິເວດການວິໄຈພື້ນຖານ ພ້ອມດ້ວຍບັນດາກຸ່ມວິໄຈທີ່ເຂັ້ມແຂງ, ບັນດາສູນວິໄຈທີ່ດີເລີດ.

ກ່ຽວກັບການລົງທຶນພື້ນຖານໂຄງລ່າງ, ສະຫາຍ ຫງວຽນແທງງີ້ ຮຽກຮ້ອງໃຫ້ສະຖາບັນບັນດິດ ເຮັດການກວດກາຄືນບັນດາຫ້ອງທົດລອງຈຸດສຸມ, ມີແຜນການຍົກລະດັບ, ລົງທຶນໃຫ້ສົມຄູ່ກັບເປົ້າໝາຍການວິໄຈ; ສ້າງພື້ນຖານໂຄງລ່າງຖານຂໍ້ມູນວິທະຍາສາດແຫ່ງຊາດໃຫ້ມີຄວາມສອດຄ່ອງ ແລະ ເຊື່ອມຕໍ່ກັນ. ຄຽງຂ້າງນັ້ນ, ສະຖາບັນ ຕ້ອງປະສານງານຮ່ວມກັບບັນດາອົງການຈັດຕັ້ງ, ທ້ອງຖິ່ນ, ກະຊວງຂະແໜງການ ເພື່ອນຳເອົາໝາກຜົນການວິໄຈເຂົ້າສູ່ຊີວິດຕົວຈິງ.

ຕາມສະຫາຍ ຫງວຽນແທງງີ້ ແລ້ວ, ເພື່ອຈັດຕັ້ງປະຕິບັດບັນດາບັນຫາຂ້າງເທິງໃຫ້ມີປະສິດທິຜົນ, ສະຖາບັນບັນດິດ ຈຳເປັນຕ້ອງຮີບຮ້ອນປັບປຸງໂຄງການ "ເພີ່ມທະວີສະມັດຖະພາບ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ" ໃຫ້ສົມບູນ.

ຕໍ່ກັບບັນດາຂໍ້ສະເໜີ, ຄຳສະເໜີແນະຂອງສະຖາບັນບັນດິດ, ສະຫາຍ ຫງວຽນແທງງີ້ ໄດ້ຮັບຮູ້ ແລະ ໃຫ້ຮູ້ວ່າ, ຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ຈະປະສານງານຮ່ວມກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອວິໄຈ, ວາງວິທີການແກ້ໄຂປົດລັອກ, ບົນຈິດໃຈສ້າງເງື່ອນໄຂທີ່ດີທີ່ສຸດ ເພື່ອໃຫ້ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເສີມຂະຫຍາຍບົດບາດເປັນຮາກຖານວິໄຈວິທະຍາສາດພື້ນຖານຊັ້ນນຳ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າພາຍໃດວິວັດທະນາການແຫ່ງການພັດທະນາຂອງປະເທດຊາດ.

ຊຸກຍູ້ສາຍພົວພັນການຮ່ວມມື ລະຫວ່າງ ກວາງນິງ ແລະ Hokkaido ຊຸກຍູ້ສາຍພົວພັນການຮ່ວມມື ລະຫວ່າງ ກວາງນິງ ແລະ Hokkaido

ຍສໝ - ວັນທີ 23 ມິຖຸນາ, ທ່ານເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງນິງ ກວ່ານມິງເກືອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Takebe Tsutomu, ທີ່ປຶກສາພິເສດພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທີ່ປຶກສາພິເສດຂອງມະຫາວິທະຍາໄລ ຮ້າລອງ.

ໂຄສະນາສິນຄ້າຫວຽດນາມ ສູ່ຜູ້ບໍລິໂພກ ແລະ ວິສາຫະກິດ Kuwait ໂຄສະນາສິນຄ້າຫວຽດນາມ ສູ່ຜູ້ບໍລິໂພກ ແລະ ວິສາຫະກິດ Kuwait

ຍສໝ - ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ Kuwait ຫາກໍໄດ້ເຂົ້າຮ່ວມງານມະຫະກຳອາຊີ ຄັ້ງທີ 7 ຊຶ່ງຈັດຂຶ້ນຢູ່ທີ່ສູນການຄ້າ Assima ແລະ ປະສານງານຮ່ວມກັບຊູເປີມາກເກັດລະດັບຮູhandlingູ Monoprix.

Link: https://huunghivietlao.thoidai.com.vn/detail-article-22219.html

In bài biết