11:21 | 23/06/2026

ແຜນງານທີ່ບໍ່ຫວັງຜົນກຳໄລ ເປີດກວ້າງໂອກາດການມີວຽກເຮັດງານທຳໃນລະດັບສາກົນ ໃຫ້ແກ່ແຮງງານຫວຽດນາມ

ແຜນງານທີ່ບໍ່ຫວັງຜົນກຳໄລ ເປີດກວ້າງໂອກາດການມີວຽກເຮັດງານທຳໃນລະດັບສາກົນ ໃຫ້ແກ່ແຮງງານຫວຽດນາມ
ທ່ານ ດັ້ງຮຸຍຮົ່, ຜູ້ນຳອຳນວຍການສູນແຮງງານຕ່າງປະເທດ (ກະຊວງພາຍໃນ) ກ່າວປາໄສໄຂກອງປະຊຸມ - ພາບ: VGP/Thu Giang

ວັນທີ 22 ມິຖຸນາ, ຢູ່ທີ່ຮານ້ອຍ, ກະຊວງພາຍໃນ ໄດ້ຈັດຕັ້ງກອງປະຊຸມອົບຮົມວິຊາສະເພາະ ກ່ຽວກັບບັນດາແຜນງານນຳສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມຂໍ້ຕົກລົງສາກົນ ໂດຍສູນແຮງງານຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດ.

ກ່າວປາໄສໄຂກອງປະຊຸມ, ທ່ານ ດັ້ງຮຸຍຮົ່ງ, ຜູ້ນຳອຳນວຍການສູນແຮງງານຕ່າງປະເທດ (ກະຊວງພາຍໃນ) ໄດ້ເນັ້ນຢ້ຳວ່າ, ພາຍໃດຫຼາຍປີຜ່ານມາ, ການນຳສົ່ງຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ ແມ່ນແນວທາງນະໂຍບາຍອັນໃຫຍ່ຫຼວງຂອງພັກ ແລະ ລັດ.

ໂດຍປະຕິບັດຕາມການຊີ້ນຳ ຂອງກະຊວງພາຍໃນ, ບັນດາແຜນງານນຳສົ່ງຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດ ພາຍໃດຮູບແບບທີ່ບໍ່ຫວັງຜົນກຳໄລ, ໂດຍຜ່ານບັນດາຂໍ້ຕົກລົງສາກົນ, ແມ່ນຈຳເປັນຕ້ອງໄດ້ຮັບການກຳນົດວ່າ ເປັນຊ່ອງທາງທີ່ເປັນທາງການ, ໂປ່ງໃສ, ປອດໄພ ແລະ ເປັນເສົາຄ້ຳໜຶ່ງຂອງ “ການຕ່າງປະເທດດ້ານຊັບພະຍາກອນມະນຸດ”.

ຜູ້ນຳອຳນວຍການສູນແຮງງານຕ່າງປະເທດ ຖືວ່າ, ແຮງງານຫວຽດນາມແຕ່ລະຄົນທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດຕາມແຜນງານທີ່ບໍ່ຫວັງຜົນກຳໄລ ນັ້ນ ບໍ່ພຽງແຕ່ແມ່ນບຸກຄົນໜຶ່ງທີ່ຊອກຫາໂອກາດການມີວຽກເຮັດງານທຳເທົ່ານັ້ນ, ແຕ່ຍັງປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ ແລະ ຄົນຫວຽດນາມ ດ້ວຍບັນດາຄຸນສົມບັດດຸໝັ່ນຂະຫຍັນພຽນ, ມີລະບຽບວິໄນ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດປາດຖະໜາຢາກກ້າວຂຶ້ນ.

ເພື່ອເສີມຂະຫຍາຍປະສິດທິຜົນ, ວຽກງານການນຳສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຈຳເປັນຕ້ອງໄດ້ຮັບການກໍ່ສ້າງໃຫ້ກາຍເປັນ “ວົງຈອນການໝູນວຽນຊັບພະຍາກອນມະນຸດ” ແບບຄົບຖ້ວນ, ນັບຕັ້ງແຕ່ຂັ້ນຕອນການສະໜອງຂໍ້ມູນຂ່າວສານ, ການໃຫ້ຄຳປຶກສາ, ການຄັດເລືອກ, ການອົບຮົມພາສາຕ່າງປະເທດ, ທັກສະວິຊາຊີບ, ການສຶກສາຊີ້ທິດທາງ, ຕະຫຼອດຮອດການຄຸ້ມຄອງ, ປົກປັກຮັກສາຜົນປະໂຫຍດຂອງຜູ້ອອກແຮງງານ ພາຍໃດໄລຍະເວລາເຮັດວຽກຢູ່ຕ່າງປະເທດ ແລະ ການສະໜັບສະໜູນການກັບຄືນເຂົ້າສູ່ສັງຄົມພາຍຫຼັງກັບຄືນປະເທດ.

ພາຍໃດນັ້ນ, ພະນັກງານຢູ່ຕາມພະແນກພາຍໃນ, ສູນບໍລິການຈັດຫາງານ ແລະ ອົງການວິຊາສະເພາະຢູ່ທ້ອງຖິ່ນ ແມ່ນມີບົດບາດອັນສຳຄັນພາຍໃດການເຂົ້າເຖິງ, ໃຫ້ຄຳປຶກສາ, ຊີ້ທິດທາງ ເພື່ອໃຫ້ຜູ້ອອກແຮງງານ, ເປັນຕົ້ນແມ່ນແຮງງານຢູ່ເຂດຊົນນະບົດ, ເຂດຫຍຸ້ງຍາກ, ກຸ່ມເປົ້າໝາຍນະໂຍບາຍ ສາມາດເຂົ້າເຖິງບັນດາແຜນງານທີ່ເປັນທາງການ, ມີຄ່າໃຊ້ຈ່າຍຕໍ່າ, ແລະ ໄດ້ຮັບການປົກປ້ອງຈາກລັດ.

ໂປ່ງໃສ, ຄ່າໃຊ້ຈ່າຍຕໍ່າ, ຮັບປະກັນຜົນປະໂຫຍດຂອງຜູ້ອອກແຮງງານ

ຢູ່ພາຍໃດກອງປະຊຸມ, ທ່ານນາງ ຟ້າມຫງັອກລານ, ຮອງສູນແຮງງານຕ່າງປະເທດ ໃຫ້ຮູ້ວ່າ, ປັດຈຸບັນ ສູນພວມຜັນຂະຫຍາຍ 8 ແຜນງານນຳສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕາມ 5 ຕະຫຼາດຈຸດສຸມ ລວມມີ ເກົາຫຼີ, ຍີ່ປຸ່ນ, ສປ ເຢຍລະມັນ, ອົດສະຕຣາລີ ແລະ ໄຕ້ຫວັນ (ຈີນ).

ບັນດາແຜນງານດັ່ງກ່າວ ແມ່ນໄດ້ຮັບການປະຕິບັດຕາມຫຼັກການບໍ່ແມ່ນເພື່ອເປົ້າໝາຍຜົນກຳໄລ, ມີຄວາມເປີດເຜີຍ, ໂປ່ງໃສ, ຄ່າໃຊ້ຈ່າຍໃນການເດີນທາງໄປຕ່າງປະເທດຕໍ່າ; ຫຼາຍແຜນງານແມ່ນສະໜັບສະໜູນຄ່າໃຊ້ຈ່າຍໃນການອົບຮົມ ແລະ ປີ້ຍົນທັງໝົດ ຫຼື ເປັນສ່ວນໃຫຍ່. ຜູ້ອອກແຮງງານແມ່ນໄດ້ຮັບຜົນປະໂຫຍດທາງດ້ານເງິນເດືອນ, ເງື່ອນໄຂການເຮັດວຽກ, ການປະກັນໄພ ແລະ ສະຫວັດດິການ ຕາມຂໍ້ກຳນົດຂອງປະເທດທີ່ຮັບເຂົ້າ.

ພາຍໃດປີ 2026, ສູນຈະສືບຕໍ່ຜັນຂະຫຍາຍຫຼາຍມາດຕະການປະຕິຮູບໃໝ່ ເຊັ່ນ: ເປີດສະຖານທີ່ອົບຮົມແຜນງານທີ່ບໍ່ຫວັງຜົນກຳໄລຢູ່ ນະຄອນ ເກິ່ນເທີ; ປະຕິຮູບວິທີການຄັດເລືອກແຮງງານພາຍໃດຂະແໜງອຸດສາຫະກຳດັ້ງເດີມ ຂອງແຜນງານ EPS; ນຳເອົາລະບົບສັນຍາເອເລັກໂຕຣນິກ ColabContract ເຂົ້າສູ່ການເຄື່ອນໄຫວ; ປັບປຸງຂັ້ນຕອນລະບຽບການ, ຫຼຸດຜ່ອນເອກະສານສະໝັກ ແລະ ສະຫຼຸບສະຖານທີ່ອົບຮົມທີ່ທັນສະໄໝຢູ່ ດົງແອງ (ຮ່າໂນ້ຍ).

ອັນທີ່ໜ້າເອົາໃຈໃສ່ແມ່ນ, ພາຍໃດສະພາບການປີ 2026 ທີ່ປະເທດ ເກົາຫຼີ ໄດ້ຫຼຸດໂຄຕ້າ (Quota) ການຮັບແຮງງານລົງ 40% ເມື່ອທຽບໃສ່ກັບປີ 2025, ແຕ່ຈຳນວນແຮງງານຫວຽດນາມ ທີ່ໄດ້ຮັບການຈັດສົ່ງໄປພາຍໃດ 6 ເດືອນຕົ້ນປີ ແມ່ນຍັງຄົງຮັກສາໄດ້ໃນລະດັບເກືອບເທົ່າທຽມກັບໄລຍະດຽວກັນ. ຫວຽດນາມ ຍັງຄົງສືບຕໍ່ເປັນປະເທດນຳໜ້າກ່ຽວກັບຈຳນວນແຮງງານທີ່ໄດ້ຮັບການຮັບເຂົ້າຕາມແຜນງານ EPS. ສະເພາະບັ້ນແນະນຳເອກະສານປະຫວັດພາຍໃດໄຕມາດທີ II/2026 ແມ່ນມີແຮງງານຫຼາຍກວ່າ 1.600 ຄົນ ທີ່ໄດ້ຮັບການຄັດເລືອກ ແລະ ລົງນາມໃນສັນຍາ, ເພີ່ມຂຶ້ນປະມານ 33% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກ່ອນ.

ແຜນງານທີ່ບໍ່ຫວັງຜົນກຳໄລ ເປີດກວ້າງໂອກາດການມີວຽກເຮັດງານທຳໃນລະດັບສາກົນ ໃຫ້ແກ່ແຮງງານຫວຽດນາມ
ກອງປະຊຸມອົບຮົມວິຊາສະເພາະ ກ່ຽວກັບບັນດາແຜນງານນຳສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມຂໍ້ຕົກລົງສາກົນ ໂດຍສູນແຮງງານຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດ - ພາບ: VGP/Thu Giang

ແກ້ໄຂຈຸດຕິດຂັດທາງດ້ານຂໍ້ມູນຂ່າວສານ ແລະ ສິນເຊື່ອ

ຄຽງຂ້າງບັນດາຜົນສຳເລັດທີ່ຍາດມາໄດ້, ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນບາງຂໍ້ຈຳກັດ. ພາຍໃດນັ້ນ, ຂໍ້ມູນຂ່າວສານກ່ຽວກັບບັນດາແຜນງານທີ່ບໍ່ຫວັງຜົນກຳໄລ ແມ່ນຍັງບໍ່ທັນໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ ແລະ ທົ່ວເຖິງແທ້ໆ; ຜູ້ອອກແຮງງານຈຳນວນຫຼວງຫຼາຍ ຍັງບໍ່ທັນສາມາດຈຳແນກໄດ້ລະຫວ່າງແຜນງານທີ່ເປັນທາງການ ຮ່ວມກັບ ບັນດາຮູບແບບການບໍລິການນາຍໜ້າອື່ນໆ.

ບາງແຜນງານ ເຊັ່ນ: IM Japan, ການຄັດເລືອກໂດຍກົງຢູ່ ໄຕ້ຫວັນ ແມ່ນຍັງບໍ່ທັນດຶງດູດໄດ້ຈຳນວນແຮງງານຢ່າງພຽງພໍ ເຖິງແມ່ນວ່າມີເງື່ອນໄຂອັນສະດວກຫຼາຍຢ່າງ ເຊັ່ນ: ຄ່າໃຊ້ຈ່າຍຕໍ່າ, ໄລຍະເວລາການອົບຮົມສັ້ນ ແລະ ມີໂອກາດເດີນທາງໄປຕ່າງປະເທດໄດ້ໄວ.

ເປັນພິເສດ, ນະໂຍບາຍສະໜັບສະໜູນທາງດ້ານການເງິນ ເຖິງແມ່ນວ່າໄດ້ຮັບການເປີດກວ້າງແລ້ວ ແຕ່ກໍຍັງມີຊ່ອງຫວ່າງເມື່ອທຽບໃສ່ກັບການຜັນຂະຫຍາຍຕົວຈິງ. ກົດໝາຍວ່າດ້ວຍການມີວຽກເຮັດງານທຳ ປີ 2025 ແລະ ດຳລັດເລກທີ 338/2025/NĐ-CP ໄດ້ເປີດກວ້າງເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດ, ເພີ່ມເຕີມຫຼາຍກຸ່ມ ເຊັ່ນ: ຊາວໜຸ່ມທີ່ສຳເລັດພັນທະການທະຫານ, ພັນທະປ້ອງກັນຄວາມສະຫງົບ, ຊາວໜຸ່ມຕັກສະໝັກ; ໃນຂະນະດຽວກັນ ກໍໄດ້ຍົກລະດັບການສະໜັບສະໜູນ, ອະນຸຍາດໃຫ້ກູ້ຢືມທຶນໄດ້ສູງສຸດເຖິງ 100% ຂອງຄ່າໃຊ້ຈ່າຍທີ່ຜູ້ອອກແຮງງານຕ້ອງໄດ້ຈ່າຍ ກ່ອນການເດີນທາງໄປເຮັດວຽກຢູ່ຕ່າງປະເທດ.

ເຖິງຢ່າງໃດກໍຕາມ, ໃນຕົວຈິງແລ້ວ ຜູ້ອອກແຮງງານແມ່ນມີຄວາມຕ້ອງການທຶນຮອນ ຕັ້ງແຕ່ໄລຍະຮຽນພາສາຕ່າງປະເທດ, ຮຽນວິຊາຊີບ, ແລະ ສະຫຼຸບຂັ້ນຕອນເອກະສານ, ໃນຂະນະທີ່ຫຼາຍນະໂຍບາຍ ພັດກຳນົດວ່າຕ້ອງມີສັນຍາ ຫຼື ມີເອກະສານຢັ້ງຢືນການຈ່າຍເງິນຢ່າງຄົບຖ້ວນກ່ອນ ຈຶ່ງຈະສາມາດອະນຸມັດປ່ອຍສິນເຊື່ອໄດ້.

ສູນແຮງງານຕ່າງປະເທດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນຄົ້ນຄວ້າວິທີການເຮັດວຽກແບບຍືດຫຍຸ່ນ, ສະໜັບສະໜູນໃຫ້ຖືກຕ້ອງຕາມເວລາ. ຮູບແບບຂອງ ນະຄອນ ເຫ້ວ ພາຍໃດການສະໜັບສະໜູນຄ່າຮຽນພາສາເກົາຫຼີ ໃຫ້ແກ່ຜູ້ອອກແຮງງານທີ່ເຂົ້າຮ່ວມແຜນງານ EPS ແມ່ນໄດ້ຮັບການຕີລາຄາວ່າ ເປັນວິທີການເຮັດວຽກທີ່ມີປະສິດທິຜົນ ເມື່ອອີງໃສ່ໃບບິນ, ເອກະສານຢັ້ງຢືນ, ໃບຢັ້ງຢືນການສຳເລັດຫຼັກສູດຮຽນ ແລະ ບັດເຂົ້າສອບເສັງ EPS-TOPIK ເພື່ອສະໜັບສະໜູນຜູ້ອອກແຮງງານ.

ຈຸດພົ້ນເດັ່ນອັນໜຶ່ງພາຍໃດການຜັນຂະຫຍາຍໃນປີ 2026 ແມ່ນການນຳເອົາລະບົບ ColabContract ເຂົ້າສູ່ການເຄື່ອນໄຫວ ຕັ້ງແຕ່ວັນທີ 15 ມິຖຸນາ 2026. ນີ້ແມ່ນບາດກ້າວຂະຫຍາຍຕົວອັນສຳຄັນ ພາຍໃດການຫັນຂະບວນການລົງນາມໃນສັນຍານຳສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ ແລະ ສັນຍາຄ້ຳປະກັນເງິນຝາກ ໃຫ້ເປັນຮູບແບບດິຈິຕອນ ໂດຍຜ່ານທາງເອເລັກໂຕຣນິກ ແລະ ນຳໃຊ້ລາຍເຊັນດິຈິຕອນ.

ບັນດາທ້ອງຖິ່ນ ຈຳເປັນຕ້ອງເພີ່ມທະວີການອົບຮົມ, ແນະນຳໃຫ້ພະນັກງານນຳໃຊ້ລະບົບດັ່ງກ່າວຢ່າງມີຄວາມຊຳນານ, ຮັບປະກັນໃຫ້ເຕັກໂນໂລຊີສາມາດສະໜັບສະໜູນຜູ້ອອກແຮງງານຢ່າງແທ້ຈິງ, ຫຼຸດຜ່ອນໄລຍະເວລາ, ຄ່າໃຊ້ຈ່າຍ ແລະ ຈຳກັດການທີ່ຕ້ອງໄດ້ເດີນທາງໄປມາຫຼາຍຄັ້ງ.

ຢູ່ພາຍໃດກອງປະຊຸມ, ບັນດາຜູ້ແທນຍັງໄດ້ຮັບການອັບເດດ (Update) ທາງດ້ານວິຊາສະເພາະ, ຂະບວນການຜັນຂະຫຍາຍບັນດາແຜນງານທີ່ບໍ່ຫວັງຜົນກຳໄລ; ນະໂຍບາຍສະໜັບສະໜູນສິນເຊື່ອ; ຂໍ້ກຳນົດໃໝ່ພາຍໃດຂົງເຂດການນຳສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ; ໃນຂະນະດຽວກັນ ກໍໄດ້ແບ່ງປັນບົດຮຽນພາຍໃດການໂຄສະນາ, ໃຫ້ຄຳປຶກສາ, ສະໜັບສະໜູນການກູ້ຢືມທຶນ ແລະ ບັນດາຮູບແບບທີ່ມີປະສິດທິຜົນຢູ່ຕາມທ້ອງຖິ່ນ.

ນັກສຶກສາລາວ ແລະ ກຳປູເຈຍ 177 ຄົນ ມີ ນັກສຶກສາລາວ ແລະ ກຳປູເຈຍ 177 ຄົນ ມີ "ຄອບຄົວທີສອງ" ຢູ່ທີ່ນະຄອນໂຮ່ຈີມິນ

ຍສໝ - ຫວ່າງມໍ່ໆມານີ້, ຢູ່ທີ່ມະຫາວິທະຍາໄລການແພດ ຟ້າມຫງອກແທັກ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ປະସານງານຮ່ວມກັບບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຈັດຕັ້ງແຜນງານ "ຄອບຄົວຫວຽດນາມ ຮ່ວມກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ນະຄອນໂຮ່ຈີມິນ ປະຈຳປີ 2026".

ຊຸກຍູ້ການຮ່ວມມືດ້ານເສດຖະກິດລວມໝູ່ ຮ່ວມກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຸກຍູ້ການຮ່ວມມືດ້ານເສດຖະກິດລວມໝູ່ ຮ່ວມກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຍສໝ - ຄະນະປະຕິບັດງານ ສະຖານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ເຮັດວຽກຮ່ວມກັບ ສະຫະພັນສະຫະກອນ ນະຄອນ ຫາຍຟ້ອງ ແນໃສ່ເປີດກວ້າງໂອກາດການຮ່ວມມືດ້ານເສດຖະກິດ, ການຄ້າ.

Link: https://huunghivietlao.thoidai.com.vn/detail-article-22204.html

In bài biết