ສື່ມວນຊົນປະຕິວັດຫວຽດນາມ ພາຍໃດຍຸກສະໄໝດິຈິຕອນ
| Amata ຫວຽດນາມ ປະກອບສ່ວນຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ-ໄທ | |
| ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ |
ຫຼັງຈາກໄດ້ຮ່ວມເດີນທາງຄຽງຄູ່ກັບປະເທດຊາດມາເປັນເວລາຫຼາຍກວ່າໜຶ່ງທົດສະວັດ, ສື່ມວນຊົນປະຕິວັດຫວຽດນາມ ພວມກ້າວຍ່າງເຂົ້າສູ່ໄລຍະແຫ່ງການພັດທະນາອັນໃໝ່ອ່ຽມ ແລະ ມີຄວາມແຕກຕ່າງຢ່າງສິ້ນເຊີງຢູ່ບົນເກືອບທຸກໆດ້ານ. ອະວະກາດດິຈິຕອນ ໄດ້ກາຍເປັນສ່ວນປະກອບອັນຈຳເປັນ ແລະ ຂາດບໍ່ໄດ້ຂອງວິຖີຊີວິດຕົວຈິງໃນແຕ່ລະວັນ. ເຕັກໂນໂລຊີດິຈິຕອນ, ຖານຂໍ້ມູນຂະໜາດໃຫຍ່ (Big Data), ປັນຍາປະດິດ (AI), ເຄືອຂ່າຍສັງຄົມ ແລະ ບັນດາຮາກຖານການສື່ສານຂ້າມຊາຍແດນ ໄດ້ເຮັດໃຫ້ວິທີການສ້າງສັນ, ການແຈກຢາຍ, ການຮັບຂໍ້ມູນຂ່າວສານ ຕະຫຼອດຮອດການກວດກາຢັ້ງຢືນ ຖືກຫັນປ່ຽນໄປຈາກຮາກເຫງົ້າຢ່າງສິ້ນເຊີງ.
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວປາໄສຢູ່ພາຍໃດການພົບປະກັບບັນດານັກຂ່າວແບບຢ່າງ ພາຍໃດຕອນບ່າຍວັນທີ 16 ມິຖຸນາ. (ພາບ: TTXVN). |
ປັດຈຸບັນ, ປະຊາຊົນໄດ້ຮ່ຳຮຽນ, ເຮັດວຽກ, ຕິດຕໍ່ສື່ສານ, ຊື້-ຂາຍ, ບັນເທີງ, ສະແດງທັດສະນະຄິດເຫັນ ແລະ ເຂົ້າຮ່ວມບັນດາບັນຫາສັງຄົມ ໂດຍຜ່ານບັນດາຮາກຖານເຄືອຂ່າຍອອນລາຍ. ກະແສຂໍ້ມູນຂ່າວສານທີ່ວ່ອງໄວ ແລະ ຫຼາກຫຼາຍ ໄດ້ນຳມາເຊິ່ງໂອກາດອັນຍິ່ງໃຫຍ່ໃຫ້ແກ່ການແຜ່ຂະຫຍາຍຄວາມຮູ້, ເພື່ອປະຊາທິປະໄຕສັງຄົມ ແລະ ການປະຕິຮູບປະດິດສ້າງ. ບັນດາແນວທາງນະໂຍບາຍໃຫຍ່ຂອງພັກ, ນະໂຍບາຍໃໝ່ຂອງລັດ, ບັນດາຂໍ້ມູນຂ່າວສານໃນແງ່ບວກ ແມ່ນສາມາດເຂົ້າເຖິງປະຊາຊົນຈຳນວນຫຼາກຫຼາຍສິບລ້ານຄົນພ້ອມໆກັນ ດ້ວຍຫຼາກຫຼາຍຮູບແບບ ແລະ ພາຫະນະທີ່ແຕກຕ່າງກັນ. ເຕັກໂນໂລຊີ ໄດ້ຊ່ວຍໃຫ້ສື່ມວນຊົນໃກ້ຊິດກັບປະຊາຊົນກວ່າເກົ່າ ແລະ ໄດ້ຮັບຂໍ້ມູນຕອບກັບຢ່າງວ່ອງໄວກວ່າເກົ່າ.
ເຖິງຢ່າງໃດກໍຕາມ, ສະພາບແວດລ້ອມເຄືອຂ່າຍ ອອນລາຍ ກໍເຮັດໃຫ້ຊີວິດການເປັນຢູ່ດ້ານຂໍ້ມູນຂ່າວສານມີຄວາມສັບສົນກວ່າເກົ່າ, ງ່າຍຕໍ່ການຖືກຄອບງຳໂດຍອາລົມຄວາມຮູ້ສຶກຊົ່ວຄາວ, ຂ່າວສານທີ່ຄາດເຄື່ອນ, ການບິດເບືອນຂອງລະບົບອານກໍຣິທຶມ (Algorithm) ແລະ ບັນດາກິດຈະກຳການແຜ່ກະຈາຍຂໍ້ມູນຂ່າວສານທີ່ມີຈຸດປະສົງແອບແຝງ. ຂ່າວປອມ, ຂ່າວເຄິ່ງຈິງເຄິ່ງປອມ, ຄວາມກຳກວມບໍ່ຈະແຈ້ງ, ຮູບພາບ ແລະ ສຽງປອມແປງ, ເນື້ອໃນທີ່ສ້າງຂຶ້ນໂດຍປັນຍາປະດິດ (AI), ການລະເມີດລິຂະສິດ, ການໂຈມຕີທາງໄຊເບີ ແລະ ການລັກລອບຂໍ້ມູນ ໄດ້ເກີດຂຶ້ນນັບມື້ນັບມີຄວາມລະອຽດອ່ອນ ແລະ ວິຈິດບັນຈົງ. ຂໍ້ມູນຂ່າວສານທີ່ຜິດພາດ ແມ່ນສາມາດແຜ່ຂະຫຍາຍໄປໄດ້ໄກ ກ່ອນທີ່ຄວາມຈິງຈະໄດ້ຮັບການກວດກາຢັ້ງຢືນຢ່າງທັນການ. ສະພາບການທີ່ຄຳປາໄສຖືກຕັດຕໍ່, ປະສົມປະສານ ແມ່ນສາມາດສ້າງຄວາມເສຍຫາຍຕໍ່ອິດທິພົນຊື່ສຽງຂອງບຸກຄົນ, ອົງການຈັດຕັ້ງ, ຕະຫຼອດຮອດສົ່ງຜົນສະທ້ອນຕໍ່ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ກັບນະໂຍບາຍຂອງພັກ ແລະ ລັດ.
ພາຍໃດລະບຽບທາງດ້ານການສື່ສານແບບໃໝ່, ສື່ມວນຊົນແມ່ນບໍ່ໄດ້ຮັກສາຖານະຕຳແໜ່ງທີ່ເກືອບວ່າຜູກຂາດພາຍໃດການລົງຂ່າວອີກຕໍ່ໄປ. ຮອດທ້າຍປີ 2025, ຫວຽດນາມ ມີຜູ້ຢັ້ງຢືນຊົມໃຊ້ ອິນເຕີເນັດ ປະມານ 85,6 ລ້ານຄົນ, ເທົ່າກັບ 84,2% ຂອງປະຊາກອນ, ແລະ ມີລະຫັດປະຈຳຕົວຜູ້ຊົມໃຊ້ເຄືອຂ່າຍສັງຄົມປະມານ 79 ລ້ານບັນຊີ. ອີງຕາມການສະຖິຕິທີ່ໃກ້ທີ່ສຸດ, ຈຳນວນບັນຊີທັງໝົດຂອງຄົນຫວຽດນາມທີ່ຊົມໃຊ້ເຄືອຂ່າຍສັງຄົມພາຍໃດປະເທດມີປະມານ 110 ລ້ານບັນຊີ, ໃນຂະນະທີ່ບັນຊີຢູ່ບົນເຄືອຂ່າຍສັງຄົມຕ່າງປະເທດມີປະມານ 203 ລ້ານບັນຊີ. ສະພາບແວດລ້ອມດິຈິຕອນຄືແນວນັ້ນ ໄດ້ຊ່ວຍໃຫ້ສື່ມວນຊົນທັງມີໂອກາດເຂົ້າເຖິງມວນຊົນໄດ້ກວ້າງຂວາງກວ່າເວລາໃດໝົດ, ທັງຕ້ອງມີການແຂ່ງຂັນໂດຍກົງກັບກະແສເນື້ອໃນອັນມະຫາສານ ທີ່ສ້າງຂຶ້ນໂດຍບັນດາຮາກຖານເຄືອຂ່າຍ ແລະ ຜູ້ຊົມໃຊ້ໃນແຕ່ລະຊົ່ວໂມງ, ແຕ່ລະນາທີ. ຢູ່ບົນອະວະກາດດິຈິຕອນ, ເກືອບວ່າທຸກໆບຸກຄົນຕ່າງກໍສາມາດສົ່ງຂ່າວໄດ້. ບັນດາບັນຊີເຄືອຂ່າຍສັງຄົມ ຕ່າງກໍສາມາດສ້າງອິດທິພົນພາຍໃດຊຸມຊົນສະເພາະໃດໜຶ່ງ.
ເຖິງຢ່າງໃດກໍຕາມ, ການປ່ຽນແປງດັ່ງກ່າວນັ້ນ ບໍ່ໄດ້ເຮັດໃຫ້ບົດບາດຂອງສື່ມວນຊົນປະຕິວັດຫຼຸດນ້ອຍຖອຍລົງ. ໃນທາງກົງກັນຂ້າມ, ເມື່ອຂໍ້ມູນຂ່າວສານມີຫຼາຍເກີນໄປ, ສັງຄົມຍິ່ງມີຄວາມຕ້ອງການບັນດາສະຖານທີ່ທີ່ໜ້າເຊື່ອຖື ເພື່ອຢັ້ງຢືນວ່າສິ່ງໃດຖືກຕ້ອງ, ສິ່ງໃດຍັງຄົງຕ້ອງກວດກາຢັ້ງຢືນ, ສິ່ງໃດເປັນພຽງອາລົມຄວາມຮູ້ສຶກຂອງຝູງຊົນ ຫຼື ແມ່ນການຈັດຕັ້ງທີ່ມີຈຸດປະສົງແອບແຝງ. ສິ່ງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ມີຄວາມເປັນມືອາຊີບ, ທັດສະນະທ່າທີການອອກແຮງງານວິຊາຊີບທີ່ເຂັ້ມງວດ ແລະ ມີຄວາມກ້າຫານຕໍ່ໜ້າທຸກໆແຮງກົດດັນ. ສື່ມວນຊົນຕ້ອງແມ່ນສະຖານທີ່ທີ່ປະຊາຊົນຊອກຫາມາຫາ ເມື່ອມີຄວາມຕ້ອງການຄວາມຢັ້ງຢືນທີ່ໜ້າເຊື່ອຖື, ບໍ່ແມ່ນສະຖານທີ່ທີ່ແລ່ນຕາມກະແສຍອດນິຍົມ (Trend). ສັງຄົມຕ້ອງການສະຖານທີ່ທີ່ໜ້າເຊື່ອຖື ເພື່ອຄວາມເຂົ້າໃຈຖືກຕ້ອງຕໍ່ກັບຄວາມຈິງ. ປະຊາຊົນຈຳເປັນຕ້ອງຮັບຮູ່ວ່າ ມີເຫດການໃດເກີດຂຶ້ນ, ຍ້ອນຫຍັງຈຶ່ງເກີດຂຶ້ນ, ສົ່ງຜົນສະທ້ອນຕໍ່ໃຜ, ຄວາມຮັບຜິດຊອບຂຶ້ນກັບພາກສ່ວນໃດ ແລະ ມາດຕະການແກ້ໄຂໃດທີ່ມີຮາກຖານອັນໜັກແໜ້ນ.
ອະວະກາດດິຈິຕອນ ກໍມີຄວາມຕ້ອງການບັນດາຜົນງານສື່ມວນຊົນທີ່ອຸດົມສົມບູນທາງດ້ານຖານຂໍ້ມູນ, ຫຼາກຫຼາຍທາງດ້ານເນື້ອໃນ, ເຂົ້າໃຈງ່າຍທາງດ້ານວິທີການສະແດງອອກ, ເລິກເຊິ່ງທາງດ້ານການວິເຄາະນະໂຍບາຍ. ຫຼາກຫຼາຍບັນຫາພາຍໃດປັດຈຸບັນ, ນັບແຕ່ການຫັນປ່ຽນເປັນດິຈິຕອນ, ການຫັນປ່ຽນເປັນສີຂຽວ, ການປະຕິຮູບການບໍລິຫານ, ນະໂຍບາຍສະຫວັດດິການສັງຄົມ ຮອດການຜັນຜວນຂອງເສດຖະກິດສາກົນ, ຕ່າງກໍມີຄວາມຍຸ້ງຍາກພາຍໃດການກຳແໜ້ນ ຖ້າຫາກພຽງແຕ່ອ່ານບັນດາຂ່າວສານທີ່ຂາດຕອນ ບໍ່ຕໍ່ເນື່ອງກັນ. ຍ້ອນຄືແນວນັ້ນ, ຄວາມຮັບຜິດຊອບຂອງສື່ມວນຊົນ ບໍ່ພຽງແຕ່ວ່າຕ້ອງວ່ອງໄວກວ່າເກົ່າ, ແຕ່ກ່ອນອື່ນໝົດ ຕ້ອງຖືກຕ້ອງກວ່າເກົ່າ, ເລິກເຊິ່ງກວ່າເກົ່າ ແລະ ມີຜົນປະໂຫຍດກວ່າເກົ່າ.
ຈາກຄວາມຮຽກຮ້ອງຕ້ອງການດັ່ງກ່າວນັ້ນ, ການຫັນປ່ຽນເປັນດິຈິຕອນດ້ານສື່ມວນຊົນ ແມ່ນບໍ່ສາມາດເຂົ້າໃຈແບບງ່າຍດາຍວ່າ ເປັນພຽງການສ້າງຕັ້ງໜ້າເວັບໄຊເພີ່ມເຕີມ, ການເປີດບັນຊີເຄືອຂ່າຍສັງຄົມ ຫຼື ການປະກອບອຸປະກອນທີ່ທັນສະໄໝ. ນັ້ນຕ້ອງແມ່ນວິວັດທະນາການແຫ່ງການປະຕິຮູບຢ່າງຮອບດ້ານ ກ່ຽວກັບຈິນຕະນາການການນຳພາ, ຮູບແບບຫ້ອງຂ່າວ, ຂັ້ນຕອນການຜະລິດ, ການຄຸ້ມຄອງຖານຂໍ້ມູນ, ການແຈກຢາຍເນື້ອໃນ, ການວັດແທກມວນຊົນ, ເສດຖະກິດສື່ມວນຊົນ ແລະ ວັດທະນະທຳວິຊາຊີບ. ສື່ມວນຊົນດິຈິຕອນ ບໍ່ແມ່ນສື່ມວນຊົນແບບເກົ່າທີ່ເອົາໄປວາງໄວ້ຢູ່ບົນຮາກຖານໃໝ່, ແຕ່ແມ່ນວິທີການຈັດຕັ້ງແບບໃໝ່ ຢູ່ພາຍໃດສະພາບແວດລ້ອມແຫ່ງຍຸກສະໄໝໃໝ່.
ຢູ່ພາຍໃດຫ້ອງຂ່າວ, ແຕ່ລະຜົນງານ ຈຳເປັນຕ້ອງໄດ້ຮັບການເບິ່ງຄືກັນກັບຜະລິດຕະພັນຂໍ້ມູນຂ່າວສານທີ່ມີເປົ້າໝາຍຈະແຈ້ງ. ທຸກໆຮູບແບບການສະແດງອອກ ຕ້ອງຮ່ວມກັນປະຕິບັດຕາມມາດຕະຖານອັນດຽວກັນ: ມີຄວາມຖືກຕ້ອງ, ມີລັກສະນະມະນຸດສະທຳ, ມີການກວດກາຢັ້ງຢືນ, ມີຄວາມຮັບຜິດຊອບ. ຈຳເປັນຕ້ອງຫຼີກເວັ້ນສະພາບການທີ່ມີຄວາມເຂັ້ມງວດຢູ່ບົນໜ້າເວັບຫຼັກ ແຕ່ມີຄວາມມັກງ່າຍຢູ່ບົນຮາກຖານເຄືອຂ່າຍສຳຮອງ. ສື່ມວນຊົນນັບມື້ນັບມີຫຼາກຫຼາຍຮາກຖານເຄືອຂ່າຍເທົ່າໃດ, ຍິ່ງຈຳເປັນຕ້ອງມີຄວາມເປັນເອກະພາບທາງດ້ານມາດຕະຖານຫຼາຍເທົ່ານັ້ນ.
ພາຍໃດຍຸກສະໄໝດິຈິຕອນ, ຖານຂໍ້ມູນແມ່ນເສົາຄ້ຳໜຶ່ງຂອງສື່ມວນຊົນ. ຖານຂໍ້ມູນບໍ່ພຽງແຕ່ແມ່ນຕົວເລກເທົ່ານັ້ນ; ນັ້ນແມ່ນຮາກຖານແຫ່ງການກວດກາຢັ້ງຢືນ ແລະ ເປັນພາຫະນະ ເພື່ອການກໍ່ສ້າງ ແລະ ສົ່ງຕໍ່ບັນດາຜົນງານສື່ມວນຊົນ ຢ່າງມີຄວາມໂນ້ມນ້າວຈິດໃຈກວ່າເກົ່າ, ຮອບດ້ານກວ່າເກົ່າ. ບັນດາອົງການສຳນັກຂ່າວສານ, ສື່ມວນຊົນຂະໜາດໃຫຍ່ ທີ່ມີອິດທິພົນຊື່ສຽງຢູ່ບົນໂລກ ປັດຈຸບັນຕ່າງກໍມີການລົງທຶນຢ່າງມະຫາສານ ໃຫ້ແກ່ການກໍ່ສ້າງຖານຂໍ້ມູນ ແລະ ສະຫງວນແຫຼ່ງຊັບພະຍາກອນມະນຸດອັນສົມຄວນ ໃຫ້ແກ່ວຽກງານຖານຂໍ້ມູນ. ເມື່ອຖານຂໍ້ມູນໄດ້ຮັບການກໍ່ສ້າງ ແລະ ຄຸ້ມຄອງເປັນຢ່າງດີ, ສື່ມວນຊົນຈະເພີ່ມທະວີແຮງໂນ້ມນ້າວຈິດໃຈ ແລະ ມີຄວາມສາມາດຄົ້ນພົບບັນຫາໄດ້ຕັ້ງແຕ່ຫົວທີ.
ບັນຫາໃຫຍ່ອີກປະການໜຶ່ງ ແມ່ນສິດການເປັນເຈົ້າການ ຕໍ່ໜ້າບັນດາຮາກຖານເຄືອຂ່າຍຂ້າມຊາຍແດນ. ສື່ມວນຊົນຈຳເປັນຕ້ອງເຂົ້າເຖິງສະຖານທີ່ທີ່ມວນຊົນປາກົດຕົວ ໂດຍຜ່ານທຸກໆຮາກຖານເຄືອຂ່າຍ, ແຕ່ບໍ່ສາມາດປ່ອຍໃຫ້ມີຄວາມຂຶ້ນກັບລະບົບອານກໍຣິທຶມ (Algorithm) ພາຍນອກ. ຖ້າຫາກພຽງແຕ່ແລ່ນຕາມຍອດວິວເຂົ້າຊົມ ແລະ ກົນໄກການແນະນຳ, ອົງການສື່ມວນຊົນຈະງ່າຍຕໍ່ການສູນເສຍຖານຂໍ້ມູນຜູ້ອ່ານ, ສູນເສຍສິດການແຈກຢາຍ, ສູນເສຍເອກະລັກ ແລະ ຕ້ອງແບກຮັບຄວາມສ່ຽງ ເມື່ອລະບົບອານກໍຣິທຶມມີການປ່ຽນແປງ. ການເປັນເຈົ້າອະວະກາດດິຈິຕອນ ໝາຍຄວາມວ່າ ຮູ້ຈັກຂຸດຄົ້ນບັນດາຮາກຖານເຄືອຂ່າຍທົ່ວໂລກ, ໃນຂະນະດຽວກັນ ກໍກໍ່ສ້າງຊ່ອງທາງສ່ວນຕົວ, ຊຸມຊົນຜູ້ອ່ານສະເພາະຂອງຕົນເອງ, ຖານຂໍ້ມູນສ່ວນຕົວ ແລະ ເຄື່ອງໝາຍການຄ້າທີ່ໜ້າເຊື່ອຖືສະເພາະຂອງຕົນເອງ.
ຍ້ອນຄືແນວນັ້ນ, ອະທິປະໄຕດ້ານຂໍ້ມູນຂ່າວສານແຫ່ງຊາດ ຈຳເປັນຕ້ອງໄດ້ຮັບການຮັບຮູ້ຢ່າງຄົບຖ້ວນກວ່າເກົ່າ. ສື່ມວນຊົນປະຕິວັດ ຕ້ອງແມ່ນກຳລັງຫຼັກແຫຼ່ງ ພາຍໃດການປົກປັກຮັກສາອະທິປະໄຕດັ່ງກ່າວນັ້ນ. ການປົກປັກຮັກສາອະທິປະໄຕດ້ານຂໍ້ມູນຂ່າວສານ ບໍ່ໄດ້ໝາຍຄວາມວ່າ ແມ່ນການປິດປະຕູຂັງຕົວເອງ. ຫວຽດນາມ ຕ້ອງການພື້ນຖານສື່ມວນຊົນການຕ່າງປະເທດດ້ານດິຈິຕອນທີ່ເຂັ້ມແຂງ, ຫຼາກຫຼາຍພາສາ, ຫຼາກຫຼາຍຮູບແບບສື່ (Multimedia), ທີ່ມີຄວາມສາມາດສົ່ງຕໍ່ຂໍ້ມູນຂ່າວສານຂອງຫວຽດນາມ ໄປຫາທົ່ວໂລກ ດ້ວຍພາສາທີ່ທັນສະໄໝ ແລະ ເອກະລັກຄວາມເປັນຫວຽດນາມ. ຜົນສຳເລັດແຫ່ງການປະຕິຮູບ, ວັດທະນະທຳຂອງຊາດ, ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສັນຕິພາບ, ມິດພາບ, ການຮ່ວມມື ແລະ ການພັດທະນາ ຈຳເປັນຕ້ອງໄດ້ຮັບການນຳສະເໜີ ດ້ວຍຜະລິດຕະພັນທີ່ມີຄວາມດຶງດູດໃຈ, ມີຖານຂໍ້ມູນທີ່ມີຄວາມໂນ້ມນ້າວຈິດໃຈອັນໜັກແໜ້ນ.
ເພື່ອເຮັດຫຼຸລ່ວງພາລະກິດດັ່ງກ່າວນັ້ນ, ສື່ມວນຊົນຕ້ອງການແຫຼ່ງທຶນຊັບພະຍາກອນການພັດທະນາທີ່ຍືນຍົງ. ເສດຖະກິດສື່ມວນຊົນດິຈິຕອນ ບໍ່ໄດ້ມີຄວາມຂັດແຍ້ງກັນ ກັບເປົ້າໝາຍ ແລະ ບັນດາທິດທາງຂອງສື່ມວນຊົນປະຕິວັດ. ພື້ນຖານສື່ມວນຊົນທີ່ຂາດແຄນແຫຼ່ງທຶນຊັບພະຍາກອນ ຈະມີຄວາມຍຸ້ງຍາກພາຍໃດການລົງທຶນເຕັກໂນໂລຊີ, ການປົກປ້ອງລິຂະສິດ, ການອົບຮົມບຳລຸງສ້າງບຸກຄະລາກອນ ແລະ ການຮັກສາບຸກຄົນທີ່ມີຄວາມສາມາດໄວ້ໄດ້. ເຖິງຢ່າງໃດກໍຕາມ, ເສດຖະກິດສື່ມວນຊົນ ຕ້ອງຮັບໃຊ້ໃຫ້ແກ່ພາລະກິດສື່ມວນຊົນ, ບໍ່ປ່ອຍໃຫ້ມີການຊີ້ນຳສື່ມວນຊົນ ເຂົ້າສູ່ການລົງຂ່າວແບບຮຽກຮ້ອງຄວາມສົນໃຈ, ການດຶງດູດລູກຄ້າແບບບໍ່ມີຂອບເຂດ, ການຂຸດຄົ້ນຊີວິດສ່ວນຕົວ, ການຫັນຂໍ້ມູນຂ່າວສານການເມືອງ - ສັງຄົມ ເປັນການຄ້າ. ສື່ມວນຊົນຕ້ອງການແຫຼ່ງລາຍຮັບໃໝ່ ຈາກການສະໝັກສະມາຊິກດິຈິຕອນ (Subscription), ລິຂະສິດ, ຖານຂໍ້ມູນ ແລະ ຜະລິດຕະພັນວິຊາສະເພາະລວງເລິກ. ຖ້າຫາກບໍ່ກໍ່ສ້າງຮູບແບບເສດຖະກິດສື່ມວນຊົນດິຈິຕອນທີ່ປອດໃສໄດ້, ສື່ມວນຊົນຈະມີຄວາມຍຸ້ງຍາກພາຍໃດການຮັກສາສະມັດຖະພາບການລົງທຶນ ໃຫ້ແກ່ເນື້ອໃນທີ່ມີຄຸນນະພາບສູງ, ວຽກງານການສືບສວນ, ການວິເຄາະ, ການກວດກາຢັ້ງຢືນ ແລະ ການປົກປ້ອງລິຂະສິດ.
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຖ່າຍພາບຮ່ວມກັບບັນດານັກຂ່າວແບບຢ່າງ. (ພາບ: TTXVN). |
ລິຂະສິດສື່ມວນຊົນ ຢູ່ພາຍໃດສະພາບແວດລ້ອມດິຈິຕອນ ແລະ ສະພາບແວດລ້ອມ AI ກໍຕ້ອງໄດ້ຮັບການປົກປ້ອງຢ່າງເຂັ້ມງວດ. ເນື້ອໃນສື່ມວນຊົນ ແມ່ນໝາກຜົນແຫ່ງການອອກແຮງງານປະດິດສ້າງ, ການເຄື່ອນໄຫວວິຊາສະເພາະ, ການກວດກາຢັ້ງຢືນ, ການຮຽບຮຽງ, ການລົງທຶນດ້ານການເງິນ ແລະ ຄວາມຮັບຜິດຊອບທາງດ້ານກົດໝາຍ. ການຄັດລອກ, ການຕັດຕໍ່, ການຂຸດຄົ້ນ, ການສັງລວມ, ການຫັນເປັນການຄ້າ ຈະເຮັດໃຫ້ຮາກຖານເສດຖະກິດຂອງສື່ມວນຊົນອ່ອນເພຍລົງ. ການປົກປ້ອງລິຂະສິດ ແມ່ນການປົກປ້ອງການອອກແຮງງານອັນຊອບທຳ ແລະ ຄຸນນະພາບຂໍ້ມູນຂ່າວສານພາຍໃດສັງຄົມ.
ບັນຫາສຸດທ້າຍ ຍັງຄົງແມ່ນປັດໄຈມະນຸດ. ທຸກໆທິດທາງ ແລະ ຍຸດທະສາດ ຕ່າງກໍຂຶ້ນກັບມະນຸດ. ນັກຂ່າວພາຍໃດຍຸກສະໄໝດິຈິຕອນ ຕ້ອງຮູ້ຈັກເຮັດວຽກຮ່ວມກັບຖານຂໍ້ມູນ, ເຄື່ອງມືດິຈິຕອນ, ເຄືອຂ່າຍສັງຄົມ, ແຫຼ່ງຂໍ້ມູນເປີດ ແລະ ບັນດາມາດຕະຖານຄວາມປອດໄພດ້ານຂໍ້ມູນຂ່າວສານ. ນັບມື້ນັບມີເຄື່ອງມືຫຼາຍເທົ່າໃດ, ນັກຂ່າວຍິ່ງຈຳເປັນຕ້ອງມີຄວາມກ້າຫານຫຼາຍເທົ່ານັ້ນ. ຈຳເປັນຕ້ອງຫຼີກເວັ້ນສະພາບການລົງຂ່າວກ່ອນແລ້ວຈຶ່ງກວດກາຢັ້ງຢືນຕາມຫຼັງ ຫຼື ປ່ອຍໃຫ້ເຄືອຂ່າຍສັງຄົມເປັນຜູ້ຊີ້ນຳ. ຜູ້ເຮັດວຽກສື່ມວນຊົນ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ເອົາອິດທິພົນຊື່ສຽງໄປແລກປ່ຽນ ເພື່ອເພີ່ມຍອດເຂົ້າຊົມ. ກ່ອນທີ່ຈະລົງພິມຜົນງານສື່ມວນຊົນໃດໜຶ່ງ, ຜູ້ເຮັດວຽກສື່ມວນຊົນຈຳເປັນຕ້ອງຕອບ 3 ຄຳຖາມ: ຖືກຕ້ອງຫຼືບໍ່, ຈຳເປັນຫຼືບໍ່, ມີຜົນປະໂຫຍດຕໍ່ສັງຄົມຫຼືບໍ່?
ການນຳອົງການສື່ມວນຊົນ ກໍຕ້ອງມີການປ່ຽນແປງເຊັ່ນດຽວກັນ. ຫົວໜ້າບັນນາທິການ ຢູ່ພາຍໃດຫ້ອງຂ່າວດິຈິຕອນ ບໍ່ພຽງແຕ່ແມ່ນຜູ້ອະນຸມັດເນື້ອໃນເທົ່ານັ້ນ, ແຕ່ຍັງຕ້ອງສ້າງສັນຍຸດທະສາດຜະລິດຕະພັນ, ຖານຂໍ້ມູນ, ມວນຊົນ, ເຕັກໂນໂລຊີ ແລະ ເອກະລັກບຸກຄະລາກອນ. ອົງການສື່ມວນຊົນ ຈຳເປັນຕ້ອງມີວັດທະນະທຳການເຮັດວຽກແບບໃໝ່: ມີຄວາມເປັນມືອາຊີບ, ມີລະບຽບວິໄນພາຍໃດການກວດກາຢັ້ງຢືນ, ມີຄວາມວ່ອງໄວພາຍໃດການຕອບໂຕ້, ເປີດກວ້າງຕໍ່ກັບການປະຕິຮູບ, ພ້ອມແລ້ວທີ່ຈະທົດລອງ ແຕ່ບໍ່ມັກງ່າຍຕໍ່ກັບມາດຕະຖານ. ການອົບຮົມບຳລຸງສ້າງຖິ້ມງານຄືນໃໝ່ ຕ້ອງກາຍເປັນໜ້າທີ່ເປັນປະຈຳ, ໂດຍສຸມໃສ່ການກວດກາຢັ້ງຢືນດ້ານດິຈິຕອນ, ຄວາມປອດໄພຂອງຖານຂໍ້ມູນ, ສື່ມວນຊົນຫຼາຍຮາກຖານ (Multi-platform), ຈັນຍາບັນ AI ແລະ ການປະຕິບັດຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ.
ພາຍໃດສະພາບແວດລ້ອມທີ່ ກົດໝາຍວ່າດ້ວຍສື່ມວນຊົນ ສະບັບເລກທີ 126/2025/QH15 ຈະມີຜົນສັກສິດບັງຄັບໃຊ້ ນັບແຕ່ວັນທີ 1 ກໍລະກົດ ປີ 2026, ວຽກງານການປັບປຸງລະບອບສະຖາບັນສື່ມວນຊົນດິຈິຕອນໃຫ້ສົມບູນ ແມ່ນມີຄວາມຈຳເປັນຢ່າງຍິ່ງ. ລະບອບສະຖາບັນ ຕ້ອງປົກປ້ອງສິດການເຄື່ອນໄຫວວິຊາສະເພາະຢ່າງຖືກຕ້ອງຕາມກົດໝາຍ, ຊຸກຍູ້ການປະຕິຮູບປະດິດສ້າງ, ສ້າງແລວທາງໃຫ້ແກ່ຫ້ອງຂ່າວດິຈິຕອນ, ເສດຖະກິດສື່ມວນຊົນດິຈິຕອນ, ສື່ມວນຊົນຖານຂໍ້ມູນ, ການປົກປ້ອງລິຂະສິດ ແລະ ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ. ໃນຂະນະດຽວກັນ, ລະບຽບວິນັຍສື່ມວນຊົນ ຕ້ອງໄດ້ຮັບການຮັກສາຢ່າງເຂັ້ມງວດ; ບັນດາການກະທຳຜິດພາດກ່ຽວກັບຂໍ້ມູນຂ່າວສານ, ຈັນຍາບັນວິຊາຊີບ, ການສວຍໃຊ້ສື່ມວນຊົນເພື່ອສະແຫວງຫາຜົນປະໂຫຍດ ສ່ວນຕົວ ຕ້ອງໄດ້ຮັບການແກ້ໄຂຢ່າງທັນການ.
ໜ້າທີ່ອັນຮີບດ່ວນໜຶ່ງ ແມ່ນການສ້າງສະມັດຖະພາບການກວດກາຢັ້ງຢືນຂໍ້ມູນຂ່າວສານ ພາຍໃດລະດັບຂະໜາດແຫ່ງຊາດ. ຈຳເປັນຕ້ອງມີການເຊື່ອມຕໍ່ຢ່າງແໜ້ນແຟ້ນ ລະຫວ່າງ ອົງການຄຸ້ມຄອງ, ອົງການສື່ມວນຊົນຫຼັກແຫຼ່ງ, ຊ່ຽວຊານເຕັກໂນໂລຊີ, ສະຖາບັນການສຶກສາອົບຮົມ, ວິສາຫະກິດຮາກຖານ ແລະ ຊຸມຊົນ ເພື່ອຄົ້ນພົບ, ກວດກາຢັ້ງຢືນ, ແຈ້ງເຕືອນ, ໂຕ້ຕອບຂ່າວປອມ, ການປອມແປງຄຳປາໄສ, ການປອມແປງຮູບພາບຂອງອົງການລັດ ແລະ ບັນດາກິດຈະກຳການແຜ່ກະຈາຍທີ່ສ້າງຄວາມປັ່ນປ່ວນຕໍ່ຂໍ້ມູນຂ່າວສານ. ເຄືອຂ່າຍດັ່ງກ່າວ ຕ້ອງດຳເນີນງານຢ່າງວ່ອງໄວ, ມີຂັ້ນຕອນທີ່ຈະແຈ້ງ, ນຳໃຊ້ຖານຂໍ້ມູນ ແລະ ຫຼັກຖານ ເພື່ອໂນ້ມນ້າວຈິດໃຈມວນຊົນ.
ພາຍໃດທົ່ວວິວັດທະນາການແຫ່ງການປະຕິຮູບພື້ນຖານສື່ມວນຊົນ, ຕ້ອງວາງມວນຊົນໄວ້ຢູ່ຈຸດສູນກາງ. ມວນຊົນດິຈິຕອນໃນປັດຈຸບັນ ບໍ່ພຽງແຕ່ຮັບຂໍ້ມູນຂ່າວສານເທົ່ານັ້ນ ແຕ່ຍັງມີການຕອບໂຕ້ເປັນປະຈຳ, ຕັ້ງຄຳຖາມ, ກວດກາຢັ້ງຢືນຄືນ, ປະກອບຄຳເຫັນ, ສະໜອງຖານຂໍ້ມູນ ແລະ ຮຽກຮ້ອງໃຫ້ສື່ມວນຊົນມີຄວາມໂປ່ງໃສກວ່າເກົ່າ. ສື່ມວນຊົນຕ້ອງຮູ້ຈັກຮັບຟັງ ແຕ່ບໍ່ແລ່ນຕາມທຸກໆອາລົມຄວາມຮູ້ສຶກຊົ່ວຄາວ, ເຄົາລົບການຖກເຖຽງ ແຕ່ເດັດຂາດບໍ່ບົ່ມຊ້ອນຂໍ້ມູນຂ່າວສານທີ່ເປັນພິດໄພ. ສຳລັບໄວໜຸ່ມ, ສື່ມວນຊົນສາມາດປະຕິຮູບເພື່ອເຂົ້າເຖິງໄດ້ດີກວ່າເກົ່າ ດ້ວຍພາສາ, ຮູບແບບ, ຮາກຖານທີ່ແທດເໝາະ ແຕ່ບໍ່ໄດ້ຮັບອະນຸຍາດໃຫ້ຫຼຸດມາດຕະຖານລົງ.
ສື່ມວນຊົນປະຕິວັດຫວຽດນາມ ພາຍໃດຍຸກສະໄໝດິຈິຕອນ ຍ້ອນຄືແນວນັ້ນ ຈຳເປັນຕ້ອງມີການປະສານສົມທົບຢ່າງກົມກຽວ ລະຫວ່າງ ຄວາມກ້າຫານທາງດ້ານການເມືອງ ແລະ ສະມັດຖະພາບດ້ານເຕັກໂນໂລຊີ, ລະຫວ່າງ ອຸດົມການປະຕິວັດ ແລະ ຈິນຕະນາການປະຕິຮູບ, ລະຫວ່າງ ລັກສະນະຕໍ່ສູ້ ແລະ ລັກສະນະມະນຸດສະທຳ, ລະຫວ່າງ ຄວາມຮັບຜິດຊອບແຫ່ງຊາດ ແລະ ຄວາມສາມາດພາຍໃດການເຊື່ອມໂຍງ. ການເປັນເຈົ້າອະວະກາດດິຈິຕອນ ແມ່ນບໍ່ສາມາດເຮັດໄດ້ພຽງແຕ່ດ້ວຍຄຳຂວັນເທົ່ານັ້ນ ແຕ່ຕ້ອງເລີ່ມຕົ້ນຈາກແຕ່ລະຫ້ອງຂ່າວ, ແຕ່ລະຂັ້ນຕອນການກວດກາຢັ້ງຢືນ, ແຕ່ລະສາງຖານຂໍ້ມູນ, ແຕ່ລະຜະລິດຕະພັນສື່ມວນຊົນ, ແຕ່ລະຊັ້ນຮຽນອົບຮົມບຳລຸງສ້າງ ແລະ ແຕ່ລະການປະພຶດຂອງນັກຂ່າວຕໍ່ໜ້າມວນຊົນ.
ເນື່ອງພາຍໃດໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາອົງການສື່ມວນຊົນ ແລະ ນັກຂ່າວແຕ່ລະທ່ານ ຈະຫັນປ່ຽນມູນເຊື້ອປະຕິວັດ ໃຫ້ກາຍເປັນພະລັງຂັບເຄື່ອນໃຫ້ແກ່ການປະຕິຮູບ. ບັນດາອົງການສື່ມວນຊົນ ຈຳເປັນຕ້ອງກາຍເປັນຫ້ອງຂ່າວດິຈິຕອນທີ່ທັນສະໄໝ, ເປັນສູນກາງຖານຂໍ້ມູນ ແລະ ສະຕິປັນຍາ, ເປັນສະຖານທີ່ທີ່ໜ້າເຊື່ອຖືຂອງປະຊາຊົນ. ບັນດານັກຂ່າວ ສືບຕໍ່ແມ່ນນັກຮົບຢູ່ບົນແນວຮົບແນວຄິດ - ວັດທະນະທຳ - ຂໍ້ມູນຂ່າວສານດິຈິຕອນ, ມີຄວາມກ້າຫານທີ່ໝັ້ນຄົງ, ມີຈັນຍາບັນອັນປອດໃສ, ມີຄວາມມະນຸດສະທຳອັນເລິກເຊິ່ງ, ມີຄວາມຊຳນານດ້ານເຕັກໂນໂລຊີ. ດ້ວຍທິດທາງດັ່ງກ່າວນັ້ນ, ຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ວ່າ ສື່ມວນຊົນປະຕິວັດຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງສົມກຽດ ເຂົ້າໃສ່ພາລະກິດແຫ່ງການຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ພາຍໃດຍຸກສະໄໝດິຈິຕອນ.
| ຍົກສູງບົດບາດຂອງສື່ມວນຊົນພາຍໃດການໂຄສະນາເຜີຍແຜ່ ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຍສໝ - ພາຍໃດສະພາບແວດລ້ອມແຫ່ງຍຸກສະໄໝດິຈິຕອນ, ສື່ມວນຊົນຕ້ອງແມ່ນກຳລັງນຳໜ້າຢ່າງແທ້ຈິງ, ຊີ້ນຳຫາງສຽງສັງຄົມ, ຊ່ວຍໃຫ້ບັນດາເນື້ອໃນແກນນຳຂອງພັກ ໄດ້ແທດເໝາະ ແລະ ຊຶມເລິກເຂົ້າສູ່ ວິຖີຊີວິດຂອງປະຊາຊົນ. |
| ເສດຖະກິດ - ການຄ້າ ສືບຕໍ່ແມ່ນເສົາຄ້ຳພາຍໃດສາຍພົວພັນ ຫວຽດນາມ - ອາຊັງຕິນ ຍສໝ - ທ່ານນາງຮອງປະທານປະເທດ ຫວໍທິແອັງສວນ ໄດ້ຕ້ອນຮັບທ່ານ ມາກົສ Marcos Antonio Bednarski, ເອກອັກຄະລັດຖະທູດ ອາຊັງຕິນ ປະຈຳ ປະເທດ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ, ພ້ອມທັງໄດ້ສະເໜີໃຫ້ສອງປະເທດ ຍູ້ແຮງການເຈລະຈາ ສົນທິສັນຍາການຄ້າບຸລິມະສິດ (PTA) ລະຫວ່າງ ຫວຽດນາມ - MERCOSUR ເພື່ອບັນລຸການລົງນາມຮ່ວມກັນຢ່າງວ່ອງໄວພາຍໃດປີ 2026 ... |

