ການມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານເອກອັກຄະລັດຖະທູດ ຮົງກາລີ
| ເປັນປີແຫ່ງການເລັ່ງລັດ ແລະ ຄວາມກ້າວໜ້າຂອງການທ່ອງທ່ຽວຫວຽດນາມ. | |
| ຫວຽດນາມ - ລາວ ເຊື່ອມຕໍ່ມໍລະດົກ, ໂຄສະນາວັດທະນະທຳ ແລະ ພັດທະນາການທ່ອງທ່ຽວ |
ຂໍ້ມູນຈາກກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໃຫ້ຮູ້ວ່າ, ທ່ານຮອງລັດຖະມົນຕີ ຕ້າກວາງດົງ (Tạ Quang Đông) ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ກັບບັນດາການປະກອບສ່ວນ ຂອງທ່ານເອກອັກຄະລັດຖະທູດ Baloghdi Tibor ທີ່ມີຕໍ່ກັບຂົງເຂດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພາຍໃດໄລຍະເວລາຜ່ານມາ. ທ່ານຮອງລັດຖະມົນຕີ ໄດ້ຢືນຢັນວ່າ, ທ່ານເອກອັກຄະລັດຖະທູດ ຍາມໃດກໍໄດ້ສະຫລະທັງຈິດທັງໃຈ ເຂົ້າໃສ່ວຽກງານການຊຸກຍູ້ການຮ່ວມມື ແລະ ການແລກປ່ຽນ ລະຫວ່າງ ຫວຽດນາມ ແລະ ຮົງກາລີ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ປະຊາຊົນສອງປະເທດ.
ຕະຫຼອດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ປະເທດ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ບາລອກດີ ຕີບອກ ໄດ້ຕັ້ງໜ້າປະສານງານຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພ້ອມດ້ວຍບັນດາກົມກອງທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍຫຼາກຫຼາຍເຫດການອັນສຳຄັນຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງຄຸນນະພາບການຈັດຕັ້ງ ກໍຄືການແຜ່ຂະຫຍາຍພາບພົດ, ຄຸນຄ່າທາງດ້ານວັດທະນະທຳຂອງສອງປະເທດ ໃຫ້ກ້າວໄປສູ່ເພື່ອນມິດສາກົນ. ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້, ເຖິງແມ່ນວ່າຈະສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ປະເທດ ຫວຽດນາມ ແລະ ຢູ່ບົນຖານະຕຳແໜ່ງໃດກໍຕາມພາຍໃດອະນາຄົດ, ທ່ານເອກອັກຄະລັດຖະທູດ ບາລອກດີ ຕີບອກ ກໍຈະຍັງຄົງສືບຕໍ່ສະຫລະຄວາມເອົາໃຈໃສ່ ແລະ ຄວາມຮູ້ສຶກອັນດີງາມໃຫ້ແກ່ ປະເທດ ຫວຽດນາມ ເວົ້າລວມ ກໍຄືສາຍພົວພັນການຮ່ວມມືທາງດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ຮົງກາລີ ເວົ້າສະເພາະ.
![]() |
| ທ່ານຮອງລັດຖະມົນຕີ ຕ້າກວາງດົງ (Tạ Quang Đông) ໄດ້ມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານ Baloghdi Tibor, ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ປະເທດ ຫວຽດນາມ. (ພາບ: ກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) |
ກ່າວປາໄສຢູ່ພາຍໃດພິທີ, ທ່ານເອກອັກຄະລັດຖະທູດ ຮົງກາລີ ປະຈຳ ປະເທດ ຫວຽດນາມ Baloghdi Tibor ໃຫ້ຮູ້ວ່າ, ພາຍໃດໄລຍະເວລາທີ່ດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ປະຈຳ ປະເທດ ຫວຽດນາມ, ເພິ່ນ ແລະ ຄະນະພະນັກງານສະຖານເອກອັກຄະລັດຖະທູດ ຮົງກາລີ ຍາມໃດກໍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຈາກກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ.
ພ້ອມທັງໄດ້ທົບທວນຄືນບັນດາກິດຈະກຳແລກປ່ຽນວັດທະນະທຳ ທີ່ໄດ້ຮັບການຈັດຕັ້ງຂຶ້ນພາຍໃດບັນດາປີຜ່ານມາ, ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ກັບຄວາມອຸດົມສົມບູນ, ຄວາມຫຼາກຫຼາຍ ຂອງບັນດາແຜນງານວັດທະນະທຳ, ສິລະປະ ລະຫວ່າງ ສອງປະເທດ. ອີງຕາມການໃຫ້ຮູ້ຂອງເພິ່ນ, ການສະໜັບສະໜູນຊ່ວຍເຫຼືອ ແລະ ການປະສານງານຢ່າງແໜ້ນແຟ້ນ ຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແມ່ນໜຶ່ງພາຍໃດປັດໄຈອັນສຳຄັນ ປະກອບສ່ວນສ້າງຜົນສຳເລັດໃຫ້ແກ່ບັນດາເຫດການຕ່າງໆ.
ທ່ານເອກອັກຄະລັດຖະທູດ ບາລອກດີ ຕີບອກ ຍັງໄດ້ເນັ້ນໜັກວ່າ, ພາຍໃດສະພາບການປັດຈຸບັນ, ວັດທະນະທຳນັບມື້ນັບຄອບຄອງບົດບາດອັນສຳຄັນພາຍໃດວິຖີຊີວິດຂອງສັງຄົມ. ເປັນພິເສດ, ບັນດາສະຖານທີ່ທາງດ້ານວັດທະນະທຳ ຄື ໂຮງລະຄອນ, ຫໍພິພິທະພັນ ແມ່ນສືບຕໍ່ຢືນຢັນຄຸນຄ່າ ແລະ ຄວາມໝາຍຕົວຈິງ ພາຍໃດສະພາບແວດລ້ອມທີ່ເຕັກໂນໂລຊີພວມມີການຂະຫຍາຍຕົວຢ່າງແຂງແຮງ.
![]() |
| ທ່ານເອກອັກຄະລັດຖະທູດ Baloghdi Tibor ມີ 3 ອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ. (ພາບ: ກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) |
ໂດຍສະແດງຄວາມເຊື່ອໝັ້ນຕໍ່ກັບວິໄສທັດແຫ່ງການຮ່ວມມືລະຫວ່າງສອງປະເທດ, ທ່ານເອກອັກຄະລັດຖະທູດ ໄດ້ມີຄວາມຄາດຫວັງວ່າ ບັນດາກິດຈະກຳແລກປ່ຽນ ແລະ ການຮ່ວມມືພາຍໃດຂົງເຂດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ຮົງກາລີ ຈະສືບຕໍ່ໄດ້ຮັບການຍູ້ແຮງພາຍໃດໄລຍະຕໍ່ໜ້າ, ປະກອບສ່ວນເຮັດໃຫ້ສາຍພົວພັນທະວິພາຄີຂະຫຍາຍຕົວນັບມື້ນັບກວ້າງຂວາງ, ເລິກເຊິ່ງ, ແທ້ຈິງ ແລະ ມີປະສິດທິຜົນ.
ທ່ານເອກອັກຄະລັດຖະທູດ Baloghdi Tibor ມີ 3 ອາຍຸການປະຕິບັດໜ້າທີ່ທາງການທູດຢູ່ ປະເທດ ຫວຽດນາມ ບົນຖານະຕຳແໜ່ງເປັນ ຮອງເອກອັກຄະລັດຖະທູດ ປະຈຳສະຖານເອກອັກຄະລັດຖະທູດ ຮົງກາລີ ປະຈຳຮ່າໂນ້ຍ (2003 - 2006), ກົງສຸນໃຫຍ່ ຮົງກາລີ ປະຈຳນະຄອນ ໂຮ່ຈີມິນ (2015 - 2020) ແລະ ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ປະເທດ ຫວຽດນາມ (ນັບຕັ້ງແຕ່ປີ 2022 ມາຮອດປັດຈຸບັນ). ໃນຄະນະທີ່ສິ້ນສຸດອາຍຸການທີ 3 ຢູ່ທີ່ປະເທດ ຫວຽດນາມ - ປະເທດທີ່ເພິ່ນໄດ້ມີຄວາມຜູກພັນມາເປັນເວລາຫຼາຍກວ່າ 20 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ໄດ້ຢືນຢັນວ່າ ເຖິງແມ່ນວ່າຈະຢູ່ບົນຖານະຕຳແໜ່ງໃດ ກໍຈະສືບຕໍ່ມີການປະກອບສ່ວນໃຫ້ແກ່ວຽກງານການພັດທະນາສາຍພົວພັນລະຫວ່າງສອງປະເທດເວົ້າລວມ ກໍຄືການຮ່ວມມືທະວິພາຄີພາຍໃດຂົງເຂດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເວົ້າສະເພາະ.
| ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ຍຸກສະໄໝໃໝ່, ພາລະກຳໃໝ່ຂອງແມ່ຍິງຫວຽດນາມ ຍສໝ - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV ຈະດຳເນີນໄປພາຍໃດໄລຍະເວລາສອງວັນ ນັບຕັ້ງແຕ່ວັນທີ 17-18 ມິຖຸນາ 2026 ຢູ່ທີ່ສູນກາງກອງປະຊຸມແຫ່ງຊາດ (ຮ່າໂນ້ຍ). |
| ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ ຍສໝ - ວັນທີ 16 ມິຖຸນາ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານກິວ (An Cựu) (ນະຄອນ ເຫ້ວ) ຈັດຕັ້ງການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການກວດພິສູດ DNA ຢູ່ທີ່ ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ... |

