14:48 | 09/06/2026

ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ
ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ

ເນື່ອງໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 (AFF) ແຕ່ວັນທີ 7 - 9/6/2026 ຢູ່ທີ່ຮາໂນ້ຍ, ພາຍໃດຕອນບ່າຍວັນທີ 07/6/2026 ໄດ້ມີວາລະການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢູ່ທີ່ສຳນັກງານລັດຖະບານ.

ພາຍຫຼັງສິ້ນສຸດວາລະການເຈລະຈາ, ທ່ານນາຍົກລັດຖະມົນຕີ ແຫ່ງ ສອງປະເທດ ໄດ້ຮ່ວມເປັນສັກຂີພິຍານໃຫ້ແກ່ ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນວັນຕວນ (Ngô Văn Tuấn) ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ລາວ ສັນຕິພາບ ພົມວິຫານ ແລກປ່ຽນຂໍ້ຕົກລົງການຮ່ວມມື ລະຫວ່າງ ກະຊວງການເງິນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ກະຊວງການເງິນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄລຍະ 2026-2030.

ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030
ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ລາວ ແລກປ່ຽນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030 ຕໍ່ໜ້າການຮ່ວມເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີ ແຫ່ງສອງປະເທດ. ພາບ: ດຶກແທັງ (Đức Thanh).

ນີ້ແມ່ນໜຶ່ງໃນສີ່ເອກະສານການຮ່ວມມື ທີ່ໄດ້ຮັບການແລກປ່ຽນພາຍໃຕ້ຂອບເຂດການເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສອງພັກ, ສອງລັດ ກໍຄືບັນດາກະຊວງ, ຂະແໜງການຂອງສອງປະເທດ ພາຍໃດການສືບຕໍ່ຮັດແໜ້ນ, ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮັດແໜ້ນທາງດ້ານຍຸດທະສາດ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງກວ່າເກົ່າ.

ຂໍ້ຕົກລົງການຮ່ວມມື ໄລຍະ 2026-2030 ແມ່ນໄດ້ຖືກສ້າງຂຶ້ນບົນພື້ນຖານການສືບທອດ ແລະ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້ພາຍໃດໄລຍະ 2021-2025, ໃນຂະນະດຽວກັນກໍເກາະຫ້ອຍຢ່າງສະໜິດແໜ້ນກັບສັນຍາການຮ່ວມມືທວິພາຄີ ລະຫວ່າງ ລັດຖະບານສອງປະເທດ ໄລຍະ 2026-2030 ແລະ ແຜນການຮ່ວມມື ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ປະຈຳປີ 2026. ຂໍ້ຕົກລົງດັ່ງກ່າວ ໄດ້ສືບຕໍ່ຢືນຢັນເຖິງຄຳໝັ້ນສັນຍາອັນແຮງກ້າ ຂອງກະຊວງການເງິນ ຫວຽດນາມ ພາຍໃດການຮ່ວມເດີນທາງ ແລະ ສະໜັບສະໜູນກະຊວງການເງິນ ລາວ ເພື່ອຍົກສູງຂີດຄວາມສາມາດພາຍໃດການຄຸ້ມຄອງການເງິນ, ປະກອບສ່ວນຮັບໃຊ້ເຂົ້າໃສ່ການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ລາວ.

ອີງຕາມຂໍ້ຕົກລົງ, ສອງກະຊວງການເງິນ ໄດ້ເຫັນດີເປັນເອກະພາບກັນຜັນຂະຫຍາຍໂຄງການຮ່ວມມືຮອບດ້ານພາຍໃດບັນດາຂົງເຂດຈຸດສຸມ, ບອກເຖິງ ການເພີ່ມທະວີຂີດຄວາມສາມາດທາງດ້ານສະຖາບັນ, ການປັບປຸງລະບົບບັນດານະໂຍບາຍການເງິນໃຫ້ສົມບູນແບບ; ການສະໜັບສະໜູນຍົກສູງຄຸນນະພາບຂອງແຫຼ່ງທຶນມະນຸດ; ການເພີ່ມທະວີພື້ນຖານໂຄງລ່າງ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະ; ແລະ ການຊຸກຍູ້ບັນດາກິດຈະກຳການພົບປະແລກປ່ຽນ, ຖອດຖອນບົດຮຽນລະຫວ່າງພະນັກງານ, ລັດຖະກອນຂະແໜງການເງິນຂອງສອງປະເທດ.

ພາຍໃດໄລຍະ 2026-2030, ກະຊວງການເງິນ ຫວຽດນາມ ຈະສືບຕໍ່ໃຫ້ບຸລິມະສິດສະໜັບສະໜູນກະຊວງການເງິນ ລາວ ພາຍໃດບັນດາຂົງເຂດພາສີ, ສ່ວຍສາອາກອນ, ຄັງເງິນແຫ່ງຊາດ, ງົບປະມານແຫ່ງລັດ, ການຄຸ້ມຄອງໜີ້ສິນ, ການຄຸ້ມຄອງຊັບສິນລັດ, ການປະມູນ ແລະ ບັນດາຂົງເຂດການເງິນອັນສຳຄັນອື່ນໆ. ສອງຝ່າຍກໍຈະເພີ່ມທະວີການຮ່ວມມືທາງດ້ານການກໍ່ສ້າງ, ບຳລຸງສ້າງພະນັກງານ, ເຊິ່ງພາຍໃດນັ້ນ ຄາດຄະເນວ່າຈະສະໜັບສະໜູນທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ພະນັກງານຂອງກະຊວງການເງິນ ລາວ ຢູ່ທີ່ປະເທດ ຫວຽດນາມ.

ຄຽງຄູ່ກັນນັ້ນ, ສອງກະຊວງການເງິນ ຈະສືບຕໍ່ຮັກສາກົນໄກການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການຮ່ວມມືທາງດ້ານວິຊາສະເພາະລະຫວ່າງບັນດາກົມກອງທີ່ຂຶ້ນກັບສອງກະຊວງ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການການເງິນທ້ອງຖິ່ນ, ເປັນພິເສດແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນລະຫວ່າງ ຫວຽດນາມ - ລາວ. ບັນດາກິດຈະກຳການຮ່ວມມືຈະຖືກຜັນຂະຫຍາຍຢ່າງຄ່ອງຕົວ ໂດຍຜ່ານຫຼາກຫຼາຍຮູບແບບ ເປັນຕົ້ນແມ່ນ ການແລກປ່ຽນຄະນະຜູ້ແທນ, ການສົ່ງຊ່ຽວຊານ, ການບຳລຸງສ້າງ, ການຈັດກອງປະຊຸມສໍາມະນາ, ການລົງສຳຫຼວດຕົວຈິງ ແລະ ບັນດາຮູບແບບການຮ່ວມມືໂດຍກົງ ກໍຄືທາງອອນລາຍ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ.

ວຽກງານການເຊັນສັນຍາ ແລະ ແລກປ່ຽນຂໍ້ຕົກລົງການຮ່ວມມື ລະຫວ່າງ ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ ໄລຍະ 2026-2030 ແມ່ນມີຄວາມໝາຍອັນສຳຄັນຍິ່ງ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືທາງດ້ານການເງິນລະຫວ່າງສອງປະເທດ, ເພີ່ມທະວີຂີດຄວາມສາມາດພາຍໃດການຄຸ້ມຄອງລັດໃນຂົງເຂດການເງິນ, ໃນຂະນະດຽວກັນກໍສ້າງເງື່ອນໄຂອັນສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ, ການດຳເນີນທຸລະກິດຂອງວິສາຫະກິດສອງປະເທດ.

ນີ້ກໍແມ່ນຂໍ້ພິສູດອັນມີຊີວິດຊີວາ ໃຫ້ແກ່ມູນເຊື້ອແຫ່ງຄວາມຜູກພັນ, ຄວາມຈົງຮັກພັກດີ ແລະ ການຮ່ວມມືທີ່ນັບມື້ນັບເປັນຮູບປະທຳ, ມີປະສິດທິຜົນ ລະຫວ່າງ ສອງກະຊວງການເງິນເວົ້າສະເພາະ ແລະ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃສ່ການເພີ່ມພູນຄູນສ້າງສາຍພົວພັນມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮັດແໜ້ນທາງດ້ານຍຸດທະສາດ ຫວຽດນາມ - ລາວ ພາຍໃດໄລຍະແຫ່ງການພັດທະນາໃໝ່.

ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026

ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 – 2030.

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031

ຍສໝ - ສືບຕໍ່ລາຍການເຮັດວຽກ, ໃນຕອນບ່າຍວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031; ປຶກສາຫາລືເອກະພາບແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ ...

Link: https://huunghivietlao.thoidai.com.vn/detail-article-22146.html

In bài biết