13:53 | 09/06/2026

ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ)

ເທດສະການວັດທະນະທຳຫວຽດນາມ ຢູ່ໂອຊາກ້າ, ປະເທດຍີ່ປຸ່ນ ຈຳລອງພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ
ປະເທດຍີ່ປຸ່ນ ສົ່ງສິນຄ້າຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອຫວຽດນາມ ຜ່ານຜ່າຜົນ​ຮ້າຍຂອງພາຍຸນໍ້າຖ້ວມ.

ການແຂ່ງຂັນທີ່ມີຊື່ວ່າ FAVIJA HOKURIKU CUP 2026 ໄດ້ຮັບການຈັດຕັ້ງໂດຍ ອົງການແລກປ່ຽນສາກົນ ຫວຽດນາມ ຍີ່ປຸ່ນ (FAVIJA). 16 ທີມບານເຕະສະມັກເລ່ນຂອງຄົນຫວຽດນາມ ໄດ້ແບ່ງອອກເປັນ 4 ສາຍ, ແຂ່ງຂັນແບບພົບກັນໝົດໃນສາຍໃນເວລາທຳກັນຢູ່ 4 ສະໜາມ ກ່ອນທີ່ຈະດຳເນີນການແຂ່ງຂັນແບບຂັດອອກໂດຍກົງ.

ຕາມທ່ານ ເລແທັງຕຸ່ງ, ຫົວໜ້າຄະນະກຳມະການຈັດການແຂ່ງຂັນ: ນີ້ແມ່ນການແຂ່ງຂັນປະຈຳປີ ໂດຍ FAVIJA ຈັດຕັ້ງຢູ່ເຂດ Hokuriku ເຊິ່ງໄດ້ຮັບການຄອຍຖ້າຈາກບັນດາຊາວໜຸ່ມທີ່ມີຄວາມມັກຮັກໃນກິລາເຕະບານ. ການແຂ່ງຂັນບໍ່ພຽງແຕ່ແມ່ນສະໜາມຫຼິ້ນກິລາເພື່ອເຝິກຝົນຫຼໍ່ຫຼອມສຸຂະພາບເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອໃຫ້ບັນດາຊາວໜຸ່ມຄົນຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ມີໂອກາດໄດ້ພົບປະແລກປ່ຽນນຳກັນ, ເພີ່ມທະວີຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ເທິງດິນແດນຂອງເພິ່ນ.

ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ)

ບັນດານັກກິລາແຂ່ງຂັນຢູ່ເທິງສະໜາມ. (ຮູບ: FAVIJA)

ທ່ານ ຊິມະ ໂຢອິຈິ, ຜູ້ນໍາພາ ບໍລິສັດຫຸ້ນສ່ວນ Wise ມາຮອດສະໜາມເພື່ອຮ່ວມເຊຍ ໃຫ້ຮູ້ວ່າ: "ບໍລິສັດພວກເຮົາ ມີພະນັກງານເປັນຄົນຫວຽດນາມ ເປັນຈຳນວນຫຼວງຫຼາຍ. ພວກເຮົາບໍ່ພຽງແຕ່ເອົາໃຈໃສ່ຕໍ່ກັບວຽກງານເທົ່ານັ້ນ ແຕ່ຍັງເອົາໃຈໃສ່ເຖິງຊີວິດການເປັນຢູ່ທາງດ້ານຈິດໃຈຂອງທຸກໆຄົນອີກດ້ວຍ. ພວກເຮົາຫວັງວ່າ, ບັນດາເພື່ອນພະນັກງານຄົນຫວຽດນາມ ຈະສາມາດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເບີກບານມ່ວນຊື່ນ ຕະຫຼອດໄລຍະເວລາທີ່ດຳເນີນຊີວິດຢູ່ ຍີ່ປຸ່ນ. ພວກເຮົາຕີລາຄາສູງຕໍ່ບົດບາດ ແລະ ຄວາມໝາຍຂອງບັນດາເຫດການກິລາແລກປ່ຽນໃນຊຸມຊົນ ຄືດັ່ງການແຂ່ງຂັນເຕະບານໃນຄັ້ງນີ້. ຜ່ານກິລາເຕະບານ, ທຸກສິ່ງກີດຂວາງທາງດ້ານວັດທະນະທຳ, ພາສາ ແມ່ນລ້ວນແຕ່ໄດ້ຮັບການແກ້ໄຂ. ສາຍພົວພັນລະຫວ່າງເພື່ອນຮ່ວມງານ ກໍນັບມື້ນັບມີຄວາມສະໜິດສະໜົມກັນຍິ່ງຂຶ້ນ, ໄລຍະຫ່າງລະຫວ່າງພະນັກງານ ແລະ ຂັ້ນເທິງ ກໍນັບມື້ນັບໃກ້ຊິດຕິດແທດ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຮັກແພງກັນຫຼາຍຂຶ້ນ".

ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ)

ຂັນລາງວັນຊະນະເລີດ ແມ່ນຕົກເປັນຂອງ ທີມ FC Ba Mien. (ຮູບ: FAVIJA)

ຫຼັງຈາກການແຂ່ງຂັນເປັນເວລາໜຶ່ງວັນ, ຂັນລາງວັນຊະນະເລີດ ແມ່ນຕົກເປັນຂອງ ທີມ FC Ba Mien, ຮອງຊະນະເລີດ ແມ່ນຕົກເປັນຂອງ ທີມ FC IIKANJI, 2 ທີມຮ່ວມອັນດັບສາມ ແມ່ນ ທີມ FC Komatsu ແລະ ທີມ FC Chat.

ຄະນະກຳມະການຈັດການແຂ່ງຂັນ ຍັງໄດ້ມອບລາງວັນສ່ວນບຸກຄົນໃຫ້ແກ່ ນັກກິລາ ຫງວຽນມິງຮວາງນາມມະຍົດດາວຢິງສູງສຸດ, ນັກກິລາ ເຈີນວັນຊາງ ໄດ້ຮັບນາມມະຍົດຜູ້ຮັກສາປະຕູດີເດັ່ນ ແລະ ນັກກິລາ ເຈີນວັນດາດ ໄດ້ຮັບລາງວັນນັກກິລາດີເດັ່ນ ເຊິ່ງທັງໝົດແມ່ນສັງກັດຢູ່ ທີມ FC Ba Mien.

ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ)

ທ່ານ ໂດ໋ກວາງບາ, ປະທານ FAVIJA ມອບນາມມະຍົດນັກກິລາດີເດັ່ນ. (ຮູບ: FAVIJA)

ຕາມທ່ານ ໂດ໋ກວາງບາ, ປະທານ FAVIJA ໃຫ້ຮູ້ວ່າ, 4 ທີມບານເຕະທີ່ໄດ້ຮັບລາງວັນ ແມ່ນຈະໄດ້ຮັບສິດເຂົ້າຮ່ວມມະຫາກຳກິລາເຕະບານຊີງຂັນລາງວັນຊະນະເລີດທົ່ວປະເທດຂອງຄົນຫວຽດນາມ ຢູ່ ຍີ່ປຸ່ນ ເຊິ່ງຈະຈັດຕັ້ງຂຶ້ນໃນກາງເດືອນພະຈິກປີນີ້ ຢູ່ທີ່ ໂຕກຽວ ເມືອງຫຼວງ.

ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ

ຍສໝ - ຕອນ​ຄ່ຳ​ວັນ​ທີ 13 ມັງກອນ​, ພິທີເລີ່ມຕົ້ນການເຄື່ອນໄຫວພົບ​ປະ​ແລກປ່ຽນມະນຸດສະທຳ ແລະ​ ງານມະໂຫລານ​ປະຊາຊົນ​ເຂດ​ຊາຍ​ແດນ​ ຫວຽດນາມ - ຈີນ 2025 ​ໄດ້​ດຳເນີນ​ຢູ່​ເມືອງ​ ມາລີ​ຟໍ​, ແຂວງ​ ຢຸນນານ,​ ຈີນ. ເຫດການ​ໄດ້​ດຶງ​ດູດ​ປະຊາຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດເຂົ້າ​ຮ່ວມ​ມ່ວນ​ຊື່ນ ແລະ ຮ້ອງ​ເພງ​ມິດຕະພາບ​ໃນ​ລະດູບານ​ໃໝ່​ເປັນ​ຈຳນວນ​ຫຼວງ​ຫຼາຍ​.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການ​ເຄື່ອນ​ໄຫວປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຕິດພັນ, ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ 3 ...

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22144.html

In bài biết