13:53 | 09/06/2026

ວັດ ກາດເຕື່ອງ: ປະກອບສ່ວນເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານຈິດໃຈ, ວັດທະນະທຳຂອງຊຸມຊົນຄົນຫວຽດນາມ ຢູ່ ສເກົາຫຼີ

ໄຂເປີດສັບ​ປະ​ດາ​ວັດ​ທະ​ນະ​ທຳ​ລາວ ຢູ່ ຫວຽດ​ນາມ ປີ 2025
ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ຮ່າ​ໂນ້ຍ - ການ​ເດີນ​ທາງ​ເຊື່ອມ​ຕໍ່ 5 ທະ​ວີບ ຢູ່​ໃຈ​ກາງ​ນະ​ຄອນຫຼວງ

ຂໍ້ມູນຈາກສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສເກົາຫຼີ ໃຫ້ຮູ້ວ່າ, ກ່າວຄຳເຫັນໃນພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສເກົາຫຼີ ວູ້ໂຮ່ ເນັ້ນໜັກວ່າ, ສຳລັບຄົນຫວຽດນາມແລ້ວ, ວັດວາອາຮາມບໍ່ພຽງແຕ່ແມ່ນສະຖານທີ່ດຳເນີນຊີວິດທາງດ້ານຄວາມເຊື່ອຖື, ສາສະໜາເທົ່ານັ້ນ, ແຕ່ຍັງແມ່ນຫຼັງຄາເຮືອນທາງດ້ານຈິດວິນຍານ, ແມ່ນສະຖານທີ່ບຳລຸງລ້ຽງຄວາມເມດຕາກະລຸນາ, ມຸ່ງໄປສູ່ຄວາມດີ, ຮັກສາຄຸນສົມບັດສິນທຳ ແລະ ເອກະລັກວັດທະນະທຳຂອງຊາດ. ສຳລັບຊຸມຊົນຄົນຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຫຼັງຄາວັດ, ສຽງລະຄັງ, ຄຳສວດມົນ ແລະ ທູບທຽນ ຍາມໃດກໍຍັງເຕືອນສະຕິໃຫ້ລະນຶກເຖິງຮາກເຫງົ້າ, ຄວາມຜູກພັນຖານສະຫາຍຮ່ວມຊາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ທ່ານເອກອັກຄະລັດຖະທູດ ຕີລາຄາສູງຕໍ່ຄວາມມຸ່ງມາດປາດຖະໜາ, ຄວາມມີຈິດສັດທາ ແລະ ການຮ່ວມແຮງຮ່ວມໃຈຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ, ພໍ່ແມ່ປະຊາຊົນໃນຊຸມຊົນ ພ້ອມກັບເພື່ອນມິດຊາວເກົາຫຼີ ໃນວິວັດທະນາການສ້າງຕັ້ງວັດ ກາດເຕື່ອງ; ພ້ອມທັງຢືນຢັນວ່າ ນີ້ບໍ່ພຽງແຕ່ແມ່ນສະຖານທີ່ດຳເນີນຊີວິດທາງດ້ານສາສະໜາເທົ່ານັ້ນ, ແຕ່ຍັງແມ່ນບ່ອນອີງທາງດ້ານຈິດໃຈ, ເປັນຂົງເຂດວັດທະນະທຳ ແລະ ເປັນຂົວຕໍ່ຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ປະຈຳ ສເກົາຫຼີ.

ວັດ ກາດເຕື່ອງ: ປະກອບສ່ວນເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານຈິດໃຈ, ວັດທະນະທຳຂອງຊຸມຊົນຄົນຫວຽດນາມ ຢູ່ ສເກົາຫຼີ

ທັດສະນີຍະພາບຂອງພິທີສະເຫຼີມສະຫຼອງການບູລະນະປະຕິສັງຂອນສໍາເລັດ ວັດ ກາດເຕື່ອງ. (ຮູບ: ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສເກົາຫຼີ)

ເຕືອນສະຕິຄືນເຖິງຄຳສອນໃນຄຳພີ ທຳມະບົດ: “ການບໍ່ເຮັດບາບທັງປວງ, ການຍັງກຸສົນໃຫ້ເຖິງພ້ອມ, ການເຮັດຈິດຂອງຕົນໃຫ້ຜ່ອງໃສ — ນີ້ແມ່ນຄຳສັ່ງສອນຂອງພຣະພຸດທະເຈົ້າທັງຫຼາຍ”, ທ່ານເອກອັກຄະລັດຖະທູດ ຖືວ່າ ຈິດໃຈແຫ່ງຄວາມເມດຕາກະລຸນາ, ປັນຍາ, ຄວາມປອງດອງ ແລະ ການອຸທິດຕົນ ຂອງພຸດທະສາສະໜາ ແມ່ນມີຄວາມໝາຍອັນແທດຈິງໃນຊີວິດການເປັນຢູ່ທຸກມື້ນີ້, ເຕືອນສະຕິໃຫ້ແຕ່ລະຄົນເອົາຈິດໃຈອັນດີງາມເປັນກົກ, ດຳລົງຊີວິດຢ່າງຮຽບງ່າຍ, ດ້ວຍເນື້ອແທ້ຕົວຈິງ, ຫຼີກເວັ້ນການໂອ້ອວດ ແລະ ຮູບການ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ໃນສະພາບການທີ່ຊຸມຊົນຄົນຫວຽດນາມ ປະຈຳ ສເກົາຫຼີ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຈິດໃຈສາມັກຄີລະຫວ່າງສາສະໜາ ແລະ ຄວາມປອງດອງໃນຊຸມຊົນ ຍິ່ງມີຄວາມໝາຍອັນສຳຄັນ ຍິ່ງຂຶ້ນ. ການເຂົ້າຮ່ວມຂອງຜູ້ຕາງໜ້າ ພຸດທະສາສະໜາ ເກົາຫຼີ, ຫວຽດນາມ, ໄທ, ກຳປູເຈຍ ພ້ອມກັບຜູ້ຕາງໜ້າ ສາສະໜາເກົາໃດ໋ ໄດ້ສະແດງໃຫ້ເຫັນເຖິງຈິດໃຈແລກປ່ຽນ, ຄວາມປອງດອງລະຫວ່າງສາສະໜາ ແລະ ການຮັດແໜ້ນຄວາມສາມັກຄີໃນຊຸມຊົນ ຂອງສັງຄົມຫຼາຍວັດທະນະທຳ ຢູ່ ສເກົາຫຼີ.

ຕາມເອກະສານແນະນໍາໃນພິທີ, ວັດ ກາດເຕື່ອງ ໄດ້ຮັບການສ້າງຕັ້ງຂຶ້ນຈາກຄວາມມຸ່ງມາດປາດຖະໜາ ແລະ ຄວາມພະຍາຍາມກໍ່ສ້າງເປັນເວລາຫຼາຍກວ່າ 10 ປີ ຂອງກຸ່ມພຸດທະສາສະນິກະຊົນ ວຽນໂຫງ້, ພ້ອມກັບຄວາມມີຈິດສັດທາ, ການຮ່ວມແຮງຮ່ວມໃຈຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ ແລະ ພໍ່ແມ່ປະຊາຊົນໃນຊຸມຊົນ. ວັດໄດ້ຮັບການກໍ່ສ້າງຂຶ້ນເທື່ອລະກ້າວຢູ່ເຂດ ກວາງຈູ – ຈອນນຳ, ເຊິ່ງເປັນບ່ອນທີ່ມີຄົນຫວຽດນາມ ດຳລົງຊີວິດຢູ່ຢ່າງຫຼວງຫຼາຍ, ດ້ວຍຄວາມມຸ່ງມາດປາດຖະໜາຢາກສ້າງຂົງເຂດທາງດ້ານຈິດວິນຍານ, ວັດທະນະທຳ ແລະ ການດຳເນີນຊີວິດໃນຊຸມຊົນຂອງຄົນຫວຽດນາມ ຢູ່ເທິງດິນແດນ ສເກົາຫຼີ.

ທ່ານເອກອັກຄະລັດຖະທູດ ວູ້ໂຮ່ ສະແດງຄວາມເຊື່ອໝັ້ນວ່າ ວັດ ກາດເຕື່ອງ ຈະສືບຕໍ່ພັດທະນາຢ່າງສະຫງ່າງາມ, ໝັ້ນຄົງ, ດ້ວຍເນື້ອແທ້ຕົວຈິງ; ປະກອບສ່ວນເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານຈິດໃຈ, ຮັກສາພາສາຫວຽດ, ວັດທະນະທຳຫວຽດ, ຄຸນສົມບັດສິນທຳຫວຽດ ໃນຊຸມຊົນຄົນຫວຽດນາມ ປະຈຳ ສເກົາຫຼີ. ການກໍ່ສ້າງວັດ ກາດເຕື່ອງ ຄືດັ່ງຂົງເຂດວັດທະນະທຳ, ຈິດວິນຍານ ແລະ ການດຳເນີນຊີວິດໃນຊຸມຊົນຂອງຄົນຫວຽດນາມ ຢູ່ຕ່າງປະເທດ ແມ່ນສອດຄ່ອງກັບຈິດໃຈຂອງ ມະຕິຕົກລົງສະບັບເລກທີ 80-NQ/TW ຂອງກົມການເມືອງ ວ່າດ້ວຍການພັດທະນາວັດທະນະທຳຫວຽດນາມ, ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ແລະ ສັກກະຍາພາບທີ່ອ່ອນໂຍນຂອງຊາດ ໃນໄລຍະໃໝ່.

ພິທີໄດ້ດໍາເນີນໄປໃນບັນຍາກາດອັນສະຫງ່າຜ່າເຜີຍ, ສະຫງົບງຽບ ແລະ ອົບອຸ່ນໄປດ້ວຍນໍ້າໃຈແຫ່ງທໍາ, ສະແດງໃຫ້ເຫັນເຖິງຄວາມຜູກພັນອັນສະໜິດແໜ້ນຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ, ພໍ່ແມ່ປະຊາຊົນໃນຊຸມຊົນ ແລະ ເພື່ອນມິດຊາວເກົາຫຼີ ທີ່ມີຕໍ່ວັດ ກາດເຕື່ອງ — ເຊິ່ງເປັນຫຼັງຄາເຮືອນທາງດ້ານຈິດວິນຍານຂອງຫວຽດນາມ ຢູ່ເທິງດິນແດນ ສເກົາຫຼີ.

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

ຍສໝ​- ກົມ​ຮ່ວມ​ມື​ສາກົນ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ຫາ​ກໍ່​ມອບ​ໃບ​ອະນຸຍາດ​ສ້າງ​ຕັ້ງ​ສູນ​ວັດທະນະທຳ​ຈີນ​ຢູ່​ຮ່າ​ໂນ້ຍ ​ໃຫ້​ທ່ານ ​ເຈືອງ​ດຶກ​ເຊີນ, ຜູ້ອຳນວຍການ​ສູນ​​ຄົນ​ໃໝ່.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22143.html

In bài biết