ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ
| ສື່ມວນຊົນຟິລິບປິນ ລົງຂ່າວຢ່າງຄຶກຄື້ນ ກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ | |
| Shangri-La 2026: ບັນດານັກຊ່ຽວຊານສາກົນຕີລາຄາສູງຕໍ່ກັບສານ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ |
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ພ້ອມດ້ວຍພັນລະຍາ ເດີນທາງອອກຈາກນະຄອນຫຼວງມານີລາ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຢ່າງຈົບງາມ. ພາບ: TTXVN |
ພາຍໃນຕອນບ່າຍວັນທີ 1.6, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງມານີລາ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ສາທາລະນະລັດ ຟິລິບປິນ ໃນລະຫວ່າງວັນທີ 31.5 ຫາ 1.6 ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ແຫ່ງສາທາລະນະລັດ ຟິລິບປິນ Ferdinand Romualdez Marcos Jr. ພ້ອມດ້ວຍພັນລະຍາ.
ພາຍໃຕ້ຂອບເຂດແຜນງານຂອງການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ດຳເນີນການເຈລະຈາຮ່ວມກັບທ່ານປະທານາທິບໍດີ ເຟີດີນານ ໂຣມູອັນເດດ ມາກໂກສ ຈູເນຍ.
ພາຍໃນການເຈລະຈາ, ທັງສອງຝ່າຍໄດ້ເປັນເອກະພາບກັນໃນການອອກຖະແຫຼງການຮ່ວມ ຍົກລະດັບສາຍພົວພັນ ຫວຽດນາມ - ຟິລິບປິນ ຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດເພີ່ມທະວີ, ເປີດສາກາດໃໝ່ແຫ່ງການພັດທະນາໃຫ້ແກ່ການຮ່ວມມືສອງຝ່າຍ.
ດ້ວຍການຍົກລະດັບຂອບເຂດສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດເພີ່ມທະວີ, ທັງສອງຝ່າຍໄດ້ເປັນເອກະພາບກັນປະສານງານຮ່ວມກັນສ້າງແຜນງານການກະທຳ ເພື່ອຜັນຂະຫຍາຍຂອບເຂດສາຍພົວພັນໃໝ່ພາຍໃນໄລຍະຕໍ່ໜ້າ; ເປັນເອກະພາບກັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັດແໜ້ນພື້ນຖານຍຸດທະສາດອັນໜັກແໜ້ນໃຫ້ແກ່ສາຍພົວພັນຂອງສອງປະເທດ ຜ່ານການເພີ່ມທະວີການພົບປະ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເສີມຂະຫຍາຍບັນດາກົນໄກການຮ່ວມມື, ແລະ ເພີ່ມທະວີສາຍພົວພັນໃນທຸກໆຊ່ອງທາງ ກໍຄືລະຫວ່າງບັນດາຂັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ.
ພາຍໃນການຕ້ອນຮັບບາງອົງການຈັດຕັ້ງ ແລະ ວິສາຫະກິດຢູ່ຟິລິບປິນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ບັນດາວິສາຫະກິດພາຍໃດການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ, ໂດຍສະເພາະແມ່ນພາຍໃດບັນດາຂົງເຂດຈຸດສຸມ ເປັນຕົ້ນແມ່ນ ວິທະຍາສາດເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ການຫັນເປັນດິຈິຕອນ.
ພາຍໃດການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຄົມມະນາຄົມຊາວຫວຽດນາມ ປະຈຳຢູ່ຟິລິບປິນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີຄວາມມຸ່ງມາດປາດຖະໜາໃຫ້ຄົມມະນາຄົມຊາວຫວຽດນາມ ຢູ່ຟິລິບປິນ ສືບຕໍ່ມີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນພາຍໃດການເຊື່ອມໂຍງເຂົ້າກັບສັງຄົມ ແລະ ປະຕິບັດຕາມກົດໝາຍຂອງປະເທດປະຈໍາການເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳຕ່າງໆ, ມີການປະກອບສ່ວນຢ່າງແທດຕົວຈິງໃຫ້ແກ່ບ້ານເກີດເມືອງນອນ ແລະ ຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ໃນທັນທີຫຼັງຈາກເດີນທາງເຖິງນະຄອນຫຼວງມານີລາ ເພື່ອເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຟິລິບປິນ, ພາຍໃນຕອນບ່າຍວັນທີ 31.5, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງພວງມາລາ ຢູ່ທີ່ອະນຸສາວະລີ ປະທານ ໂຮ່ຈີມິນ ພາຍໃນສວນອຸທິຍານອາຊຽນ (ASEAN), ຂຶ້ນກັບບໍລິເວນຫໍບູຮານ Intramuros ບູຮານ, ນະຄອນຫຼວງມານີລາ.
ພ້ອມກັນນັ້ນ ໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ກໍໄດ້ເດີນທາງໄປວາງພວງມາລາ ຢູ່ທີ່ອະນຸສອນສະຖານ ວີລະຊົນແຫ່ງຊາດ Jose Rizal ເຊັ່ນດຽວກັນ.
| ພິທີຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ເດີນທາງມາຢ້ຽມຢາມຢ່າງເປັນທາງການ ທີ່ຣາຊະອານາຈັກ ໄທ ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok). |
| ຄວາມຫວັງອັນຍິ່ງໃຫຍ່ ຈາກການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍສໝ - ຕາມການໃຫ້ຮູ້ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ (Nguyễn Mạnh Cường) ວ່າ, ດ້ວຍຮາກຖານແຫ່ງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ທ່າແຮງບົ່ມຊ້ອນແຫ່ງການຮ່ວມມືອັນກວ້າງຂວາງຫຼາກຫຼາຍ, ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຈະສ້າງກຳລັງດັນໃໝ່ຕື່ມອີກ ເພື່ອນຳພາສາຍພົວພັນ ຫວຽດນາມ - ໄທ ... |
