10:53 | 05/06/2026

ສື່ມວນຊົນຟິລິບປິນ ລົງຂ່າວຢ່າງຄຶກຄື້ນ ກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ

Shangri-La 2026: ບັນດານັກຊ່ຽວຊານສາກົນຕີລາຄາສູງຕໍ່ກັບສານ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ຄວາມຫວັງອັນຍິ່ງໃຫຍ່ ຈາກການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ

ການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນລະຫວ່າງວັນທີ 31/5 ຫາ 1/6/2026 ແມ່ນໄດ້ດຶງດູດຄວາມເອົາໃຈໃສ່ເປັນພິເສດຈາກສື່ມວນຊົນຟິລິບປິນ.

ອົງການສື່ມວນຊົນ ແລະ ສຳນັກຂ່າວໃຫຍ່ຫຼາກຫຼາຍແຫ່ງ ເປັນຕົ້ນແມ່ນ PNA, GMA News, The Philippine Star, Manila Standard ຫຼື Manila Bulletin,... ຕ່າງກໍຕີລາຄານີ້ວ່າ ເປັນເຫດການທີ່ມີຄວາມໝາຍທາງດ້ານປະຫວັດສາດ, ໂດຍໄດ້ຮັບຄວາມຄາດຫວັງວ່າ ຈະເປີດໄລຍະແຫ່ງການພັດທະນາໃໝ່ ພາຍໃດສາຍພົວພັນລະຫວ່າງ ຫວຽດນາມ ແລະ ຟິລິບປິນ ພາຍໃດສະພາບແວດລ້ອມທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພວມຜະເຊີນໜ້າກັບການຫັນປ່ຽນທາງດ້ານຍຸດທະສາດຫຼາກຫຼາຍປະການ.

ສຳນັກຂ່າວຟິລິບປິນ PNA ໄດ້ລົງຂ່າວວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ທ່ານນາງ ໂງຟືອງລີ (Ngô Phương Ly) ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງເຖິງສະໜາມບິນການທະຫານ Villamor Airbase ຢູ່ທີ່ນະຄອນ Pasay (ມານີລາ, ຟິລິບປິນ) ໃນເວລາ 12 ໂມງ 40 ນາທີ ຂອງວັນທີ 31/5, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ຟິລິບປິນ.

ທ່ານ Tiu Laurel Jr., ລັດຖະມົນຕີກະຊວງກະສິກຳຟິລິບປິນ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ຢູ່ທີ່ສະໜາມບິນ.

ສື່ມວນຊົນຟິລິບປິນ ລົງຂ່າວຢ່າງຄຶກຄື້ນ ກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ພ້ອມດ້ວຍພັນລະຍາ ເດີນທາງເຖິງສະໜາມບິນການທະຫານ Villamor Airbase, ນະຄອນຫຼວງມານີລາ, ໃນຕອນບ່າຍວັນທີ 31/5/2026. ພາບ: TTXVN.

ບົດຄວາມຂອງສຳນັກຂ່າວຟິລິບປິນ (PNA) ໄດ້ຄັດສະເໜີແຈ້ງການຂອງທຳນຽບປະທານາທິບໍດີຟິລິບປິນກ່ອນໜ້ານັ້ນ ໂດຍເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນມີຄວາມໝາຍອັນພິເສດ ເນື່ອງຈາກດຳເນີນຂຶ້ນພາຍໃດສະພາບແວດລ້ອມທີ່ ຟິລິບປິນ ແລະ ຫວຽດນາມ ພວມກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ.

ຕາມກຳນົດເວລາ, ທ່ານປະທານາທິບໍດີຟິລິບປິນ Ferdinand R. Marcos Jr. ຈະເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ທຳນຽບປະທານາທິບໍດີ ມາລາກັນຍັງ (Malacañang) ໃນວັນທີ 1/6, ກ່ອນທີ່ການນຳທັງສອງທ່ານ ຈະດຳເນີນການເຈລະຈາສອງຝ່າຍ ໂດຍສຸມໃສ່ການເພີ່ມທະວີການຮ່ວມມືພາຍໃດຂົງເຂດການຄ້າ ແລະ ການລົງທຶນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ແລະ ທາງທະເລ, ການສຶກສາ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ ກັບປະຊາຊົນ,...

ບົດຂ່າວດັ່ງກ່າວຢືນຢັນວ່າ, ຫວຽດນາມ ຍັງຄົງເປັນຄູ່ຮ່ວມມືຍຸດທະສາດພຽງແຫ່ງດຽວຂອງຟິລິບປິນ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນໜຶ່ງໃນຄູ່ຮ່ວມມືທາງດ້ານເສດຖະກິດ ແລະ ຄວາມສະຫງົບອັນສຳຄັນຂອງຟິລິບປິນພາຍໃນພາກພື້ນ.

ໜັງສືພິມ The Philippine Star ໄດ້ມີທັດສະນະວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ມີຄວາມໝາຍທາງດ້ານການທູດອັນພິເສດ ໃນໂອກາດສະເຫຼີມສະຫຼອງບັນດາຂີດໝາຍແຫ່ງສາຍພົວພັນສອງຝ່າຍເທົ່ານັ້ນ, ແຕ່ຫາກຍັງເປີດຄວາມມຸ່ງຫວັງທີ່ຈະຊຸກຍູ້ການຮ່ວມມືໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າໃນທຸກໆຂົງເຂດ.

ບົດຄວາມລົງວັນທີ 31/5/2026 ຂອງໜັງສືພິມ The Philippine Star ຄາດຫວັງວ່າ ຈະເພີ່ມທະວີການຮ່ວມມືທາງດ້ານວຽກງານປ້ອງກັນຊາດ, ທາງທະເລ, ການຄ້າ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ,... ລະຫວ່າງສອງປະເທດ.

ສື່ມວນຊົນຟິລິບປິນ ລົງຂ່າວຢ່າງຄຶກຄື້ນ ກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ບົດຄວາມໄດ້ຮັບການລົງພິມໂດຍໜັງສືພິມ The Philippine Star ໃນວັນທີ 31/5/2026. ພາບຖ່າຍໜ້າຈໍ.

ສະຖານີໂທລະພາບ GMA News ຂອງຟິລິບປິນ ໄດ້ຍົກຍ້ອງການຢ້ຽມຢາມຄັ້ງນີ້ວ່າ ເປັນຂີດໝາຍອັນສຳຄັນພາຍໃນສາຍພົວພັນສອງຝ່າຍ, ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທັງສອງປະເທດ ພາຍໃດການຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງຍິ່ງຂຶ້ນ.

ໜັງສືພິມ Daily Tribune ໄດ້ຄັດສະເໜີຄຳເວົ້າຂອງທ່ານນາງ Claire Castro, ຮອງລັດຖະມົນຕີຫ້ອງການສື່ສານປະຈຳທຳນຽບປະທານາທິບໍດີຟິລິບປິນ (PCO), ໂດຍເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດ ຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຢູ່ທີ່ປະເທດຟິລິບປິນ.

ທ່ານນາງ ແຄຼ ຄາສໂຕຣ ໃຫ້ຊາບຕື່ມວ່າ, ການລົງທຶນຂອງຫວຽດນາມ ຢູ່ຟິລິບປິນ ແມ່ນພະຍາຍາມຂະຫຍາຍຕົວອອກນອກຂົງເຂດການຄ້າແບບມູນເຊື້ອ, ໂດຍມີທຶນຈົດທະບຽນລົງທຶນສອງຝ່າຍໃນປັດຈຸບັນ ລື່ນກາຍ 90 ລ້ານໂດລາສະຫະລັດແລ້ວ. ທັງສອງປະເທດຕ່າງກໍຕັ້ງເປົ້າໝາຍທີ່ຈະຍົກມູນຄ່າການຄ້າ ແລະ ການລົງທຶນສອງຝ່າຍໃຫ້ບັນລຸເຖິງ 10 ຕື້ໂດລາສະຫະລັດ.

ສື່ Inquirer.net ແລະ Manila Bulletin ກໍໄດ້ລະບຸເຊັ່ນກັນວ່າ ວາລະການປະຊຸມລະຫວ່າງການນຳທັງສອງປະເທດ ຫວຽດນາມ ແລະ ຟິລິບປິນ ແມ່ນຈະສຸມໃສ່ຂົງເຂດການຄ້າ, ການລົງທຶນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ວຽກງານປ້ອງກັນຊາດ, ການຮ່ວມມືທາງທະເລ, ການສຶກສາ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ ກັບປະຊາຊົນ.

ສຳລັບຟິລິບປິນແລ້ວ, ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນແຫຼ່ງສະໜອງເຂົ້າສານທີ່ໃຫຍ່ ແລະ ມີສະຖຽນລະພາບທີ່ສຸດ. ພາຍໃດສະພາບແວດລ້ອມທີ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ ນັບມື້ນັບກາຍເປັນບັນຫາຍຸດທະສາດພາຍໃນພາກພື້ນ, ການຮັກສາ ແລະ ຂະຫຍາຍການຮ່ວມມືກັບຫວຽດນາມ ແມ່ນໄດ້ຮັບການຕີລາຄາຈາກສື່ມວນຊົນຟິລິບປິນວ່າ ມີຄວາມໝາຍແທດຕົວຈິງ ຕໍ່ກັບພື້ນຖານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນປະເທດແຫ່ງນີ້.

Link: https://huunghivietlao.thoidai.com.vn/detail-article-22111.html

In bài biết