14:04 | 21/09/2018

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍ ກວາງ ເຖິງແກ່ ອະສັນຍະກຳ

ສະຫາຍປະທານປະເທດ ເຈີ່ນດ້າຍ ກວາງ ເຖິງແກ່ມໍລະນະກຳເວລາ 10ໂມງ 5ນາທີ ເຊົ້າຂອງວັນທີ21 ກັນຍາ 2018 ຢູ່ທີ່ ໂຮງໝໍ ທະຫານສູນກາງ 108.

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍ ກວາງ ເຖິງແກ່ ອະສັນຍະກຳ

ປະທານປະເທດ ເຈິ່ນດ້າຍ ກວາງ ແຫ່ງ ສສ ຫວຽດນາມ.

ປະຫວັດຫຍໍ້ຂອງທ່ານປະທານປະເທດ ເຈີ່ນດ້າຍ ກວາງ

ວັນທີ 2 ເມສາ ທີ່ກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດ ສະໄໝທີ 13 ສະຫາຍ ເຈີ່ນດ້າຍ ກວາງ ໄດ້ຮັບການເຊື່ອໜັ້ນ ດຳລົງຕຳແໜ່ງ ປະທານປະເທດ.

ຂໍຖືເປັນກຽດນຳສະເໜີຊີວະປະຫວັດຫຍໍ້ ຂອງ ພະນະທ່ານປະທານປະເທດ ເຈີ່ນດ້າຍ ກວາງ .

1. ຊື່ ແລະ ນາມສະກຸນ: ເຈີ່ນ ດ້າຍ ກວາງ

2. ວັນເດືອນປີເກີດ: 12 ຕຸລາ 1956

3. ບ້ານເກີດ: ຕາແສງ ກວາງທ້ຽນ ເມືອງ ກີມເຊີນ ແຂວງ ນິງບິ່ງ

4. ບ່ອນຢູ່ປະຈຸບັນ: ຕາແສງ ເຍີນຈິ໋ງ ເມືອງ ແທັງຊົນ ນະຄອນ ຮ່າໂນ້ຍ

5. ຊົນເຜົ່າ: ກິງ; ສາດສະໜາ: ບໍ່ມີ

6. ລະດັບການສຶກສາ, ວິຊາສະເພາະ: ປະລິນຍາເອກ ດ້ານກົດໜາຍວິທະຍາ ມະຫາວິທະຍາໄລ ປ້ອງກັນຄວາມສະຫງົບ

- ລະດັບການສຶກສາ: ປະລິຍາເອກ ; ວຸດທິການສຶກສາ: ສາດສະດາຈານ

- ທິດສະດີການເມືອງ: ຊັ້ນສູງ

- ລະດັບພາສາຕ່າງປະເທດ: ພາສາ ຈີນ ຊັ້ນສູງ

7. ວັນເດືອນປີເຂົ້າພັກສຳຮອງ : 26 ກໍລະກົດ 1980; ວັນເຂົ້າພັກສົມບູນ: 26 ກໍລະກົດ 1981

8. ສະມາຊິກສະພາແຫ່ງຊາດ ຊຸດທີ 13

9. ສະຫຼຸບຫຍໍ້ໄລຍະການເຄື່ອນໄຫວການເຮັດວຽກ:

- ແຕ່ເດືອນ ຕຸລາ 1975 ຫາ ເດືອນ 6 1987: ພະນັກງານ ກົມ ປ້ອງກັນ ການເມືອງ ເຂດ I , ພາຍຫຼັງແຍກມາເປັນ ກົມ ປ້ອງກັນ ການເມືອງ ເຂດ II , ດຳລົງຕຳແໜງ ຮອງຫົວໜ້າຫ້ອງ ສືບສວນ, ກົມປ້ອງກັນ ການເມືອງ ເຂດ II, ກະຊວງພາຍໃນ ( ປະຈຸບັນແມ່ນ ກະຊວງ ຕຳຫຼວດ).

- ແຕ່ເດືອນ ມິຖຸນາ 1987 ຫາ ເດືອນມິຖຸນາ 1990: ຫົວໜ້າຫ້ອງ ເສນາທິການ ແລະ ຫົວໜ້າຫ້ອງການສືບສວນ ກົມປ້ອງກັນການເມືອງ ເຂດ II, ກະຊວງພາຍໃນ ( ປະຈຸບັນແມ່ນ ກະຊວງ ຕຳຫຼວດ).

- ແຕ່ເດືອນ ມິຖຸນາ 1990 ຫາ ເດືອນ ກັນຍາ 1996: ຮອງເລຂາ ພັກແຂວງ, ຮອງກົມ-ກົມ ເສນາທິການ ປ້ອງກັນຄວາມສະຫງົບ ກະຊວງພາຍໃນ ( ປະຈຸບັນແມ່ນ ກະຊວງ ຕຳຫຼວດ).

- ແຕ່ເດືອນກັນຍາ 1996 ຫາ ເດືອນ ຕຸລາ 2000: ຫົວໜ້າກົມ - ກົມ ເສນາທິການ ປ້ອງກັນຄວາມສະຫງົບ ກະຊວງຕຳຫຼວດ; ກະມຳມະການ ຄະນະບໍລິຫານງານ ພັກ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກຳມະການຄະນະປະຈຳ ພັກແຂວງ ກົມໃຫຍ່ປ້ອງກັນຄວາມສະຫົງບ, ເລຂາພັກແຂວງ ກົມເສນາທິການປ້ອງກັນຄວາມສະຫງົບ ກະຊວງປ້ອງກັນຄວາມສະຫງົບ.

- ແຕ່ເດືອນ ຕຸລາ 2000 ຫາ ເມສາ 2006: ເປັນຮອງເລຂາພັກແຂວງ ຮອງຫົວໜ້າກົມໃຫຍ່-ກົມປ້ອງກັນຄວາມສະຫງົບ ກະຊວງຕຳຫຼວດ;ໄດ້ຮັບການເລື່ອນຊັ້ນ ເປັນ ພົນຕີ(2003); ໄດ້ຮັບການເລື່ອນນາມມະຍົດ ເປັນ ຮອງສາດສະດາຈານ(2003).

- ແຕ່ເດືອນເມສາ 2006 ຫາ ເດືອນ ມັງກອນ 2011: ເປັນ ກຳມະການ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ 10 ກຳມະການພັກ ຕຳຫຼວດສູນກາງ, ກຳມະການຄະນະປະຈຳພັກ ຕຳຫຼວດສູນກາງ, ຮອງລັດຖະມົນຕີກະຊວງຕຳຫຼວດ; ໄດ້ຮັບການເລື່ອນຊັ້ນ ພົນໂທ (ປີ2007); ໄດ້ຮັບການເລື່ອນນາມມະຍົດເປັນ ສາດສະດາຈານ(ປີ2009).

- ແຕ່ເດືອນ ມັງກອນ 2011 ຫາ ເດືອນສິງຫາ 2011: ກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳພັກ ຕຳຫຼວດສູນກາງ, ຮອງລັດຖະມົນຕີກະຊວງຕຳຫຼວດ.

- ແຕ່ເດືອນສິງຫາ 2011 ຮອດປະຈຸບັນ: ກຳມະການກົມການເມືອງ(ສະໄໝທີ XI, XII), ກຳມະການ ສະພາປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫົງບ, ກຳມະການຄະນະພັກ ລັດຖະບານ, ເລຂາພັກ ຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ; ໄດ້ຮັບການເລື່ອນຊັ້ນຂື້ນເປັນພົນໂທ(ປີ2011), ພົນເອກ(ປີ2012); ຫົວໜ້າຊີ້ນຳເຂດພູພຽງພາກຕາເວັນຕົກ; ສະມາຊິກສະພາແຫ່ງຊາດ ສະໄໝທີ XIII; ຮອງຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ; ຮອງຫົວໜ້າອະນຸກຳມະການ ປ້ອງກັນການເມືອງພາຍໃນສູນກາງ.

ວັນທີ 2 ເດືອນເມສາ 2016 ຢູ່ທີ່ກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດ ສະໄໝທີ XIII ໄດ້ຮັບການແຕ່ງຕັ້ງເປັນປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2208.html

In bài biết