15:24 | 26/05/2026

ການຕ່າງປະເທດພົບປະປະຊາຊົນ ຊ່ວຍໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ມີຄວາມໝັ້ນຄົງ ແລະ ຍືນຍົງ

ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ
ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມ “ເທດສະການດິນແດນແຫ່ງສີສັນ” ຢູ່ ສາທາລະນະລັດ ເຊັກ

ຕາມທັດສະນະຂອງທ່ານ ຮວີ່ງກວຽດຖັງ ແລ້ວ, ວັນວັດທະນະທຳ, ການສຶກສາ ບູນກາຣີ ແລະ ອັກສອນສະລາໂວ ບໍ່ພຽງແຕ່ແມ່ນໂອກາດເພື່ອເຊີດຊູຕົວອັກສອນ, ສະຕິປັນຍາ, ການສຶກສາ ແລະ ອັດຕະລັກແຫ່ງຊາດ ບູນກາຣີ ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງລວງເລິກທາງດ້ານວັດທະນະທຳຂອງຊາດໜຶ່ງ ທີ່ຍາມໃດກໍໃຫ້ຄວາມສຳຄັນຕໍ່ກັບສະຕິປັນຍາ ແລະ ການສຶກສາ. ທ່ານຖືວ່າ ຕົວອັກສອນສຳລັບປະເທດບູນກາຣີແລ້ວ ບໍ່ສະເພາະແຕ່ແມ່ນພາຫະນະເພື່ອບັນທຶກພາສາເທົ່ານັ້ນ, ແຕ່ຍັງແມ່ນຄວາມຊົງຈຳແຫ່ງຊາດ, ແມ່ນຮາກຖານຂອງການສຶກສາ, ແມ່ນສັນຍະລັກຂອງອັດຕະລັກທາງດ້ານວັດທະນະທຳ ແລະ ເປັນຂົວຕໍ່ລະຫວ່າງອະດີດ, ປັດຈຸບັນ ກໍຄືອະນາຄົດ.

ການຕ່າງປະເທດພົບປະປະຊາຊົນ ຊ່ວຍໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ມີຄວາມໝັ້ນຄົງ ແລະ ຍືນຍົງ
ທ່ານ ຮວີ່ງກວຽດຖັງ, ປະທານສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ. (ພາບ: ດິງຮວ່າ).

ສາຍພົວພັນ ຫວຽດນາມ – ບູນກາຣີ ຢືນຢູ່ຕໍ່ໜ້າໂອກາດແຫ່ງການຂະຫຍາຍຕົວໃໝ່

ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ໄດ້ເນັ້ນໜັກວ່າ ສາຍພົວພັນລະຫວ່າງສອງປະເທດ ເຖິງວ່າຈະຢູ່ຫ່າງໄກກັນທາງດ້ານພູມສາດ ແຕ່ຍາມໃດກໍມີຄວາມໃກ້ຊິດສະໜິດສະໜົມກັນ ຍ້ອນຄວາມຮູ້ສຶກອັນຈິງໃຈ, ການຮ່ວມແບ່ງປັນ ແລະ ມູນເຊື້ອແຫ່ງມິດຕະພາບ ທີ່ໄດ້ຮັບການເພີ່ມພູນຄູນສ້າງມາຜ່ານຫຼາຍຮຸ່ນຄົນ. ປະຊາຊົນຫວຽດນາມ ຍາມໃດກໍຈົດຈຳຄວາມສາມັກຄີຊ່ວຍເຫຼືອ ແລະ ການສະໜັບສະໜູນອັນລ້ຳຄ່າ ທີ່ປະຊາຊົນບູນກາຣີ ໄດ້ມອບໃຫ້ແກ່ຫວຽດນາມ ໃນຊຸມປີເດືອນແຫ່ງການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໃນພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດໃນໄລຍະຕໍ່ມາ.

ໜຶ່ງໃນບັນດາສັນຍະລັກອັນມີຊີວິດຊີວາ ຂອງມິດຕະພາບ ຫວຽດນາມ – ບູນກາຣີ ແມ່ນບັນດາຮຸ່ນຄົນຫວຽດນາມ ທີ່ເຄີຍສຶກສາຮ່ຳຮຽນ, ອອກແຮງງານ, ຄົ້ນຄວ້າ ແລະ ເຕີບໃຫຍ່ຢູ່ປະເທດບູນກາຣີ. ຕາມທັດສະນະຂອງທ່ານ ຮວີ່ນກວຽດຖັງ ແລ້ວ, ບັນດາພະນັກງານ, ນັກວິສະວະກອນ, ນັກວິທະຍາສາດ, ນັກຄຸ້ມຄອງ, ນັກຊ່ຽວຊານ ແລະ ນັກທຸລະກິດຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ໄດ້ຮັບການຢັ້ງຢືນການສຶກສາຢູ່ບູນກາຣີ ນັ້ນ ບໍ່ພຽງແຕ່ນຳເອົາຄວາມຮູ້ດ້ານວິຊາສະເພາະກັບຄືນມາເທົ່ານັ້ນ ແຕ່ຍັງນຳເອົາທັງຄວາມຮູ້ສຶກອັນເລິກເຊິ່ງທີ່ມີຕໍ່ກັບປະເທດຊາດ, ຊາວເມືອງ, ສຸ້ມສຽງ ແລະ ວັດທະນະທຳບູນກາຣີອີກດ້ວຍ. ຫຼາກຫຼາຍທ່ານໃນຈຳນວນດັ່ງກ່າວນັ້ນ ໄດ້ກາຍເປັນບັນດາຂົວຕໍ່ອັນໝັ້ນຄົງ ເພື່ອເຊື່ອມຈອດມິດຕະພາບລະຫວ່າງສອງປະຊາຊາດ.

ເມື່ອອ້າງເຖິງໄລຍະແຫ່ງການຂະຫຍາຍຕົວໃໝ່ ຂອງສາຍພົວພັນສອງຝ່າຍ, ທ່ານ ຮວີ່ນກວຽດຖັງ ຖືວ່າ ການທີ່ ຫວຽດນາມ ແລະ ບູນກາຣີ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ ໃນປີ 2025 ແມ່ນຂີດໝາຍອັນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ເປີດອອກຄວາມຕ້ອງການໃໝ່ ໃຫ້ແກ່ທຸກໆຊ່ອງທາງການຮ່ວມມື, ໃນນັ້ນມີທັງການຕ່າງປະເທດພົບປະປະຊາຊົນ. ຕາມທ່ານແລ້ວ, ບັນດາອົງການຈັດຕັ້ງມິດຕະພາບ ບໍ່ສາມາດຢຸດຢູ່ພຽງແຕ່ການຮັກສາການແລກປ່ຽນພົບປະ, ການຮ່ວມຊຸມນຸມ ແລະ ຫວນຄືນມູນເຊື້ອເທົ່ານັ້ນ, ແຕ່ຈຳເນີນຕ້ອງໄດ້ມີຄວາມເປັນເຈົ້າການກວ່າເກົ່າ, ມີຄວາມປະດິດສ້າງ ແລະ ມີຄວາມເປັນຮູບປະທຳຍິ່ງຂຶ້ນ ໃນການເຊື່ອມຕໍ່ລະຫວ່າງມະນຸດ, ສະຕິປັນຍາ, ວິສາຫະກິດ, ທ້ອງຖິ່ນ ກໍຄືຄົນຮຸ່ນໜຸ່ມຂອງສອງປະເທດ.

ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ຕີລາຄາວ່າ, ການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່ ຈຳເນີນຕ້ອງໄດ້ຮັບການຫັນປ່ຽນ ຈາກບັນດາຄວາມຊົງຈຳອັນງົດງາມໃນອະດີດ ໃຫ້ກາຍເປັນກຳລັງດັນແຫ່ງການພັດທະນາສຳລັບອະນາຄົດ; ຈາກມິດຕະພາບມູນເຊື້ອ ກ້າວໄປສູ່ການຮ່ວມມືພັດທະນາ; ຈາກການແລກປ່ຽນທາງດ້ານຄວາມຮູ້ສຶກ ກ້າວໄປສູ່ບັນດາແຜນງານ, ໂຄງການ ແລະ ຄຸນຄ່າແຫ່ງການຮ່ວມມືໃໝ່. ຕາມທ່ານແລ້ວ, ຫວຽດນາມ ແມ່ນປະເທດທີ່ມີຄວາມເຄື່ອນໄຫວຢ່າງແຂງແຮງໃນອາຊີຕາເວັນອອກສ່ຽງໃຕ້, ສ່ວນບູນກາຣີ ແມ່ນສະມາຊິກສະຫະພາບເອີຣົບ, ມີທີ່ຕັ້ງອັນສຳຄັນຢູ່ເຂດບານກັງ (Balkan) ແລະ ເອີຣົບຕາເວັນອອກສ່ຽງໃຕ້. ບັນດາທ່າແຮງທີ່ຊ່ວຍຊຸກຍູ້ ແລະ ປ່ຽນແທນເຊິ່ງກັນແລະກັນເຫຼົ່ານີ້ ໄດ້ສ້າງຂອບເຂດອັນກວ້າງຂວາງ ເພື່ອໃຫ້ທັງສອງຝ່າຍຊຸກຍູ້ການຮ່ວມມືໃຫ້ມີຄວາມເລິກເຊິ່ງກວ່າເກົ່າໃນໄລຍະຕໍ່ໜ້າ.

ການຕ່າງປະເທດພົບປະປະຊາຊົນ ຊ່ວຍໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ມີຄວາມໝັ້ນຄົງ ແລະ ຍືນຍົງ
ປະທານ ໂຮ່ຈີມິນ ເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີ ບູນກາຣີ Anton Yugov ໃນການເດີ່ນທາງໄປຢ້ຽມຢາມປະເທດ ບູນກາຣີ (ໂຊເຟຍ, 1957). (ພາບ: TTXVN).

ການຕ່າງປະເທດພົບປະປະຊາຊົນ ແມ່ນເສົາຄ້ຳອັນສຳຄັນຂອງສາຍພົວພັນສອງຝ່າຍ

ຕາມທັດສະນະຂອງທ່ານ ຮວີ່ນກວຽດຖັງ ແລ້ວ, ການຕ່າງປະເທດພົບປະປະຊາຊົນ ຈຳເປັນຕ້ອງໄດ້ກາຍເປັນເສົາຄ້ຳອັນສຳຄັນ, ປະກອບສ່ວນເຮັດໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ບໍ່ພຽງແຕ່ມີຄວາມໝັ້ນຄົງໃນລະດັບລັດເທົ່ານັ້ນ ແຕ່ຍັງມີຄວາມຢັງຢືນເລິກເຊິ່ງໃນສ່ວນເລິກຂອງຈິດໃຈປະຊາຊົນສອງປະເທດ. ສາຍພົວພັນທາງການເມືອງອັນດີງາມແມ່ນຮາກຖານ; ການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ການສຶກສາແມ່ນກຳລັງດັນ; ສ່ວນຄວາມຮູ້ສຶກຂອງປະຊາຊົນແມ່ນລວງເລິກ, ແມ່ນຊີວິດຊີວາອັນຍືນຍົງຂອງສາຍພົວພັນສອງຝ່າຍ.

ຈາກຄວາມຮັບຮູ້ນັ້ນ, ສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ໄດ້ກຳນົດຄວາມຮັບຜິດຊອບໃນໄລຍະໃໝ່ ບໍ່ພຽງແຕ່ແມ່ນການປົກປັກຮັກສາຄວາມຊົງຈຳແຫ່ງມິດຕະພາບເທົ່ານັ້ນ, ແຕ່ຍັງຕ້ອງຫັນປ່ຽນຄວາມຊົງຈຳນັ້ນໃຫ້ກາຍເປັນແຫຼ່ງກຳລັງແຫ່ງການພັດທະນາ; ບໍ່ພຽງແຕ່ແມ່ນການຈົດຈຳບຸນຄຸນຕໍ່ກັບອະດີດ, ແຕ່ຍັງຕ້ອງຮ່ວມກັນສ້າງສັນບັນດາຄຸນຄ່າແຫ່ງການຮ່ວມມືໃໝ່ສຳລັບອະນາຄົດ; ບໍ່ພຽງແຕ່ແມ່ນສະຖານທີ່ເຕົ້າໂຮມບັນດາຜູ້ທີ່ມີຄວາມຮັກແພງຕໍ່ປະເທດບູນກາຣີເທົ່ານັ້ນ, ແຕ່ຍັງຕ້ອງເປັນຂົວຕໍ່ທີ່ມີຄວາມເປັນເຈົ້າການ, ມີປະສິດທິຜົນ, ໂດຍມີຄວາມສາມາດໃນການລະດົມແຫຼ່ງກຳລັງໃຫ້ແກ່ສາຍພົວພັນຂອງສອງປະເທດ.

ໃນໄລຍະຕໍ່ໜ້າ, ສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ຈະສຸມໃສ່ເຮັດໃຫ້ຮາກຖານມິດຕະພາບຂອງປະຊາຊົນມີຄວາມເລິກເຊິ່ງຍິ່ງຂຶ້ນ; ສືບຕໍ່ຈັດຕັ້ງບັນດາກິດຈະກຳແລກປ່ຽນທາງດ້ານວັດທະນະທຳ, ສະເຫຼີມສະຫຼອງບັນດາຂີດໝາຍອັນສຳຄັນ, ແນະນຳປະຫວັດສາດ, ວັດທະນະທຳ, ພາສາ, ປະເທດຊາດ ແລະ ຊາວເມືອງບູນກາຣີ ຢູ່ທີ່ຫວຽດນາມ, ພ້ອມກັນນັ້ນກໍເປັນການໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມ ໄປສູ່ເພື່ອນມິດຊາວບູນກາຣີ.

ມຸ່ງໄປສູ່ບັນດາຄຸນຄ່າແຫ່ງການຮ່ວມມືອັນເປັນຮູບປະທຳ ແລະ ຍືນຍົງ

ສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ຈະເສີມຂະຫຍາຍເຄືອຂ່າຍອະດີດນັກສຶກສາ, ອະດີດນັກຊ່ຽວຊານ ແລະ ອະດີດແຮງງານຫວຽດນາມ ຢູ່ບູນກາຣີ ຢ່າງແຂງແຮງ. ຕາມທັດສະນະຂອງທ່ານ ຮວີ່ນກວຽດຖັງ ແລ້ວ, ນີ້ແມ່ນກຳລັງແຮງອັນລ້ຳຄ່າເປັນພິເສດ, ທີ່ມີທັງຄວາມຮູ້ສຶກອັນເລິກເຊິ່ງຕໍ່ກັບບູນກາຣີ, ທັງມີສະຕິປັນຍາ, ປະສົບການ, ຖານະບົດບາດທາງສັງຄົມ ແລະ ຄວາມສາມາດໃນການເຊື່ອມຕໍ່, ເຊິ່ງສາມາດກາຍເປັນແຫຼ່ງກຳລັງອັນແທ້ຈິງໃຫ້ແກ່ສາຍພົວພັນຂອງສອງປະເທດ.

ຄຽງຄູ່ກັນນັ້ນ, ສະມາຄົມໄດ້ກຳນົດທິດທາງຊຸກຍູ້ການຮ່ວມມືດ້ານການສຶກສາ – ຝຶກອົບຮົມ, ວິທະຍາສາດ – ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່; ສະແດງບົດບາດເປັນຂົວຕໍ່ລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ນັກວິທະຍາສາດ ແລະ ນັກສຶກສາຂອງສອງປະເທດ; ຊຸກຍູ້ບັນດາແຜນງານແລກປ່ຽນນັກສຶກສາ, ຄູອາຈານ, ນັກຄົ້ນຄວ້າ, ກອງປະຊຸມສໍາມະນາທາງວິທະຍາສາດ, ທຶນການສຶກສາ ແລະ ບັນດາໂຄງການຄົ້ນຄວ້າຮ່ວມກັນ.

ໃນຂົງເຂດເສດຖະກິດ - ສັງຄົມ, ສະມາຄົມຈະເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ, ທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງສັງຄົມຂອງສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ, ຢາພື້ນເມືອງ, ເຄື່ອງສຳອາງທຳມະຊາດ, ເຕັກໂນໂລຊີສີຂຽວ ແລະ ການສຶກສາ. ຕາມທ່ານ ຮວີ່ນກວຽດຖັງ ແລ້ວ, ເມື່ອບັນດາກິດຈະກຳມິດຕະພາບຕິດພັນກັບຜົນປະໂຫຍດຕົວຈິງຂອງປະຊາຊົນ ແລະ ວິສາຫະກິດ, ສາຍພົວພັນມິດຕະພາບກໍຈະມີຮາກຖານທາງດ້ານວັດຖຸ ແລະ ມີຊີວິດຊີວາໃໝ່ຕື່ມອີກ.

ຈຸດທີ່ໜ້າສົນໃຈແມ່ນ, ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ໄດ້ເນັ້ນໜັກເຖິງການນຳພາຄົນຮຸ່ນໜຸ່ມໃຫ້ກາຍເປັນເຈົ້າການໂຕໃໝ່ ຂອງສາຍພົວພັນມິດຕະພາບ ຫວຽດນາມ – ບູນກາຣີ. ສະມາຄົມຈະສ້າງຂອບເຂດຕື່ມອີກ ເພື່ອໃຫ້ຊາວໜຸ່ມ ແລະ ນັກສຶກສາຂອງສອງປະເທດໄດ້ມີໂອກາດແລກປ່ຽນພົບປະ, ຖອດຖອນບົດຮຽນ, ຮ່ວມມືກັນໃນການສຶກສາຮ່ຳຮຽນ, ການຄົ້ນຄວ້າ, ການເລີ່ມຕົ້ນທຸລະກິດ (Startup), ເຕັກໂນໂລຊີ, ວັດທະນະທຳ ແລະ ສິລະປະ.

ທ່ານ ຮວີ່ນກວຽດຖັງ ຢືນຢັນວ່າ, ສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ເສີມຂະຫຍາຍບົດບາດເປັນຂົວຕໍ່ພົບປະປະຊາຊົນ, ເຊື່ອມຕໍ່ບັນດາຮຸ່ນຄົນອະດີດນັກສຶກສາ, ນັກຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະ ເພື່ອນມິດຂອງສອງປະເທດ; ຜ່ານນັ້ນກໍເປັນການປະກອບສ່ວນນຳພາສາຍພົວພັນ ຫວຽດນາມ – ບູນກາຣີ ພາຍໃຕ້ຂອບການຮ່ວມມືຄູ່ຮ່ວມມືຍຸດທະສາດ ໃຫ້ກ້າວເຂົ້າສູ່ລວງເລິກ, ມີຄວາມຈິງແທ້ ແລະ ຍືນຍົງນັບມື້ນັບຫຼາຍຂຶ້ນ.

ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ”

ຍສໝ - ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ແມ່ນເວທີແຫ່ງການເຈລະຈາ ແລະ ປະເຊີນໜ້າໂດຍກົງ ກ່ຽວກັບບັນດາບັນຫາທີ່ຮີບດ່ວນທີ່ສຸດ ຂອງປະຊາຄົມຊາວຫວຽດນາມ ປະຈຳ ຍີ່ປຸ່ນ.

VSIF 2026 ຢືນຢັນບົດບາດຂອງປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ ໃນການພັດທະນາປະເທດຊາດ VSIF 2026 ຢືນຢັນບົດບາດຂອງປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ ໃນການພັດທະນາປະເທດຊາດ

ຍສໝ - ເວທີປາໄສປັນຍາຊົນ ແລະ ການປະດິດສ້າງໃໝ່ ຫວຽດນາມ ປະຈຳ ສິງກະໂປ (VSIF 2026) ທີ່ຈັດຂຶ້ນໃນວັນທີ 23 ພຶດສະພາ ໄດ້ເຕົ້າໂຮມເອົາບັນດານັກເຊ່ຽວຊານ, ນັກວິຊາການ, ນັກວິທະຍາສາດ ແລະ ນັກສຶກສາຄົນຫວຽດນາມ ຢູ່ສິງກະໂປ ເປັນຈຳນວນຫຼວງຫຼາຍ, ເພື່ອຮ່ວມກັນສົນທະນາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ດ້ານວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ...

Link: https://huunghivietlao.thoidai.com.vn/detail-article-22065.html

In bài biết