15:59 | 25/05/2026

VSIF 2026 ຢືນຢັນບົດບາດຂອງປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ ໃນການພັດທະນາປະເທດຊາດ

ການແບ່ງປັນຂໍ້ມູນ, ກຳນົດທິດທາງການຮ່ວມມືກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນປີ 2026
ໂອກາດສຳລັບຄວາມກ້າວໜ້າໃນການສົ່ງອອກອາຫານທະເລໃນປີ 2026

VSIF 2026 ແມ່ນຈັດຂຶ້ນໂດຍ ຄະນະຕິດຕໍ່ພົວພັນຊຸມຊົນຄົນຫວຽດນາມ ປະຈຳ ສິງກະໂປ, ພາຍໃຕ້ການອຸປະຖຳຂອງ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ.

ດ້ວຍຫົວຂໍ້ “ເຊື່ອມຕໍ່ປັນຍາຊົນຫວຽດນາມ ເພື່ອການຂະຫຍາຍຕົວດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ແຫ່ງຊາດ”, ເຫດການດັ່ງກ່າວ ບໍ່ພຽງແຕ່ແມ່ນສະຖານທີ່ແລກປ່ຽນທາງດ້ານວິຊາການເທົ່ານັ້ນ ແຕ່ຍັງມຸ່ງໄປສູ່ການກໍ່ສ້າງເຄືອຂ່າຍການເຊື່ອມຕໍ່ອັນເປັນຮູບປະທຳ ລະຫວ່າງ ບັນດານັກຊ່ຽວຊານ, ປັນຍາຊົນຫວຽດນາມຢູ່ຕ່າງປະເທດ ກັບຄວາມຕ້ອງການພັດທະນາຂອງປະເທດຊາດ.

VSIF 2026 ຢືນຢັນບົດບາດຂອງປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ ໃນການພັດທະນາປະເທດຊາດ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອງ (Trần Phước Anh) ກ່າວປາໄສໃນເວທີປາໄສ. (ແຫຼ່ງຂໍ້ມູນ: ຄະນະກຳມະການຈັດງານ)

ເຫດການດັ່ງກ່າວ ມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອງ (Trần Phước Anh); ສາດສະດາຈານ ຫວູມິງເຄືອງ (Vũ Minh Khương); ຫົວໜ້າຄະນະຕິດຕໍ່ພົວພັນຊຸມຊົນຄົນຫວຽດນາມ ປະຈຳ ສິງກະໂປ ທ່ານນາງ ຕ້າຖຸຍລຽນ (Tạ Thùy Liên) ພ້ອມດ້ວຍຜູ້ແທນຫຼາຍກວ່າ 70 ທ່ານ ທີ່ເປັນນັກຊ່ຽວຊານ, ນັກວິຊາການ, ນັກວິທະຍາສາດ, ນັກທຸລະກິດ ແລະ ນັກສຶກສາຄົນຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ປະເທດສິງກະໂປ.

ເວທີປາໄສ ຍັງໄດ້ຮັບສານອວຍພອນທີ່ສົ່ງມາຈາກ ທ່ານຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ຫງວຽນຈຸງກຽນ (Nguyễn Trung Kiên); ທ່ານຮອງຜູ້ນຳອຳນວຍການສູນການປະດິດສ້າງໃໝ່ແຫ່ງຊາດ ຫວໍຊວນຮວ່າຍ (Võ Xuân Hoài) ແລະ ສາດສະດາຈານ, ປະລິນຍາເອກ ຫງວຽນເຈິ່ນທວດ (Nguyễn Trần Thuật), ສະຖາບັນທິການສະຖາບັນເຄິ່ງຊັກນຳ ແລະ ວັດສະດຸກ້າວໜ້າ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.

VSIF 2026 ຢືນຢັນບົດບາດຂອງປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ ໃນການພັດທະນາປະເທດຊາດ
ບັນດາຜູ້ແທນຮ່ວມແລກປ່ຽນຄຳເຫັນໃນເວທີປາໄສ. (ແຫຼ່ງຂໍ້ມູນ: ຄະນະກຳມະການຈັດງານ)

ໃນເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນຄຳເຫັນກ່ຽວກັບຫຼາກຫຼາຍຂົງເຂດກຸນແຈສຳຄັນ ເປັນຕົ້ນແມ່ນ ເຕັກໂນໂລຊີເຄິ່ງຊັກນຳ (Semiconductor), ປັນຍາປະດິດ (AI), ເຕັກໂນໂລຊີຊີວະພາບ ແລະ ວັດສະດຸໃໝ່.

ຫຼາກຫຼາຍທັດສະນະຄຳເຫັນຖືວ່າ ວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ ພວມກາຍເປັນຮາກຖານອັນສຳຄັນ ເພື່ອໃຫ້ຫວຽດນາມເຮັດໃຫ້ບັນດາເປົ້າໝາຍການເຕີບໂຕຢ່າງໄວວາ ແລະ ຍືນຍົງໃນໄລຍະໃໝ່ປະກົດຜົນເປັນຈິງ.

ໜຶ່ງໃນບັນດາຈຸດເດັ່ນທີ່ໜ້າສົນໃຈຂອງ VSIF 2026 ແມ່ນການເປີດໂຕຮາກຖານ V-NEXUS – ລະບົບນິເວດດິຈິຕອນປະຍຸກໃຊ້ AI ເພື່ອແນໃສ່ເຊື່ອມຕໍ່ປັນຍາຊົນຫວຽດນາມໃນທົ່ວໂລກ.

ຕາມການໃຫ້ຮູ້ຂອງຄະນະກຳມະການຈັດງານວ່າ, ຮາກຖານດັ່ງກ່າວນີ້ໄດ້ຮັບການຄາດຫວັງວ່າຈະມີສ່ວນຊ່ວຍຮູບແຄບໄລຍະຫ່າງທາງດ້ານພູມສາດ, ເພີ່ມທະວີຄວາມສາມາດໃນການຮ່ວມມື ແລະ ສ້າງຄວາມເຊື່ອໝັ້ນໃນຄະນະຊຸມຊົນນັກຊ່ຽວຊານຄົນຫວຽດນາມຢູ່ຕ່າງປະເທດ.

ຄຽງຄູ່ກັນນັ້ນ, ຫຼາກຫຼາຍຂໍ້ລິເລີ່ມເພື່ອແນໃສ່ກໍ່ສ້າງໂຄງລ່າງພື້ນຖານການຄົ້ນຄວ້າ, ເປີດກວ້າງເຄືອຂ່າຍຊຸມຊົນປັນຍາຊົນ ແລະ ສ້າງກົນໄກດຶງດູດຜູ້ມີພອນສະຫວັນໃຫ້ກັບຄືນມາປະກອບສ່ວນໃຫ້ແກ່ປະເທດຊາດ ກໍໄດ້ຮັບການສະເໜີໃນເວທີປາໄສເຊັ່ນກັນ.

ກ່າວປາໄສໃນເຫດການດັ່ງກ່າວ, ສາດສະດາຈານ ຫວູມິງເຄືອງ ຖືວ່າ ປັດຈຸບັນແມ່ນຊ່ວງເວລາທີ່ມີຄວາມສອດຄ່ອງ ເພື່ອຈັດຕັ້ງປະຕິບັດບັນດາຮູບແບບການຮ່ວມມືໃໝ່ ລະຫວ່າງພາຍໃນປະເທດ ແລະ ຊຸມຊົນປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ, ຈາກນັ້ນກໍສ້າງເປັນເຄືອຂ່າຍການເຊື່ອມຕໍ່ທີ່ມີລວງເລິກ ແລະ ນຳມາເຊິ່ງຄຸນຄ່າອັນເປັນຮູບປະທຳ.

ຕາມການໃຫ້ຮູ້ຂອງຄະນະກຳມະການຈັດງານວ່າ, VSIF 2026 ບໍ່ພຽງແຕ່ມີສ່ວນຊ່ວຍຊຸກຍູ້ການເຊື່ອມຕໍ່ປັນຍາຊົນຫວຽດນາມໃນທົ່ວໂລກເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງຈິດວິນຍານແຫ່ງຄວາມຮັບຜິດຊອບ, ຄວາມມຸ່ງມາດປາດຖະໜາໃນການອຸທິດຕົນຂອງຊຸມຊົນນັກຊ່ຽວຊານ, ນັກວິຊາການ ແລະ ປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ ຕໍ່ກັບການຂະຫຍາຍຕົວດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ຂອງປະເທດຊາດ.

ຈາກການລົງຄະແນນສຽງສູ່ການປົກຄອງແຫ່ງຊາດທີ່ມີປະສິດທິພາບ: ຜົນສະທ້ອນຂອງການເລືອກຕັ້ງປີ 2026 ຈາກການລົງຄະແນນສຽງສູ່ການປົກຄອງແຫ່ງຊາດທີ່ມີປະສິດທິພາບ: ຜົນສະທ້ອນຂອງການເລືອກຕັ້ງປີ 2026

ຍສໝ - Ngày 15/3/2026, cử tri cả nước sẽ tham gia bầu cử đại biểu Quốc hội khóa XVI và đại biểu Hội đồng nhân ...

ຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນສິງກະໂປ 2026 ຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນສິງກະໂປ 2026

ຍສໝ - ໂດຍໄດ້ຮັບຄຳເຊີນຈາກກະຊວງປ້ອງກັນປະເທດສິງກະໂປ, ຄະນະຜູ້ແທນຈາກກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໋ຽນ, ກຳມະການປະຈຳຄະນະກຳມະການທະຫານສູນກາງ ແລະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ, ໄດ້ເຂົ້າຮ່ວມງານວາງສະແດງການບິນສິງກະໂປ (Singapore Airshow) ທີ່ສິງກະໂປ.

Link: https://huunghivietlao.thoidai.com.vn/detail-article-22061.html

In bài biết