ປັບປຸງບຸກຄະລາກອນ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ (IUU) ແລະ ການພັດທະນາຂະແໜງການປະມົງແບບຍືນຍົງ
ທ່ານ ນາຍົກລັດຖະມົນຕີ ເລມິງຮຶງ ຫາກໍໄດ້ລົງນາມປະກາດໃຊ້ ຂໍ້ຕົກລົງສະບັບເລກທີ 815/QĐ-TTg, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການປັບປຸງບຸກຄະລາກອນ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ແລະ ການພັດທະນາຂະແໜງການປະມົງແບບຍືນຍົງ.
ຕາມຂໍ້ຕົກລົງດັ່ງກ່າວ, ທ່ານ ໂຮ່ ກວັກ ຢຸງ, ຮອງນາຍົກລັດຖະມົນຕີ ດຳລົງຕຳແໜ່ງເປັນ ປະທານຄະນະຊີ້ນຳແຫ່ງຊາດ ກ່ຽວກັບ IUU.
ຮອງປະທານຄະນະຊີ້ນຳ 2 ທ່ານ ປະກອບມີ: ທ່ານ ຈິ້ງ ຫວຽດ ຮຸ່ງ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຮອງປະທານຜູ້ປະຈຳການ ແລະ ທ່ານ ຫວໍ ວັນ ຮຸ່ງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ.
![]() |
| ເພີ່ມທະວີການໂຄສະນາເຜີຍແຜ່, ຍົກສູງຄວາມຮັບຮູ້ຂອງຊາວປະມົງ ໃນກິດຈະກຳຕ້ານການຫາປາແບບ IUU. (ຮູບພາບປະກອບ) |
ຄະນະຊີ້ນຳ ມີການເຂົ້າຮ່ວມຂອງການນຳຈາກຫຼາຍກະຊວງ, ຄະນະ ແລະ ຂະແໜງການສູນກາງ ເຊັ່ນ: ຄະນະໂຄສະນາອົບຮົມສູນກາງ, ຄະນະຂົນຂວາຍປະຊາຊົນສູນກາງ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກໍ່ສ້າງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ອົງການກວດກາລັດຖະບານ, ຫ້ອງການຄະນະຊີ້ນຳປ້ອງກັນຕົວພົນລະເຮືອນແຫ່ງຊາດ.
ພ້ອມດຽວກັນນັ້ນ, ຍັງມີປະທານຄະນະກຳມະການປະຊາຊົນ 22 ແຂວງ ແລະ ນະຄອນແຄມທະເລທີ່ມີເຮືອຫາປາ ປະກອບມີ: ຫາຍຟ່ອງ, ກວາງນິງ, ຮຶງອຽນ, ນິງບິ່ງ, ແທັງຮວ່າ, ເຫງະອານ, ຮ່າຕິ່ງ, ກວາງຈິ, ເຫ້ວ, ດານັງ, ກວາງຫງາຍ, ຢາລາຍ, ດັກລັກ, ແຄງຮວ່າ, ລຳດົ່ງ, ນະຄອນໂຮ່ຈິມິນ, ວິງລອງ, ເກິ່ນເທີ, ດົ່ງທາບ, ກ່າເມົາ, ອານຢາງ ແລະ ໄຕນິງ.
ຕາມຂໍ້ຕົກລົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແມ່ນອົງການປະຈຳການຂອງຄະນະຊີ້ນຳ, ໂດຍນຳໃຊ້ກົນໄກກົງຈັກທີ່ມີຢູ່ ເພື່ອຈັດຕັ້ງປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ.
ຄະນະຊີ້ນຳແຫ່ງຊາດ ກ່ຽວກັບ IUU ມີພາລະບົດບາດເປັນເສນາທິການ, ຊ່ວຍນາຍົກລັດຖະມົນຕີ ຊີ້ນຳ ແລະ ປະສານງານແກ້ໄຂບັນດາວຽກງານທີ່ສຳຄັນ, ວຽກງານລະຫວ່າງຂະແໜງການ ທີ່ກ່ຽວຂ້ອງກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ. ພ້ອມດຽວກັນນັ້ນ, ຄະນະຊີ້ນຳ ຍັງມີໜ້າທີ່ຕິດຕາມ, ຊຸກຍູ້ ແລະ ປະສານງານກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃນການຜັນຂະຫຍາຍບັນດາມາດຕະການຕ້ານການຫາປາແບບ IUU ຕາມທຳນຽມສາກົນ, ສອດຄ່ອງກັບບັນດາສົນທິສັນຍາ, ສັນຍາສາກົນ ທີ່ ຫວຽດນາມ ເປັນພາຄີ ກໍຄືລະບຽບການຂອງບັນດາອົງການການປະມົງໃນພາກພື້ນ ແລະ ສາກົນ.
ນອກຈາກນັ້ນ, ຄະນະຊີ້ນຳ ຈະເປັນເສນາທິການ ແລະ ສະເໜີຕໍ່ນາຍົກລັດຖະມົນຕີ ກ່ຽວກັບບັນດາໜ້າທີ່, ມາດຕະການອັນຮີບດ່ວນ ແລະ ຈຸດສຸມ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ ໃນຂະບວນການຜັນຂະຫຍາຍການຕ້ານການຫາປາແບບ IUU; ພ້ອມທັງກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາຄຳຊີ້ນຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ກ່ຽວກັບຂົງເຂດດັ່ງກ່າວ ຢູ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
| ຫວຽດນາມຮ່ວມມືກັບ EU ໃນການຕໍ່ສູ້ກັບການຫາປາ IUU ດ້ວຍວິທີການທີ່ຕັ້ງໜ້າ ແລະ ເປີດໃຈ ຍສໝ - ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມຮ່ວມມືກັບ EU ໃນການຕ້ານການຫາປາ IUU ດ້ວຍຈິດໃຈຕັ້ງໜ້າຄື “ຮັບຟັງດ້ວຍຄວາມຈິງໃຈ, ແບ່ງປັນດ້ວຍຄວາມຮູ້ສຶກຈາກໃຈຈິງ, ແລະ ໃຫ້ຄຳໝັ້ນສັນຍາດ້ວຍການກະທຳທີ່ເປັນຮູບປະທຳ”. |
| ແຂວງຮ່າຕິ້ງ ເປີດຕົວ 5 ກຸ່ມປົກຄອງຕົນເອງ ເພື່ອປ້ອງກັນ ແລະ ຕ້ານການຫາປາ IUU. ຍສໝ - ຄະນະກຳມະການປະຊາຊົນຕາແສງລົກຮ່າ (ແຂວງຮ່າຕິ້ງ) ຫາກໍ່ປະສານງານກັບສະຖານີປ້ອງກັນຊາຍແດນກວ໋າເສົ໋າຈັດກອງປະຊຸມເປີດຕົວຮູບແບບກຸ່ມປົກຄອງຕົນເອງເພື່ອປ້ອງກັນ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ໃນພື້ນທີ່. |
ແທັງຮັ່ງ
