ຮັດແໜ້ນນ້ຳໃຈໄມຕີຈິດມິດຕະພາບ ເພື່ອນມິດສະຫາຍ ຫວຽດນາມ - ລາວ
| ການເຊີດຊູພາສາຫວຽດ: “ທູດ” ທາງດ້ານວັດທະນະທຳ ແລະ ຂົວຕໍ່ແຫ່ງການເຊື່ອມຈອດຍຸດທະສາດ ຫວຽດນາມ - ລາວ | |
| ເຊີດຊູພາສາ ຫວຽດນາມ: ຂົວຕໍ່ແຫ່ງຄວາມຜູກພັນ ຫວຽດນາມ - ລາວ |
![]() |
| ທ່ານນາງ ກາວທິຮ່ວາອານ, ຮອງເລຂາປະຈຳການຄະນະພັກແຂວງ ດັກລັກ ແລກປ່ຽນຄຳເຫັນຢູ່ທີ່ກອງປະຊຸມ. |
ສາຍພົວພັນອັນຊື່ສັດບໍລິສຸດ
ຕາມບົດລາຍງານສະຫຼຸບຂາດຕົວໝາກຜົນການປະຕິບັດຂໍ້ຕົກລົງມິດຕະພາບ ແລະ ການຮ່ວມມື ໄລຍະປີ 2024 - 2026, ໃນ 2 ປີຜ່ານມາ, ສະມາຄົມນັກຮົບເກົ່າແຂວງ ດັກລັກ ແລະ ສະມາຄົມນັກຮົບເກົ່າແຂວງ ຈຳປາສັກ (ລາວ) ໄດ້ຕັ້ງໜ້າໂຄສະນາເຜີຍແຜ່ໃຫ້ແກ່ສະມາຊິກ ແລະ ປະຊາຊົນ ກ່ຽວກັບມູນເຊື້ອມິດຕະພາບ, ຄວາມສາມັກຄີພິເສດລະຫວ່າງສອງຊາດ. ຜ່ານນັ້ນ, ໄດ້ຊ່ວຍໃຫ້ບັນດາຮຸ່ນນັກຮົບເກົ່າ ແລະ ປະຊາຊົນ ຮັບຮູ້ໄດ້ຢ່າງເລິກເຊິ່ງກວ່າເກົ່າ ກ່ຽວກັບຄວາມຮັບຜິດຊອບໃນການປົກປັກຮັກສາສາຍພົວພັນອັນຊື່ສັດບໍລິສຸດ ຫວຽດນາມ - ລາວ.
ຄຽງຄູ່ກັນນັ້ນ, ທັງສອງຝ່າຍໄດ້ຮັກສາລະບອບການຢ້ຽມຢາມ ແລະ ເຮັດວຽກປີລະຄັ້ງ, ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບທັກສະວິຊາສະເພາະໃນວຽກງານການສ້າງສາສະມາຄົມ. ສະເພາະແມ່ນ ສະມາຄົມນັກຮົບເກົ່າແຂວງ ດັກລັກ ໄດ້ຈັດຕັ້ງຄະນະຜູ້ແທນ 2 ຄະນະ ໄປຢ້ຽມຢາມ ແລະ ແລກປ່ຽນ, ແບ່ງປັນບົດຮຽນປະສົບການ ກັບສະມາຄົມນັກຮົບເກົ່າແຂວງ ຈຳປາສັກ.
ນັກຮົບເກົ່າແຂວງ ດັກລັກ ໄດ້ມອບເຮືອນແຫ່ງນ້ຳໃຈ 2 ຫຼັງ ແລະ ຄອມພິວເຕີ 2 ຊຸດ ໃຫ້ແກ່ສະມາຄົມນັກຮົບເກົ່າແຂວງ ຈຳປາສັກ. ທາງດ້ານສະມາຄົມນັກຮົບເກົ່າແຂວງ ຈຳປາສັກ ກໍໄດ້ຈັດຕັ້ງຄະນະຜູ້ແທນມາຢ້ຽມຢາມ ແລະ ແລກປ່ຽນການເຄື່ອນໄຫວຂອງສະມາຄົມນັກຮົບເກົ່າແຂວງ ດັກລັກ ເຊັ່ນດຽວກັນ.
![]() |
| ບັນດາຜູ້ແທນຈຸດທູບອາໄລຫາ ລຸງໂຮ່ ຢູ່ທີ່ຫ້ອງມູນເຊື້ອ ສະມາຄົມນັກຮົບເກົ່າແຂວງ ດັກລັກ. |
ຄຽງຄູ່ກັນນັ້ນ, ທັງສອງຝ່າຍໄດ້ປະສານງານກັນສະໜອງຂໍ້ມູນຂ່າວສານ ເພື່ອຮັບໃຊ້ການຊອກຫາ, ຂຸດຄົ້ນ ແລະ້ ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງກອງທັບສອງປະເທດ. ໃນ 2 ປີຜ່ານມາ, ສະມາຄົມນັກຮົບເກົ່າແຂວງ ຈຳປາສັກ ໄດ້ປະສານງານ ຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມໄດ້ 16 ອັດຖິ.
ພ້ອມດຽວກັນນັ້ນ, ກໍໄດ້ມີການແລກປ່ຽນບົດຮຽນ, ແບ່ງປັນຮູບແບບນັກຮົບເກົ່າຊ່ວຍເຫຼືອກັນຫຼຸດຜ່ອນຄວາມທຸກຍາກ, ເຮັດເສດຖະກິດເກັ່ງ; ບົດຮຽນໃນການປຸກລະດົມສະມາຊິກປະກອບສ່ວນ, ຄຸ້ມຄອງ ແລະ ນຳໃຊ້ບັນດາກອງທຶນລຶບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ການສ້ອມແປງເຮືອນຊານທີ່ຊຸດໂຊມໃຫ້ແກ່ສະມາຊິກທີ່ມີເງື່ອນໄຂຫຍຸ້ງຍາກ; ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮູບແບບການຕ່ຳແຜ່ນແພພື້ນເມືອງຂອງສະມາຊິກນັກຮົບເກົ່າແຂວງ ຈຳປາສັກ.
ສົ່ງຕໍ່ແປວໄຟໃຫ້ຮຸ່ນໜຸ່ມ
ໃນຕໍ່ໜ້າ, ທັງສອງຝ່າຍຈະສືບຕໍ່ປະຕິບັດບັນດາເນື້ອໃນໃນ “ຂໍ້ຕົກລົງມິດຕະພາບການຮ່ວມມື ລະຫວ່າງ ສະມາຄົມນັກຮົບເກົ່າແຂວງ ດັກລັກ ແລະ ສະມາຄົມນັກຮົບເກົ່າແຂວງ ຈຳປາສັກ”. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງສະມາຄົມ ແລະ ວຽກງານລຶບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ນັກຮົບເກົ່າຊ່ວຍເຫຼືອກັນເຮັດເສດຖະກິດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງສະມາຊິກ.
ພ້ອມທັງປະສານງານກັນຢ່າງແໜ້ນແຟ້ນ, ປຸກລະດົມສະມາຊິກນັກຮົບເກົ່າ ແລະ ປະຊາຊົນສອງປະເທດ ໃຫ້ຕັ້ງໜ້າສະໜອງຂໍ້ມູນຂ່າວສານໃນການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານເສຍສະຫຼະຊີວິດຂອງກອງທັບສອງປະເທດກັບຄືນສູ່ມາຕຸພູມ...
![]() |
| ພາບບັນຍາກາດຂອງກອງປະຊຸມ. |
ແລກປ່ຽນຄຳເຫັນຢູ່ທີ່ກອງປະຊຸມ, ທ່ານນາງ ກາວທິຮ່ວາອານ, ຮອງເລຂາປະຈຳການຄະນະພັກແຂວງ ດັກລັກ ເນັ້ນໜັກວ່າ, ຕະຫຼອດໄລຍະເວລາອັນຍາວນານຂອງປະຫວັດສາດ, ສອງປະເທດ ຫວຽດນາມ - ລາວ ຍາມໃດກໍສາມັກຄີ, “ຄຽງບ່າຄຽງໄຫຼ່”, “ຮ່ວມສຸກຮ່ວມທຸກ”, “ເປັນຕາຍຮ່ວມກັນ” ແລະ ພ້ອມກັນສ້າງສາ, ພັດທະນາປະເທດຊາດ.
ໃນສາຍພົວພັນອັນສັກສິດນັ້ນ, ບັນດາຮຸ່ນນັກຮົບເກົ່າຂອງສອງປະເທດ ແມ່ນກຳລັງແກນກາງໃນການຮັກສາຄວາມຊົງຈຳທາງປະຫວັດສາດ, ສົ່ງຕໍ່ແປວໄຟແຫ່ງອຸດົມການ ແລະ ເພີ່ມພູນຄູນສ້າງຄວາມສາມັກຄີພິເສດລະຫວ່າງສອງປະເທດ.
ຜ່ານ 2 ປີ ແຫ່ງການປະຕິບັດຂໍ້ຕົກລົງມິດຕະພາບ ແລະ ການຮ່ວມມື, ສະມາຄົມນັກຮົບເກົ່າແຂວງ ດັກລັກ ແລະ ສະມາຄົມນັກຮົບເກົ່າແຂວງ ຈຳປາສັກ ໄດ້ບັນລຸໝາກຜົນຕົວຈິງ ແລະ ມີຄວາມໝາຍຫຼາຍປະການ ເຊັ່ນ: ການແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ; ປະສານງານໃນການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ. ບັນດາການກະທຳຕົວຈິງເຫຼົ່ານັ້ນ ໄດ້ນຳມາເຊິ່ງຄຸນຄ່າທາງດ້ານມະນຸດສະທຳຢ່າງເລິກເຊິ່ງ, ແມ່ນຫຼັກຖານທີ່ສະແດງໃຫ້ເຫັນເຖິງມິດຕະພາບຂອງສອງປະເທດ.
ກອງປະຊຸມໃນມື້ນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອທົບທວນຄືນບັນດາວຽກງານທີ່ໄດ້ເຮັດມາ, ແຕ່ສິ່ງທີ່ສຳຄັນກວ່ານັ້ນແມ່ນເພື່ອຮັດແໜ້ນຄວາມເຊື່ອໝັ້ນ, ເປັນເອກະພາບໃນຄວາມມຸ່ງໝັ້ນ, ເປີດກວ້າງການຮ່ວມມືທີ່ມີປະສິດທິຜົນໃນຕໍ່ໜ້າ.
ບັນດາຮຸ່ນນັກຮົບເກົ່າ ແມ່ນຜູ້ເຊື່ອມຕໍ່ຄວາມສາມັກຄີພິເສດ ຫວຽດນາມ - ລາວ ເຊິ່ງບໍ່ພຽງແຕ່ຜ່ານຄວາມຊົງຈຳທາງປະຫວັດສາດເທົ່ານັ້ນ, ແຕ່ຕ້ອງໄດ້ຮັບການສືບທອດດ້ວຍຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ການພັດທະນາ, ໂດຍສະເພາະແມ່ນການສົ່ງຕໍ່ແປວໄຟໃຫ້ຮຸ່ນໜຸ່ມໄດ້ຖະໜອມຮັກ ແລະ ປົກປັກຮັກສາໄວ້ໃນອະນາຄົດ.


