16:03 | 23/07/2019

Apple ສ້າງຄວາມປະຫຼາດໃຈ ເມື່ອ 'ຊຸບຊີວິດ' ໃຫ້ iPhone, iPad ລຸ້ນເກົ່າ, ໝັດໜັກໃສ່ Android?

Apple ສ້າງຄວາມປະຫຼາດໃຈ  ເມື່ອ 'ຊຸບຊີວິດ' ໃຫ້ iPhone, iPad ລຸ້ນເກົ່າ, ໝັດໜັກໃສ່ Android?


ດ້ວຍ ລະບົບປະຕິບັດການ iOS 12.4 ສຳລັບເຄື່ອງ iOS ໃຫມ່, Apple ໄດ້ສົ່ງລະບົບປະຕິບັດການສະບັບຍົກລະດັບສ໋ອບແວ ສຳລັບເຄື່ອງທີ່ບໍ່ສາມາດນຳໃຊ້ລະບົບປະຕິບັດການໃໝ່ໃນປະຈຸບັນ.

iOS 9.3.6 ອັບເດດ ສຳລັບ iPad 2, iPad Mini, iPad 3 ແລະ iPhone 4s. ສ່ວນ Apple 5 ແ ລະ iPad 4 ໄດ້ຮັບການອັບຂື້ນມາເປັນ 10.3.4. ລະບົບສຸດທ້າຍ ຂອງເຄື່ອງຂ້າງເທິງແມ່ນ 9.3.5 ແລະ 10.3.3 ໄດ້ນຳອອກມາຈຳໜ່າຍໃນປີ 2016 ແລະ 2017 ຕາມລຳດັບ.

iOS ໃໝ່ ແຕ່ລະສະບັບຍາມໃດກໍ່ມີຄວາມສາມາດໃນການປັບປຸງ ດັ່ງນັ້ນຈິງເຮັດໃຫ້ມີຄວາມຮຽກຮ້ອງຕ້ອງການດ້ານຮາດແວ ຈາກ iPhone ແລະ iPad ສູງຂື້ນ. ເມື່ອເຄື່ອງໄອໂຟນບໍ່ສາມາດຕອບສະໜອງໄດ້ຢ່າງຄົບຖ້ວນຄວາມສາມາດຂອງການແລ່ນລະບົບປະຕິບັດການຕໍ່ໄປ, ແອບເປີ້ນຈະຢຸດການອັບເດດ ແລະ ແລັບທ໋ອບ ໄດ້ຮັບການ ສະໜັບສະໜູນຈາກແອັບເປີ້ນ 5-6 ປີນັບແຕ່ມື້ເປີດຕົວ.

ເປົ້າໝາຍຂອງການອັບເດດສ໋ອບແວໃຫ້ແກ່ເຄື່ອງຫຼືອຸປະກອນໄອໂຟນເກົ່າຂອງ ບໍລິສັດ ແອັບເປີ້ນ ແມ່ນຈະຊ່ວຍໃຫ້ເຄື່ອງກໍ່ຄືອຸປະກອນແລ່ນມີຄວາມສະຖຽນ, ຍົກລະດັບການປ້ອງກັນ ແລະ ແກ້ໄຂ GPS ທີ່ຂັດຂ້ອງ. ສິ່ງດັ່ງກ່າວເຮັດໃຫ້ ບໍລິສັດໂທລະສັບມືຖື Android ລາຄາຖຶກ ມີຄວາມກັງວົນຫຼາຍຂື້ນ, ຍ້ອນຮອບວຽນຂອງການອັບເດດສ໋ອບແວຂອງ Android ຍັງຫ່າງໄກຈາກ iOS ຫຼາຍ. ໂທລະສັບ ໄອໂພນເກົ່າໆມີລາຄາຊຳ່ກັບໂທລະສັບ ແອັນດຣອຍທົ່ວໄປ, ແຕ່ໂທລະສັບດັ່ງກ່າວກໍ່ເຄີຍເປັນໂທລະສັບຂັ້ນສູງຂອງ ແອັບເປີ້ນ ດັ່ງຈິ່ງເຮັດໃຫ້ມີທ່າແຮງດ້ານຮາດແວ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-220.html

In bài biết