16:24 | 13/09/2018

WEF ASEAN 2018: ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳ Facebook

WEF ASEAN 2018: ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳ Facebook

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳ Facebook.

ຢູ່ນອກເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) 2018, ຕອນບ່າຍວັນທີ 13 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Simon Milner, ຮອງປະທານກ່ຽວກັບນະໂຍບາຍແຫ່ງລັດຢູ່ພາກພື້ນ ອາຊີ - ປາຊີຟິກ ຂອງ Facebook. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ Facebook ແລກປ່ຽນກັບບັນດາອົງການຂອງ ຫວຽດນາມ ເປັນປະຈຳ; ພ້ອມກັນແບ່ງປັນ, ແກ້ໄຂບັນດາສິ່ງຄົງຄ້າງເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ; ພ້ອມກັນນັ້ນ, ສ້າງກາລະໂອກາດເພື່ອໃຫ້ Facebook ສືບຕໍ່ພັດທະນາ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ Facebook ຄວນມີຄວາມຮັບຜິດຊອບສຳລັບ ກ່ວາ 60 ລ້ານບັນຊີ ຢູ່ ຫວຽດນາມ ໃນນັ້ນເລື່ອງຮັບປະກັນຄວາມໝັ້ນຄົງ, ປອດໄພ, ປົກປ້ອງຂໍ້ມູນສ່ວນຕົວຂອງປະຊາຊົນ.

ສ່ວນທ່ານ Simon Milner, ຮອງປະທານກ່ຽວກັບນະໂຍບາຍແຫ່ງລັດຢູ່ພາກພື້ນ ອາຊີ - ປາຊີຟິກ ຂອງ Facebook ຢັ້ງຢືນວ່າ: Facebook ກຽມພ້ອມໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດກ່ຽວຂ້ອງເຖິງຍຸກດີຈີຕອນ; ກຽມພ້ອມແບ່ງປັນກັບ ຫວຽດນາມ ກ່ຽວກັບບັນດາບັນຫາເຊິ່ງຫຼາຍປະເທດພວມປະເຊີນໜ້າ, ພິເສດແມ່ນຄວາມໝັ້ນຄົງທາງອິນເຕີເນັດ ເພື່ອໃຫ້ 2 ຝ່າຍປຶກສາຫາລື, ສ້າງຮູບປະທຳບັນດາມາດຕະການແກ້ໄຂເໝາະສົມກັບແຕ່ລະປະເທດ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2196.html

In bài biết