15:36 | 14/09/2018

ຊຸກຍູ້ສົ່ງເສີມການຮ່ຳຮຽນ, ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແຮງງານຊົນນະບົດ

ຊຸກຍູ້ສົ່ງເສີມການຮ່ຳຮຽນ, ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແຮງງານຊົນນະບົດ

ຊຸກຍູ້ສົ່ງເສີມການຮ່ຳຮຽນ, ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແຮງງານຊົນນະບົດ.

ໄດ້ຈັດຕັ້ງພິທີລົງນາມໂຄງການສົມທົບໃນການເຄື່ອນໄຫວສົ່ງເສີມການຮ່ຳຮຽນ, ສົ່ງເສີມເກັ່ງກ້າສາມາດ, ກໍ່ສ້າງສັງຄົມຮ່ຳຮຽນ ແລະ ບຳລຸງສ້າງວິຊາອາຊີບໃຫ້ແກ່ແຮງງານຊົນນະບົດໄລຍະ 2018 – 2023. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິຢວານ ອະດີດຮອງປະທານປະເທດ ຫວຽດນາມ, ປະທານສະມາຄົມສົ່ງເສີມການຮ່ຳຮຽນ ໃຫ້ຮູ້ວ່າ: ພິທີລົງນາມໄດ້ໄດ້ສະແດງໃຫ້ເຫັນການສົມທົບກັນຢ່າງແໜ້ນແຟ້ນໃນໄລຍະໃໝ່, ກໍ່ສ້າງບັນດາອົງການຈັດຕັ້ງການເມືອງໃຫ້ກາຍເປັນຫົວໜ່ວຍສັງຄົມຮ່ຳຮຽນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0.

ສ່ວນທ່ານລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ດ່າວ ງອັກຢຸງ ຢືນຢັນວ່າ ໂຄງການນີ້ຈະປະກອບສ່ວນພົບເຫັນ, ບຳລຸງສ້າງ, ຍ້ອງຍໍຊົມເຊີຍບັນດາໝູ່ຄະນະທີ່ເປັນແບບຢ່າງ, ບຸກຄົນດີເດັ່ນໃນການຮ່ຳຮຽນຕະຫລອດຊີວິດ, ມີບັນດາການປະດິດແຕ່ງທີ່ມີມູນຄ່າດ້ານເສດຖະກິດ ແລະ ມີຄວາມໝາຍທາງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2195.html

In bài biết