16:27 | 14/09/2018

ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕ້ອນຮັບການນໍາບັນດາກຸ່ມບໍລິສັດ Facebook, Apple, Coca Cola

ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕ້ອນຮັບການນໍາບັນດາກຸ່ມບໍລິສັດ Facebook, Apple, Coca Cola

ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕ້ອນຮັບທ່ານ Simon Milner ຮອງປະທານຮັບຜິດຊອບ ນະໂຍບາຍສາທາລະນະ ພາກພື້ນ ອາຊີ - ປາຊີຟິກ ຂອງ Facebook. (ພາບ: Phuong Hoa/TTXVN)

ເນື່ອງໃນໂອກາດບັນດາວິສາຫະກິດດັ່ງກ່າວ ມາຢ້ຽມຢາມຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດໂລກ ກ່ຽວກັບອາຊຽນ. ທີ່ການຕ້ອນຮັບ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ໄດ້ເນັ້ນໜັກເຖິງບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງການປະຕິວັດອຸດສາຫະກໍາ 4.0 ນໍາມາໃຫ້, ພິເສດແມ່ນບັນດາພື້ນຖານເສດຖະກິດພວມພັດທະນາ ຄືຫວຽດນາມ; ທ່ານຖືວ່າ ບັນດາວິສາຫະກິດຂອງ ເອເມລິກາ ມີຄວາມສາມາດບົ່ມຊ້ອນ, ມີກາລະໂອກາດ ທີ່ໃຫຍ່ຫຼວງ ເພື່ອຮ່ວມມືກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດດີຈີຕອນ, ການເຊື່ອມຕໍ່ດີຈີຕອນ, ໜູນຊ່ວຍຫວຽດນາມກໍ່ສ້າງ ລັດຖະບານເອເລັກໂຕນິກ. ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕີລາຄາສູງຕໍ່ການເຄື່ອນໄຫວ ແລະ ການກໍານົດທິດລົງທຶນຂອງບັນດາວິສາຫະກິດດັ່ງກ່າວ ທີ່ຕະຫຼາດຫວຽດນາມ; ພ້ອມທັງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ຫວຽດນາມ ແມ່ນສ້າງທຸກເງື່ອນໄຂສະດວກ ແລະ ສະພາບແວດລ້ອມແຫ່ງການລົງທຶນໃຫ້ບັນດານັກລົງທຶນພັດທະນາແບບຍືນຍົງ, ຍາວນານຢູ່ຫວຽດນາມ ແລະ ພ້ອມແລ້ວທີ່ຈະຮັບຟັງ ການແບ່ງປັນ, ການປະກອບຄໍາຄິດເຫັນ, ຂໍ້ສະເໜີແນະຈາກບັນດາວິສາຫະກິດ.

ຜູ້ຕາງໜ້າບັນດາກຸ່ມບໍລິສັດ ກໍໄດ້ຕີລາຄາສູງ ຄວາມມານະພະຍາຍາມຂອງຫວຽດນາມ ກ່ຽວກັບການປະຕິຮູບການບໍລິຫານ,ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ; ສະແດງຄວາມຕັດສິນ ເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2194.html

In bài biết