08:11 | 18/09/2018

ອົງການກວດສອບແຫ່ງລັດມາເລເຊຍສືບຕໍ່ເພີ່ມທະວີການຮ່ວມມືກັບອົງການກວດສອບແຫ່ງລັດຫວຽດນາມ

ອົງການກວດສອບແຫ່ງລັດມາເລເຊຍສືບຕໍ່ເພີ່ມທະວີການຮ່ວມມືກັບອົງການກວດສອບແຫ່ງລັດຫວຽດນາມ

ຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ໂຮ່ດຶກເຝິກ ໄດ້ມີການເຈະລຈາກັບ ຫົວໜ້າອົງການກວດສອບແຫ່ງລັດມາເລເຊຍ Madinah Binti Mohamad.

ກ່າວຄຳເຫັນທີ່ການເຈລະຈາ, ຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ໂຮ່ດຶກເຝິກ ໄດ້ຕີລາຄາສູງການໜູນຊ່ວຍຂອງ ອົງການກວດສອບແຫ່ງລັດມາເລເຊຍໃນໄລຍະທີ່ຜ່ານມາໃນວຽກງານໜູນຊ່ວຍອົງການກວດສອບແຫ່ງລັດຫວຽດນາມໃນການກໍ່ສ້າງ, ຕິດຕາມກວດກາ, ປະເມີນການປະຕິບັດແຜນຍຸດທະສາດຂອງອົງການບັນດາສຳນັກງານກວດສອບສູງສຸດອາຊີຕາເວັນອອກສ່ຽງໃຕ້, ໜູນຊ່ວຍໃນການບຳລຸງສ້າງພະນັກງານ ອົງການກວດສອບແຫ່ງລັດຫວຽດນາມກ່ຽວກັບວິຊາການກວດສອບ.

ສ່ວນທ່ານນາງຫົວໜ້າອົງການກວດສອບແຫ່ງລັດມາເລເຊຍ Madinah Binti Mohamad ໃຫ້ຮູ້ວ່າ ໃນໄລຍະທີ່ຈະມາເຖິງ, ອົງການກວດສອບແຫ່ງລັດມາເລເຊຍຈະສືບຕໍ່ເພີ່ມທະວີການຮ່ວມມືກັບອົງການກວດສອບແຫ່ງລັດຫວຽດນາມທາງດ້ານວິຊາການ ແລະ ພ້ອມແລ້ວຈະແບ່ງປັນບົດຮຽນກັບອົງການກວດສອບແຫ່ງລັດຫວຽດນາມໃນໄລຍະທີ່ຈະມາເຖິງ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2190.html

In bài biết