12:58 | 23/04/2026

ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD

ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ຊຸກຍູ້ການເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ-ສ.ເກົາຫຼີ
ງານວາງສະແດງວາງສະແດງເອກະສານຫຼາຍກວ່າ 150 ສະບັບກ່ຽວກັບສາຍພົວພັນສາມັກຄີລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານປະທານາທິບໍດີ Lee Jae Myung ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລັດຖະບານ ສ.ເກົາຫຼີ ທີ່ໄດ້ເດີນທາງມາຢ້ຽມຢາມລັດຖະກິດຢູ່ ຫວຽດນາມ (VietNam); ພ້ອມທັງສະແດງຄວາມຍ້ອງຍໍ ແລະ ຕີລາຄາສູງທີ່ ທ່ານປະທານາທິບໍດີ Lee Jae Myung ແມ່ນແຂກຜູ້ທຳອິດທີ່ມາຢ້ຽມຢາມລັດຖະກິດ ທັນທີຫຼັງຈາກທີ່ ຫວຽດນາມ ໄດ້ປັບປຸງຄະນະການນຳໃຫ້ສົມບູນ ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI; ໂດຍເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ແມ່ນຫຼັກຖານທີ່ສົດໃສທີ່ສຸດໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ແໜ້ນແຟ້ນ, ມີປະສິດທິຜົນ ແລະ ມີຄວາມເຊື່ອໝັ້ນທາງດ້ານການເມືອງສູງລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ເຂົ້າຮ່ວມການພົບປະເຈລະຈາກັບ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung. (ພາບ: VOV)

ໃນບັນຍາກາດແຫ່ງມິດຕະພາບ ແລະ ສະໜິດສະໜົມ, ການນຳທັງສອງທ່ານໄດ້ລົງເລິກແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດ, ສາຍພົວພັນສອງຝ່າຍ ແລະ ບັນດາບັນຫາສາກົນ ກໍ່ຄືພາກພື້ນທີ່ໃຫ້ຄວາມສົນໃຈຮ່ວມກັນ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ ແລະ ການຮ່ວມມືຍຸດທະສາດໃນລະດັບສູງໃໝ່; ຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງການຮ່ວມມືທີ່ມີຢູ່ໃຫ້ມີປະສິດທິຜົນ; ຂະຫຍາຍການຮ່ວມມືຕົວຈິງໃນບັນດາຂົງເຂດຈຸດສຸມຄື: ການຕ່າງປະເທດ, ປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ; ປະສານສົມທົບກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ ແລະ ອາດຊະຍາກຳຂ້າມຊາດ.

ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD
ທ່ານປະທານາທິບໍດີ Lee Jae Myung ຢືນຢັນວ່າ ພ້ອມແລ້ວທີ່ຈະຮ່ວມກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ແລະ ບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ (VietNam) ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ. (ພາບ: VOV)

ທັງສອງຝ່າຍໄດ້ເນັ້ນໜັກເຖິງການຜັນຂະຫຍາຍວິໄສທັດຍຸດທະສາດກ່ຽວກັບການເຊື່ອມໂຍງເສດຖະກິດໃນບໍລິບົດຂອງສະພາບການໃໝ່, ໃນນັ້ນຈະຮ່ວມກັນພະຍາຍາມບັນລຸເປົ້າໝາຍມູນຄ່າການຄ້າສອງຝ່າຍໃຫ້ໄດ້ 150 ຕື້ USD ໃນປີ 2030; ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສ້າງເງື່ອນໄຂສະດວກທາງດ້ານການຄ້າ, ເປີດກວ້າງຕະຫຼາດນຳເຂົ້າ-ສົ່ງອອກສິນຄ້າໃຫ້ແກ່ກັນ; ສະໜັບສະໜູນໃຫ້ວິສາຫະກິດ ຫວຽດນາມ (VietNam) ເຂົ້າຮ່ວມໃນຕ່ອງໂສ້ການສະໜອງການຜະລິດຂອງ ສ.ເກົາຫຼີ ແລະ ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ກຸ້ມຕົນເອງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ຕີລາຄາສູງຕໍ່ການເຂົ້າຮ່ວມລົງທຶນ ແລະ ການປະກອບສ່ວນຂອງບັນດາວິສາຫະກິດ ສ.ເກົາຫຼີ ຕໍ່ກັບຂະບວນການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ; ສະແດງຄວາມຊົມເຊີຍຕໍ່ວິສາຫະກິດ ສ.ເກົາຫຼີ ທີ່ໄດ້ຂະຫຍາຍຂອບເຂດການລົງທຶນເຂົ້າໃນບັນດາຂົງເຂດບຸລິມະສິດ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຕົວເມືອງອັດສະລິຍະ, ທາດເຄິ່ງຊັກນຳໄຟຟ້າ, ສູນຂໍ້ມູນ AI ຂະໜາດໃຫຍ່, ການຮ່ວມມືດ້ານທ່າເຮືອອັດສະລິຍະ ແລະ ການສ້າງທ່າເຮືອລຸ້ນໃໝ່.

ທ່ານປະທານາທິບໍດີ Lee Jae Myung ໄດ້ສະແດງຄວາມຂອບໃຈ ແລະ ມີຄວາມປາດຖະໜາໃຫ້ລັດຖະບານ ຫວຽດນາມ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນການແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງໃນບັນດາໂຄງການລົງທຶນຂອງວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ; ໃຫ້ຄຳໝັ້ນສັນຍາຈະປະສານງານຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ເພື່ອຜັນຂະຫຍາຍແຫຼ່ງທຶນຂອງກອງທຶນສົ່ງເສີມການຮ່ວມມືທາງດ້ານເສດຖະກິດ (EDCF) ແລະ ກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDPF) ຢ່າງມີປະສິດທິຜົນ, ໂດຍສຸມໃສ່ບັນດາຂົງເຂດໂຄງລ່າງຍຸດທະສາດຂອງ ຫວຽດນາມ. ຄຽງຄູ່ກັນນັ້ນ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ໃຫ້ກາຍເປັນແຮງຊຸກຍູ້ທີ່ສຳຄັນໃນການສົ່ງເສີມການຮ່ວມມືສອງຝ່າຍ ແລະ ບັນດາເປົ້າໝາຍການພັດທະນາຂອງແຕ່ລະປະເທດ.

ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີມອບ-ຮັບ ເອກະສານຂໍ້ຕົກລົງການຮ່ວມມື 12 ສະບັບ ໃນຫຼາຍຂົງເຂດ ທີ່ໄດ້ຮັບການລົງນາມລະຫວ່າງບັນດາກະຊວງ ແລະ ຂະແໜງການຂອງສອງປະເທດ. (ພາບ: VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຢີລະຫວ່າງສອງປະເທດ ແລະ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ສະໜັບສະໜູນ ຫວຽດນາມ (VietNam) ໃນການຜັນຂະຫຍາຍໂຄງການສະຖາບັນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ - ສ.ເກົາຫຼີ (VKIST). ໂດຍເຫັນດີ ແລະ ຕີລາຄາສູງຕໍ່ບັນດາຂໍ້ສະເໜີຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ທ່ານປະທານາທິບໍດີ Lee Jae Myung ກ່າວວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະແບ່ງປັນເຕັກໂນໂລຢີໃນຂະແໜງອຸດສາຫະກຳແຫ່ງອະນາຄົດ ເຊັ່ນ: ປັນຍາປະດິດ, ເຊມີຄອນດັກເຕີ, ພະລັງງານສະອາດ, ການຝຶກອົບຮົມຊັບພະຍາກອນມະນຸດ, ເພື່ອປະກອບສ່ວນສະໜັບສະໜູນພາລະກິດຫັນເປັນທັນສະໄໝ ແລະ ພັດທະນາວິທະຍາສາດເຕັກໂນໂລຢີທີ່ກ້າວໜ້າຂອງ ຫວຽດນາມ; ພ້ອມທັງສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ລະບົບນິເວດນະວັດຕະກຳ, ການເລີ່ມຕົ້ນທຸລະກິດແບບນະວັດຕະກຳລະຫວ່າງສອງປະເທດ.

ການນຳທັງສອງທ່ານໄດ້ແບ່ງປັນທັດສະນະກ່ຽວກັບການສືບຕໍ່ຂະຫຍາຍການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການແລກປ່ຽນລະຫວ່າງປະຊາຊົນ ເຊິ່ງຈະສ້າງພື້ນຖານອັນໜັກແໜ້ນເພື່ອຊຸກຍູ້ສາຍພົວພັນສອງປະເທດໃຫ້ພັດທະນາຢ່າງຍືນຍົງ ແລະ ຍາວນານ; ເຫັນດີສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຄົມແຕ່ລະປະເທດທີ່ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ປະເທດຂອງກັນແລະກັນ, ໃນນັ້ນມີທັງຄອບຄົວຫຼາຍວັດທະນະທຳ; ເພີ່ມທະວີການຮ່ວມມືຕົວຈິງລະຫວ່າງບັນດາທ້ອງຖິ່ນ, ໂດຍຜ່ານນັ້ນກໍ່ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນສອງຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ ສ.ເກົາຫຼີ ເປັນເຈົ້າການສະໜັບສະໜູນ ຫວຽດນາມ ພັດທະນາຂະແໜງອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທີງ, ແລະ ແບ່ງປັນປະສົບການໃນການໂຄສະນາການທ່ອງທ່ຽວ.

ໃນການແລກປ່ຽນກ່ຽວກັບການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າພ້ອມແລ້ວທີ່ຈະຮ່ວມມືກັບ ສ.ເກົາຫຼີ ໃນການຜັນຂະຫຍາຍແຜນປະຕິບັດງານ ອາຊຽນ - ສ.ເກົາຫຼີ 2026 - 2030 ຢ່າງມີປະສິດທິຜົນ, ປະສານງານກັບບັນດາປະເທດແມ່ນ້ຳຂອງເພື່ອຊຸກຍູ້ການຈັດກອງປະຊຸມສຸດຍອດ ແມ່ນ້ຳຂອງ - ສ.ເກົາຫຼີ ໃນປີ 2026, ໂດຍຜ່ານນັ້ນກໍ່ເສີມຂະຫຍາຍທ່າແຮງຢ່າງສູງສຸດ, ເພີ່ມທະວີການເຊື່ອມໂຍງເສດຖະກິດ, ສ້າງຕ່ອງໂສ້ມູນຄ່າໃໝ່ທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ. ການນຳຂັ້ນສູງສອງປະເທດໄດ້ແບ່ງປັນວິໄສທັດຍຸດທະສາດລວມກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ຮັບປະກັນສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳ ຕາມຂໍ້ກຳນົດຂອງກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS 1982); ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ສັນຕິພາບໃນແຫຼມເກົາຫຼີ.

ຄຽງຄູ່ກັນນັ້ນ, ທັງສອງຝ່າຍຈະເພີ່ມທະວີການຮ່ວມມື, ແບ່ງປັນປະສົບການ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການພັດທະນາຂະແໜງອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທີງໃນຂອບເຂດທົ່ວໂລກ, ໂດຍສະເພາະແມ່ນຮູບເງົາ, ດົນຕີ ແລະ ວັດທະນະທຳຮູບແບບອື່ນໆ. ທັງສອງຝ່າຍເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສ, ກົນໄກສາກົນ ແລະ ພາກພື້ນທີ່ທັງສອງຝ່າຍເຂົ້າຮ່ວມ ແລະ ໃຫ້ຄວາມສົນໃຈ, ສືບຕໍ່ຜັນຂະຫຍາຍການຮ່ວມມືໃນຂອບເຂດ ອາຊຽນ - ສ.ເກົາຫຼີ, ແມ່ນ້ຳຂອງ - ສ.ເກົາຫຼີ ຢ່າງມີປະສິດທິຜົນ ເພື່ອຊຸກຍູ້ບັນດາປະເດັນຄວາມໝັ້ນຄົງ, ສະຖຽນລະພາບທາງດ້ານເສດຖະກິດ ແລະ ການພັດທະນາ. ທັງສອງຝ່າຍຢືນຢັນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ພ້ອມທັງເຫັນດີເປັນເອກະພາບວ່າມັນຈຳເປັນທີ່ຈະຕ້ອງຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຍືນຍົງໃນແຫຼມເກົາຫຼີ.

ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີມອບ-ຮັບ ເອກະສານຂໍ້ຕົກລົງການຮ່ວມມື 12 ສະບັບ ໃນຫຼາຍຂົງເຂດ ທີ່ໄດ້ຮັບການລົງນາມລະຫວ່າງບັນດາກະຊວງ ແລະ ຂະແໜງການຂອງສອງປະເທດ. (ພາບ: VOV)

ກ່ຽວກັບຝ່າຍຕົນ, ທ່ານປະທານາທິບໍດີ ສ.ເກົາຫຼີ ກໍ່ໄດ້ຢືນຢັນວ່າ: "ພວກເຮົາໄດ້ເຫັນດີເປັນເອກະພາບຮ່ວມກັນວ່າ ໃນບໍລິບົດທີ່ຕ່ອງໂສ້ການສະໜອງພວມຂາດສະຖຽນລະພາບ, ຄວາມຕ້ອງການຮ່ວມມືລະຫວ່າງສອງປະເທດຍິ່ງກາຍເປັນສິ່ງທີ່ຮີບດ່ວນກວ່າເວລາໃດໝົດ; ພ້ອມທັງໄດ້ເຫັນດີຈະຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງທາງດ້ານພະລັງງານ ແລະ ສະຖຽນລະພາບຂອງຕ່ອງໂສ້ການສະໜອງ. ຄຽງຄູ່ກັນນັ້ນ, ພວກເຮົາກໍ່ໄດ້ເຫັນດີຮັກສາການແລກປ່ຽນຢ່າງແໜ້ນແຟ້ນ ເພື່ອສ້າງຮູບແບບການຮ່ວມມືແບບຢ່າງຫຼາຍຂຶ້ນ, ໂດຍຜ່ານບັນດາໂຄງການເຂດຕົວເມືອງໃໝ່ ແລະ ສະໜາມບິນໃໝ່ທີ່ ຫວຽດນາມ (VietNam) ພວມຜັນຂະຫຍາຍ ເຊິ່ງເປັນສ່ວນໜຶ່ງໃນວິໄສທັດການພັດທະນາແຫ່ງຊາດ. ພວກເຮົາກໍ່ໄດ້ເຫັນດີເປີດກວ້າງການຮ່ວມມືຕື່ມອີກໃນບັນດາຂົງເຂດທີ່ມຸ່ງໄປສູ່ອະນາຄົດ ເຊັ່ນ: ວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ກໍ່ຄືວັດທະນະທຳ ແລະ ການສຶກສາ. ຂ້າພະເຈົ້າສະໜັບສະໜູນນະໂຍບາຍພັດທະນາວິທະຍາສາດເຕັກໂນໂລຢີ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ພວມເປັນເຈົ້າການຊຸກຍູ້ການຜັນຂະຫຍາຍ ແລະ ສ.ເກົາຫຼີ ຈະສະໜັບສະໜູນ ຫວຽດນາມ ຢ່າງສຸດຄວາມສາມາດໃນຂົງເຂດນີ້".

ໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີມອບ-ຮັບ ເອກະສານຂໍ້ຕົກລົງການຮ່ວມມື 12 ສະບັບ ໃນຫຼາຍຂົງເຂດ ທີ່ໄດ້ຮັບການລົງນາມລະຫວ່າງບັນດາກະຊວງ ແລະ ຂະແໜງການຂອງສອງປະເທດ, ສະແດງໃຫ້ເຫັນເຖິງໝາກຜົນອັນອຸດົມສົມບູນ ແລະ ຮອບດ້ານ ທີ່ທັງສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້.

ສ.ເກົາຫຼີ ຫຼຸດຜ່ອນວີຊາໃຫ້ພົນລະເມືອງຫວຽດນາມ ເພື່ອກະຕຸ້ນການທ່ອງທ່ຽວສາກົນ ສ.ເກົາຫຼີ ຫຼຸດຜ່ອນວີຊາໃຫ້ພົນລະເມືອງຫວຽດນາມ ເພື່ອກະຕຸ້ນການທ່ອງທ່ຽວສາກົນ

ຍສໝ - ໃນວັນທີ 25 ກຸມພາ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດມາດຕະການຫຼາຍຢ່າງເພື່ອຊຸກຍູ້ການທ່ອງທ່ຽວສາກົນ, ໂດຍສຸມໃສ່ການຜ່ອນຄາຍລະບຽບການວີຊາ ແລະ ຂະຫຍາຍຈຸດເຂົ້າ-ອອກຢູ່ສະໜາມບິນທົ່ວປະເທດ.

ການສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຄາດວ່າຈະບັນລຸ 73-74 ຕື້ USD ໃນປີ 2026. ການສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຄາດວ່າຈະບັນລຸ 73-74 ຕື້ USD ໃນປີ 2026.

ຍສໝ - ມື້ນີ້ (ວັນທີ 6 ມັງກອນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຖະແຫຼງຂ່າວເປັນປະຈຳ ເພື່ອໃຫ້ຂໍ້ມູນກ່ຽວກັບການເຕີບໂຕໂດຍລວມຂອງຂະແໜງການ ພ້ອມທັງທິດທາງການຜະລິດສຳລັບໄລຍະຕໍ່ໄປ.

Link: https://huunghivietlao.thoidai.com.vn/detail-article-21898.html

In bài biết