10:25 | 22/04/2026

ຢຶດ​ໝັ້ນ​ຕໍ່​ຄາດ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ

ທ່ານ​ ໂຕ​ເລິມ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XIV
ຝາກຝັງຄວາມ​ເຊື່ອ​ໝັ້ນ​​ຕໍ່​ພັກ
ຢຶດ​ໝັ້ນ​ຕໍ່​ຄາດ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI (ພາບ: quochoi.vn)

ຕອນ​ບ່າຍ​ວັນ​ທີ 20 ເມ​ສາ,ຢູ່​ຮ່າ​ໂນ້ຍ, ໂດຍ​ສືບ​ຕໍ່ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ພ​າຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ແລະ ການ​ບໍ​ລິ​ຫານ​ຂອງ​ທ່ານ​ນາງ ຫງວຽນ​ທິ​ຮົ່ງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ໃນ​ນັ້ນ, ມີຫຼາຍ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໄລ​ຍະ 5 ປີ 2026 – 2030 ດ້ວຍຫຼາຍ​ມາດ​ຕະ​ການ​ລະອຽດ. ສຳ​ລັ​ບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2026 – 2030, ມີຫຼາຍ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢູ່​ລະ​ດັບ​ສູງ​ຕໍ່​ບັນ​ດາ​ການ​ຕີ​ລາ​ຄາ​ກ່ຽວ​ກັບ ສະ​ພາບ​ການ​ສ​າ​ກົນ​ຂອງ​ລັດ​ຖະ​ບານ, ພ້ອມ​ທັງ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນ​ດາ​ທັດ​ສະ​ນະ, ເປົ້າ​ໝາຍ, ກຸ່​ມມາດ​ຕະ​ການ​ແກ້​ໄຂ ແລະ ໜ້າ​ທີ່​ເຊິ່ງ​ລັດ​ຖະ​ບານ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ. ທ່ານ​ນາງ ຕະ​ທິ​ອຽນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ດຽນ​ບຽນ ປະ​ກອບ​ຄຳ​ເຫັນ​ວ່າ:

ສິ່ງ​ສຳ​ຄັນ​ທີ່​ສຸດ​ບໍ່​ພຽງ​ແຕ່​ບັນ​ລຸ​ໄດ້​ຕົວ​ເລກ​ການ​ເຕີບ​ໂຕ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ແນວ​ໃດ​ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ ແລະ ຍາວ​ນານ​ອີກ​ດ້ວຍ. ຖ້າ​ເດີນ​ຕາມ​ການ​ເຕີບ​ໂຕ​ແບບ​ເກົ່າ​ອີງ​ໃສ່​ທຶນ, ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຄ່າແຮງ​ງານຕຳ ກໍ່ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ. ດັ່ງ​ນັ້ນ​ຕ້ອງ​ຫັນ​ປ່ຽນ​ການ​ເຕີບ​ໂຕ​ອີງ​ຕາມ​ສະ​ມັດ​ຕະ​ພາບ, ນະ​ວັດ​ຕະ​ກຳ ແລະ ມູນ​ຄ່າ​ເພີ່ມ.

ຕາມ vovworld.vn

ຕາມ https://vovworld.vn/lo-LA/khaawedn/yyd-hmn-hm-khaad-hmaany-kaan-ehiib-oh-bn-lu-la-db-sng-how-elk-2429133.vov5

ແກ້ໄຂ “ບັດ​ເຫຼືອງ” IUU: ຫຼາຍ​ທ້ອງ​ຖິ່ນ​ບັນ​ລຸ 100% ກຳ​ປັ່ນ​ຫາ​ປາ​ຕິດ​ຕັ້ງ​ອຸ​ປະ​ກອນ​ຕິດ​ຕາມ​ກວດ​ກາ​ການ​ເດີນ​ທາງ. ແກ້ໄຂ “ບັດ​ເຫຼືອງ” IUU: ຫຼາຍ​ທ້ອງ​ຖິ່ນ​ບັນ​ລຸ 100% ກຳ​ປັ່ນ​ຫາ​ປາ​ຕິດ​ຕັ້ງ​ອຸ​ປະ​ກອນ​ຕິດ​ຕາມ​ກວດ​ກາ​ການ​ເດີນ​ທາງ.

ຍສໝ - ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ “ບັດ​ເຫຼືອງ” ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ກ່ຽວ​ກັບ​ສິນ​ທະ​ເລ​ຂອງ​ຫວຽດ​ນາມ, ຫຼາຍ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດ​ໝາຍ, ບໍ່​ມີ​ລາຍ​ງານ ແລະ ບໍ່​ມີ​ລະ​ບຽບ​ການ (IUU). ບັນດາ​ທ້ອງ​ຖິ່ນ​ພວມ​ສຸມ​ໃສ່​ຮັດ​ແໜ້ນ​ການ​ຄຸ້ມ​ຄອງ​ກຳ​ປັ່ນ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ເດີນ​ທາງ, ຕິດຕາມ​ກວດກາ​ແຫຼ່ງກຳ​ເນີ​ດຂອງ​ອາຫານ​ທະ​ເລ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນ​ທາງ​ທະ​ເລ​ຢ່າງ​ໝັ້ນຄົງ.

APEC 2025: ຢືນຢັນຮູບພາບ​ແຫ່ງ​ຄວາມ​ໝັ້ນ​ໃຈ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຢືດໝັ້ນ​ຄົງ​ຕົວ​ຂອງ​ຫວຽດນາມ ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ APEC 2025: ຢືນຢັນຮູບພາບ​ແຫ່ງ​ຄວາມ​ໝັ້ນ​ໃຈ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຢືດໝັ້ນ​ຄົງ​ຕົວ​ຂອງ​ຫວຽດນາມ ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ

ຍສໝ - ທີ່​ກອງ​ປະຊຸມ​ສຸດ​ຍອດ APEC ປີ​ນີ້, ດ້ວຍ​ແນວ​ຄິດ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ມີ​ລະດັບ​ເຕີບ​ໂຕ​ສູງ​ສຸດ​ໃນ​ພາກ​ພື້ນ, ບົດບາດ ແລະ ຖານະສາກົນນັບມື້ນັບເຕີບໃຫຍ່, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໜັກແໜ້ນ, ພິເສດແມ່ນປະເທດໄດ້ຮັບກຽດເປັນເຈົ້າພາບ APEC ຄັ້ງທີ 3 ໃນປີ 2027. ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງມີຄວາມຮັບຜິດຊອບສູງເພື່ອຊຸກຍູ້ການຮ່ວມມື APEC, ຊຸກຍູ້ລັດທິຫຼາຍຝ່າຍ, ພ້ອມກັນປະຕິບັດເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະ ...

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21883.html

In bài biết