ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ພົບປະກັບທ່ານ ປະທານສະພາປຶກສາການເມືອງທົ່ວປະເທດ ຈີນ ຫວັງອູໜິງ
![]() |
| ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ພົບປະກັບທ່ານ ຫວັງອູໜິງ ປະທານສະພາປຶກສາການເມືອງທົ່ວປະເທດ ຈີນ (ພາບ: TTXVN) |
ຕອນບ່າຍວັນທີ 14 ເມສາ, ຢູ່ ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານ ຫວັງອູໜິງ ປະທານສະພາປຶກສາດ້ານການເມືອງທົ່ວປະເທດຈີນ.
ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້, ສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກ່ວາອີກ, ກຳນົດລະດັບສູງໃໝ່ຂອງການຮ່ວມມືສອງຝ່າຍກັບການເຊື່ອມຕໍ່ຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງກ່ວາອີກ, ພ້ອມກັນຫັນເປົ້າໝາຍພັດທະນາຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ, ຊຸກຍູ້ ການເຊື່ອມຕໍ່3 ປະການກ່ຽວກັບອຸດົມການຄວາມໄວ້ເນື້ອເຊື່ອໃຈ, ຜົນປະໂຫຍດພັດທະນາ ແລະ ວັດທະນະທຳ, ຈິດໃຈປະຊາຊົນ, ທ່ານສະເໜີສອງຝ່າຍຮັກສາການພົບປະຂັ້ນສູງເປັນປະຈຳ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນໃນການຮ່ວມມືຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ - ສະພາປະຊາຊົນ, ແນວໂຮມປະເທດຊາດ - ສະພາປຶກສາດ້ານການເມືອງ, ປັບປຸງເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ສ່ວນທ່ານ ຫວັງອູໜິງ ຢັ້ງຢືນວ່າ ຈີນ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ, ທ່ານສະເໜີສອງຝ່າຍກຳແໜ້ນທິດທາງພັດທະນາການພົວພັນສອງຝ່າຍຢ່າງໝັ້ນແກ່ນ, ພ້ອມກັນຊຸກຍູ້ພາລະກິດຫັນເປັນທັນສະໄໝສັງຄົມນິຍົມຢູ່ແຕ່ລະປະເທດ, ເພີ່ມທະວີກ່ວາອີກການເຊື່ອມຕໍ່ຍຸດທະສາດ, ເປັນຕົ້ນແມ່ນບຸລິມະສິດຍູ້ໄວການເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາບັນຍາປະດິດ, ເສດຖະກິດດີຈີຕອນ.
ຕາມ vovworld.vn
https://vovworld.vn/lo-LA/khaawedn/thaan-el-khaa-thi-kaan-ayhnypa-thaan-pa-ethd-oh-elim-phob-pa-kb-thaan-pa-thaan-sa-phaa-pyk-saa-kaan-2427660.vov5
| ຊີວະປະຫວັດຫຍໍ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຊຸກຍູ້ປະເທດພັດທະນາໂດຍໄວ, ຍືນຍົງ, ຍົກສູງຊີວິດການເປັນຢູ່ທຸກດ້ານຂອງປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ. |
ຕາມ vovworld.vn
