10:55 | 14/04/2026

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ

ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ: ສືບຕໍ່ຢືນຢັນສາຍພົວພັນທີ່ສະໜິດສະໜົມ, ມິດຕະພາບ ແລະ ການຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ລາວ
ສື່ມວນຊົນລາວເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍທາງປະຫວັດສາດຂອງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລີມ.

ຕອບສະໜອງຕາມຄຳເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ສີຈິ້ນຜິງ ແລະ ທ່ານນາງ ພັນລະຍາ, ໃນວັນທີ 14 ເມສາ 2026, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີມ ພ້ອມດ້ວຍ ທ່ານນາງ ພັນລະຍາ ໂງເພືອງລີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ເພື່ອໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 14-17 ເມສາ 2026.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ, ເພື່ອໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ.

ນີ້ແມ່ນການຢ້ຽມຢາມລັດຖະກິດຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃນຖານະເປັນຜູ້ນຳສູງສຸດຂອງພັກ ແລະ ລັດ, ເຊິ່ງຈັດຂຶ້ນໃນເວລາພໍດີໜຶ່ງປີ ຫຼັງຈາກການຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ແຕ່ວັນທີ 14-15 ເມສາ 2025), ທັງແມ່ນຄັ້ງທີສາມໃນໄລຍະເວລາບໍ່ເຖິງສອງປີ ທີ່ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ດຳເນີນການຢ້ຽມຢາມທະວິພາຄີເຊິ່ງກັນ ແລະ ກັນ.

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມແທັງບິ່ງ, ໃນໄລຍະເວລາ 4 ວັນຢູ່ ຈີນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈະມີການເຈລະຈາຮ່ວມກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ມີບັນດາການພົບປະກັບຜູ້ນຳຂັ້ນສູງທ່ານອື່ນໆຂອງ ຈີນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ທັງສອງທ່ານ ຄາດວ່າຈະຮ່ວມກັນພົບປະ ແລະ ກ່າວປາໄສຕໍ່ຜູ້ຕາງໜ້າຄົນຮຸ່ນໜຸ່ມຂອງສອງປະເທດ ທີ່ເຂົ້າຮ່ວມແຜນງານ "ການເດີນທາງສີແດງ ເພື່ອການຄົ້ນຄວ້າ ແລະ ຮ່ຳຮຽນຂອງເຍົາວະຊົນ", ເຊິ່ງແມ່ນຜູ້ນຳທັງສອງທ່ານເອງເປັນຜູ້ລິເລີ່ມມາແຕ່ເດືອນເມສາ 2025. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ຈະມີບົດກ່າວປາໄສກ່ຽວກັບນະໂຍບາຍຢູ່ ມະຫາວິທະຍາໄລ ຊິງຮວາ (Tsinghua), ພົບປະກັບຍາດຕິພີ່ນ້ອງຂອງບຸກຄົນຜູ້ມີຊື່ສຽງທີ່ເປັນມິດສະຫາຍຂອງສອງປະເທດ...

ຄຽງຂ້າງການເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບັນດາເອກະສານການຮ່ວມມື, ໃນຂອບການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຄາດວ່າຈະມີບັນດາການເຄື່ອນໄຫວສຳຫຼວດ, ຊອກຮູ້ຮູບແບບທົດລອງເຂດຕົວເມືອງໃໝ່, ລະບົບພື້ນຖານໂຄງລ່າງ ແລະ ອຸດສາຫະກຳທາງລົດໄຟ, ສະຖານທີ່ຄົ້ນຄວ້າ, ການປະຍຸກໃຊ້ປັນຍາປະດິດ, ນະວັດຕະກຳ ຢູ່ທັງ ປັກກິ່ງ, ເຫີເປີຍ (Hebei) ແລະ ກວາງຊີ (Guangxi).

ຜົນສຳເລັດອັນສຳຄັນຂອງການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ໂຕເລີມ. ຜົນສຳເລັດອັນສຳຄັນຂອງການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ໂຕເລີມ.

ຍສໝ - ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ໂຕເລີມ ປະສົບຜົນສຳເລັດຢ່າງຍິ່ງ, ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທາງດ້ານການເມືອງອັນສູງສົ່ງຂອງຜູ້ນຳຫວຽດນາມ, ລາວ ແລະ ກຳປູເຈຍ ໃນການຍົກລະດັບສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບແບບດັ້ງເດີມຂຶ້ນສູ່ລະດັບໃໝ່, ຕອບສະໜອງເປົ້າໝາຍການພັດທະນາທີ່ສູງສົ່ງຂອງແຕ່ລະປະເທດໃນສະພາບການໃໝ່.

ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ໂຕເລີມ: ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຍືນ​ຍົງ​ໃນ​ຫຼາຍ​ຂົງ​ເຂດ​ຍຸດ​ທະ​ສາດ ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ໂຕເລີມ: ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຍືນ​ຍົງ​ໃນ​ຫຼາຍ​ຂົງ​ເຂດ​ຍຸດ​ທະ​ສາດ

ຍສໝ - ວາລະສານ ຍຸກສະໄໝມີຄວາມຍິນດີທີ່ຈະນຳສະເໜີບົດຄວາມຂອງເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ ໃນໂອກາດທີ່ທ່ານເລຂາທິການໃຫຍ່ ໂຕເລີມ ນຳພາຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ມາຢ້ຽມຢາມລາວຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ແລະ ປະທານປະເທດລາວ.

Link: https://huunghivietlao.thoidai.com.vn/detail-article-21835.html

In bài biết