ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ
![]() |
| ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ ພ້ອມດ້ວຍພັນລະຍາ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ລາວ ທອງພັນ ສະຫວັນເພັດ ແລະ ພັນລະຍາ. |
ທີ່ສຳນັກງານຄະນະຜູ້ແທນ ລາວ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ປະຊາຊົນ ລາວ ກ່ຽວກັບບັນດາຜົນງານສຳຄັນທີ່ບັນລຸໄດ້ໃນຊຸມປີທີ່ຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ; ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມສະໝົດຕິດພັນຍຸດທະສາດລະຫວ່າງຫວຽດນາມ - ລາວ. ເນື່ອງໃນໂອກາດນີ້, ທ່ານຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດຊຸດທີ 16 ແລະ ຂອບໃຈບັນດາການນຳພັກ ແລະ ລັດ ລາວ ທີ່ໄດ້ສົ່ງສານອວຍພອນເຖິງການນຳ ຫວຽດນາມ ໄລຍະ 2026-2031.
ທ່ານເອກອັກຄະລັດຖະທູດ ທອງພັນ ສະຫວັນເພັດ, ຫົວໜ້າຄະນະຜູ້ແທນ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈກັບທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ ແລະ ບັນດາສະຫາຍ, ເພື່ອນຮ່ວມງານຂອງ ຫວຽດນາມ ທີ່ຮັກແພງ; ຕີລາຄາສູງບັນດາປະເພນີແຫ່ງການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນລະຫວ່າງຄະນະຜູ້ແທນສອງປະເທດຢູ່ ສປຊ ໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ສະຫວັນເພັດ ໄດ້ແບ່ງປັນຂໍ້ມູນກ່ຽວກັບຜົນຂອງການເລືອກຕັ້ງບັນດາຜູ້ນຳສຳຄັນໃນກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດ ລາວ ຊຸດທີ 10; ພ້ອມທັງສະແດງຄວາມປາຖະໜາວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຮັກສາການເຕີບໂຕ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະພາບການສາກົນທີ່ສັບສົນ.
![]() |
| ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ ອວຍພອນທ່ານເອກອັກຄະລັດຖະທູດ ກຳປູເຈຍ Chhea Keo. |
ທີ່ຄະນະຜູ້ແທນ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ Chha Keo, ຫົວໜ້າຄະນະ, ພ້ອມທັງພະນັກງານ ແລະ ຄອບຄົວຂອງຄະນະຜູ້ແທນ ກຳປູເຈຍ ປະຈຳ ສປຊ; ຕີລາຄາສູງບັນດາຜົນງານໃນທຸກດ້ານທີ່ປະຊາຊົນ “ປະເທດວັດທາດ” ບັນລຸໄດ້ໃນໄລຍະມໍ່ໆມານີ້ ແລະ ເຊື່ອໝັ້ນວ່າ: ລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ພັດທະນາຢ່າງແຂງແຮງ ແລະ ວັດທະນາຖາວອນ. ທ່ານຫົວໜ້າຄະນະຜູ້ແທນ ຫວຽດນາມ ຫວັງວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງຕັ້ງໜ້າຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນລະຫວ່າງຄະນະຜູ້ແທນສອງປະເທດຢູ່ ນິວຢອກ.
ທ່ານເອກອັກຄະລັດຖະທູດ Chhea Keo ໄດ້ສະແດງຄວາມຍິນດີຕໍ່ການພັດທະນາອັນດີງາມຂອງການພົວພັນບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ຄວາມໝັ້ນຄົງອັນຍາວນານລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ໃນໄລຍະມໍ່ໆມານີ້, ເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງສອງຝ່າຍຈະສືບຕໍ່ໄດ້ຮັບການເພີ່ມທະວີກວ່າອີກ, ນຳມາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ. ຫົວໜ້າຄະນະຜູ້ແທນ ກຳປູເຈຍ ໄດ້ເຫັນດີເປັນເອກະສັນຈະສົມທົບກັນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນຢູ່ ສປຊ ແລະ ໃນຂອບເຂດຄະນະກຳມະການ ອາຊຽນ ຢູ່ ນິວຢອກ ໃນໄລຍະຈະມາເຖິງ.
| ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ ຍສໝ - ໃນວັນທີ 9 ເມສາ ນີ້, ຢູ່ຮ່າໂນ້ຍ, ສະມາຄົມການທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີໄຂແຜນງານ ເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ (B2B). ນີ້ແມ່ນເຫດການທີ່ສຳຄັນ ໃນບັນດາກິດຈະກຳຂອງ ງານຕະຫຼາດນັດການທ່ອງທ່ຽວສາກົນ VITM 2026 - ງານຕະຫຼາດນັດການທ່ອງທ່ຽວສາກົນ ຄັ້ງທີ ... |
| ຍູ້ແຮງການໂຄສະນາ ແລະ ພັດທະນາການທ່ອງທ່ຽວເຂດເຂດທົ່ງພຽງແມ່ນ້ຳຂອງ ຍສໝ - ໃນວັນທີ 10 ເມສາ ນີ້, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2026 (VITM 2026), ສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ ຈັດກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ. |

