ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ
| ເຊື່ອມຕໍ່ ແລະ ລະດົມແຫຼ່ງກຳລັງສາກົນ ເພື່ອຕອບສະໜອງໄພທຳມະຊາດ. | |
| ສົນທິສັນຍາຮ່າໂນ້ຍ: ພະຍານຫຼັກຖານທີ່ຕັ້ງນັບມື້ນັບເຕີບໂຕຂອງຫວຽດນາມໃນເວທີສາກົນ |
ກ່າວຄຳເຫັນໄຂພິທີ, ທ່ານນາງ ກາວທິຫງອກລານ, ຮອງປະທານປະຈຳການ ສະມາຄົມການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ປີ 2025 ແມ່ນຂີດໝາຍແຫ່ງການພັດທະນາແບບກ້າວກະໂດດຂອງຂະແໜງການທ່ອງທ່ຽວ ຫວຽດນາມ ເມື່ອສາມາດສ້າງສະຖິຕິໃໝ່ ໃນການຕ້ອນຮັບ ແລະ ບໍລິການນັກທ່ອງທ່ຽວສາກົນໄດ້ຫຼາຍກວ່າ 21,2 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ປີ 2024 ແລະ ແມ່ນຕົວເລກທີ່ສູງທີ່ສຸດເທົ່າທີ່ເຄີຍມີມາ; ບໍລິການນັກທ່ອງທ່ຽວພາຍໃນປະເທດໄດ້ຫຼາຍກວ່າ 135 ລ້ານເທື່ອຄົນ, ລາຍຮັບຈາກການທ່ອງທ່ຽວບັນລຸເກີນລະດັບ 1 ລ້ານຕື້ດົ່ງ (40 ຕື້ໂດລາສະຫະລັດ).
ພ້ອມກັບທົ່ວຂະແໜງການ, ສະມາຄົມການທ່ອງທ່ຽວ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍແຜນງານເຄື່ອນໄຫວຕົວຈິງ ເຊັ່ນ: ຈັດຕັ້ງຄະນະສຳຫຼວດ (FAM trip), ກອງປະຊຸມສຳມະນາສະເພາະດ້ານ, ກິດຈະກຳຊຸກຍູ້ການທ່ອງທ່ຽວສາກົນ, ພ້ອມກັບບັນດາຂໍ້ລິເລີ່ມໃນການເຊື່ອມຕໍ່ລະຫວ່າງວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ.
ໃນນັ້ນ, ສິ່ງທີ່ພົ້ນເດັ່ນແມ່ນ ງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM ທີ່ຈັດຂຶ້ນໃນເດືອນເມສາ 2025 ຢູ່ຮ່າໂນ້ຍ ແລະ ເຫດການ ວັນການທ່ອງທ່ຽວລໍ້ານາມ ຫວຽດນາມ ເຊິ່ງຈັດຂຶ້ນເປັນຄັ້ງທຳອິດໃນເດືອນພະຈິກ 2025 ຢູ່ແຂວງກວາງນິງ, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ, ຈິດວິນຍານແຫ່ງການສ້າງສັນ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວປະຊາຄົມວິສາຫະກິດທ່ອງທ່ຽວຢູ່ ຫວຽດນາມ.
![]() |
| ທ່ານນາງ ກາວທິຫງອກລານ, ຮອງປະທານປະຈຳການ ສະມາຄົມການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: VITM 2026 ນຳເອົາການຮ່ວມມື ແລະ ການເຊື່ອມຕໍ່ໃນລະດັບສູງສຸດມາໃຫ້ບັນດາຄູ່ຮ່ວມມື ແລະ ປະຊາຄົມວິສາຫະກິດ. ພາບ: VGP/ມິງທື |
ສືບຕໍ່ບັນດາກິດຈະກຳຂອງປີ 2025, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ 2026, ສະມາຄົມການທ່ອງທ່ຽວ ຫວຽດນາມ ໄດ້ຈັດແຜນງານ ເຊື່ອມຕໍ່ການຄ້າ ລະຫວ່າງ ບັນດາວິສາຫະກິດທ່ອງທ່ຽວສາກົນ ແລະ ຫວຽດນາມ (B2B).
ດ້ວຍຈິດວິນຍານແຫ່ງຄວາມເປັນມືອາຊີບ, ພາຍໃຕ້ການຊີ້ນຳຂອງສະມາຄົມການທ່ອງທ່ຽວ ຫວຽດນາມ, ສະຫະພັນການທ່ອງທ່ຽວລໍ້ານາມ ຫວຽດນາມ ໄດ້ເຊື້ອເຊີນຜູ້ຊື້ (Buyer) ສາກົນກວ່າ 120 ທ່ານ, ຜູ້ຊື້ພາຍໃນປະເທດເກືອບ 300 ທ່ານ ແລະ ຜູ້ຂາຍ (Seller) ກວ່າ 600 ທ່ານ, ສ້າງເປັນເວທີປາໄສການຄ້າການທ່ອງທ່ຽວທີ່ມີຂະໜາດໃຫຍ່, ດຶງດູດຄວາມສົນໃຈຈາກບັນດາຄູ່ຮ່ວມມື, ວິສາຫະກິດ ແລະ ສື່ມວນຊົນທັງພາຍໃນ ແລະ ສາກົນ.
“ນີ້ບໍ່ພຽງແຕ່ແມ່ນກິດຈະກຳ B2B ທາງດ້ານວິຊາສະເພາະເທົ່ານັ້ນ, ແຕ່ຍັງແມ່ນພື້ນທີ່ແຫ່ງການເຕົ້າໂຮມ, ເຊື່ອມຕໍ່ ແລະ ສ້າງແຮງບັນດານໃຈໃຫ້ແກ່ການພັດທະນາຂອງການທ່ອງທ່ຽວ ຫວຽດນາມ. ເພື່ອໃຫ້ໄດ້ຮັບຜົນສຳເລັດຂອງແຜນງານນີ້, ພວກເຮົາໄດ້ມີການກະກຽມ ແລະ ສຸມໃສ່ຜັນຂະຫຍາຍຢ່າງຂຸ້ນຂ້ຽວ, ເພື່ອດຶງດູດການຮ່ວມມື ແລະ ການເຊື່ອມຕໍ່ໃນລະດັບສູງສຸດໃຫ້ແກ່ບັນດາຄູ່ຮ່ວມມື ແລະ ປະຊາຄົມວິສາຫະກິດ”, ທ່ານນາງ ຫງອກລານ ກ່າວເນັ້ນ.
![]() |
| ບັນດາບູດວາງສະແດງ ໃນງານຕະຫຼາດນັດການທ່ອງທ່ຽວສາກົນ VITM 2026. ພາບ: VGP/ມິງທື |
ທ່ານນາງ ຮອງປະທານປະຈຳການ ສະມາຄົມການທ່ອງທ່ຽວ ຍັງໃຫ້ຮູ້ຕື່ມວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຈັດຕັ້ງ ແລະ ສ້າງທຸກເງື່ອນໄຂທີ່ສະດວກ ເພື່ອໃຫ້ແຜນງານເຊື່ອມຕໍ່ການຄ້າ B2B ລະຫວ່າງ ບັນດາວິສາຫະກິດທ່ອງທ່ຽວສາກົນ ແລະ ຫວຽດນາມ ກາຍເປັນກິດຈະກຳປະຈຳປີ, ເຊິ່ງຈະຖືກຈັດຂຶ້ນດ້ວຍຂະໜາດທີ່ນັບມື້ນັບໃຫຍ່ຂຶ້ນ ແລະ ມີປະສິດທິຜົນນັບມື້ນັບສູງຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກສູງຄວາມສາມາດໃນການແຂ່ງຂັນ ແລະ ຂີດຄວາມສາມາດໃນການເຊື່ອມໂຍງສາກົນ ຂອງວິສາຫະກິດທ່ອງທ່ຽວ ຫວຽດນາມ.
ແຜນງານເຊື່ອມຕໍ່ການຄ້າ B2B ໄດ້ເປີດໂອກາດແຫ່ງການຮ່ວມມືໃໝ່, ເພື່ອພ້ອມກັນສ້າງສາຂະແໜງການທ່ອງທ່ຽວ ຫວຽດນາມ ໃຫ້ພັດທະນາແບບຍືນຍົງ, ມີຄວາມເປັນມືອາຊີບ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ກວ້າງຂວາງ.
| ຊຸກຍູ້ຄວາມເຂົ້າໃຈ ແລະ ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ໄທ ຍສໝ - ຫວ່າງແລ້ວນີ້, ທ່ານ ດິງຮ່ວາງລິງ, ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ໄທ ຫາກໍມີການເຄື່ອນໄຫວພົບປະແລກປ່ຽນກັບມະຫາວິທະຍາໄລອາຊຽນ ແລະ ມະຫາວິທະຍາໄລຂອນແກ່ນ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານການສຶກສາ, ແລກປ່ຽນນັກສຶກສາ ແລະ ຊຸກຍູ້ຄວາມເຂົ້າໃຈຫວຽດນາມ ເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ໄທ (1976-2026). |
| ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ - ມົງໂກລີ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ຕີລາຄາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ມົງໂກລີ ພວມຢູ່ໃນໄລຍະພັດທະນາທີ່ດີງາມທີ່ສຸດ. |

