ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ
| ເຊື່ອມຕໍ່ທຸລະກິດຫວຽດນາມ - ລາວ ຜ່ານງານວາງສະແດງທີ່ແຂວງສະຫວັນນະເຂດ | |
| ສັນຍາຮ່ວມມືຫຼາຍສິບສະບັບລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ - ລາວ ກຳລັງຈະໄດ້ຮັບການລົງນາມ |
ກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ແມ່ນເວທີປາໄສປະຈຳປີ ເພື່ອໃຫ້ກຳລັງສັນຕິບານຂອງສອງປະເທດ ໄດ້ພົບປະ, ແລກປ່ຽນ ແລະ ເປັນເອກະພາບກັນ ກ່ຽວກັບດ້ານນະໂຍບາຍ, ມາດຕະການປະສານສົມທົບ ໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາສະຖຽນລະພາບ ແລະ ສ້າງເສັ້ນຊາຍແດນຮ່ວມ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ການພົວພັນແບບສະໜິດແໜ້ນທາງດ້ານຍຸດທະສາດ ຫວຽດນາມ - ລາວ ໃນຕໍ່ໜ້າ. ເມື່ອສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນ ບົດບັນທຶກກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ລາວ - ຫວຽດນາມ ຄັ້ງທີ XVI.
![]() |
| ພາບລວມຂອງກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ລາວ - ຫວຽດນາມ ຄັ້ງທີ XVI. |
ໃນກອງປະຊຸມ, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາວ່າ: ເຖິງວ່າຈະຜ່ານຜ່າຫຼາຍຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກສະພາບການຂອງໂລກ ແລະ ພາກພື້ນ, ແຕ່ໃນໄລຍະຜ່ານມາ, ກຳລັງສັນຕິບານຂອງສອງປະເທດ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XV ຢ່າງມີປະສິດທິຜົນ, ກໍ່ຄືໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ ຂອງແຕ່ລະປະເທດ.
![]() |
| ສະຫາຍ ພົນຕີ ແອນ ອຸ່ນອະນົງນຸດ, ລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ລາວ ກ່າວຄຳປາໄສທີ່ກອງປະຊຸມ. |
ສອງຝ່າຍ ຍັງໄດ້ເປັນເອກະພາບກັນ ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສການຮ່ວມມືດ້ານຄວາມໝັ້ນຄົງສາກົນ ແລະ ພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ ແລະ ຕ້ານການກໍ່ການຮ້າຍສາກົນ ຂອງບັນດາປະເທດ ອາຊຽນ; ປະສານສົມທົບກັນຮັບປະກັນຄວາມສະຫງົບ ໃຫ້ແກ່ບັນດາງານກິດຈະກຳໃຫຍ່ ທີ່ຈະຈັດຂຶ້ນຢູ່ ສປປ ລາວ ແລະ ຫວຽດນາມ ໃນຕໍ່ໜ້າ.
![]() |
| ສະຫາຍ ພົນໂທ ຟ້າມເຖຕຸ່ງ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ເປັນປະທານກອງປະຊຸມ. |
ກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ແມ່ນເວທີປາໄສປະຈຳປີ ເພື່ອໃຫ້ກຳລັງສັນຕິບານສອງປະເທດ ໄດ້ພົບປະ, ແລກປ່ຽນ ແລະ ເປັນເອກະພາບກັນ ກ່ຽວກັບດ້ານນະໂຍບາຍ, ມາດຕະການປະສານສົມທົບ ໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາສະຖຽນລະພາບ ແລະ ສ້າງເສັ້ນຊາຍແດນຮ່ວມ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ການພົວພັນແບບສະໜິດແໜ້ນທາງດ້ານຍຸດທະສາດ ຫວຽດນາມ - ລາວ ໃນຕໍ່ໜ້າ. ເມື່ອສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນ ບົດບັນທຶກກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ລາວ - ຫວຽດນາມ ຄັ້ງທີ XVI.
| 10 ປີແຫ່ງການເຜີຍແຜ່ມິດຕະພາບລະຫວ່າງ ຫວຽດນາມ - ລາວ ຈາກ ໂຮງຮຽນມິດຕະພາບ 80 ຍສໝ - ຫຼັງຈາກ 10 ປີຂອງການຜັນຂະຫຍາຍ, ໂຄງການ "ຄອບຄົວອຸປະຖຳໃຫ້ນັກຮຽນລາວ" ທີ່ໂຮງຮຽນມິດຕະພາບ 80 ໄດ້ກາຍເປັນຮູບແບບທີ່ອຸດົມສົມບູນໄປດ້ວຍຄຸນຄ່າມະນຸດສະທຳ, ປະກອບສ່ວນເຂົ້າໃນການດູແລນັກຮຽນລາວຢ່າງຮອບດ້ານ ແລະ ສ້າງພື້ນຖານທີ່ຍືນຍົງໃຫ້ແກ່ມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ລາວ. ນັກຮຽນເກືອບ 1.000 ຄົນໄດ້ພົບເຫັນ "ເຮືອນຫຼັງທີສອງ" ໃນຄອບຄົວຊາວຫວຽດນາມທີ່ມີຄວາມເມດຕາເຫຼົ່ານີ້. |
| ເພື່ອລະນຶກເຖິງທ່ານປະທານປະເທດ ໄກສອນ ພົມວິຫານ, ຜູ້ໄດ້ວາງພື້ນຖານການພົວພັນແບບພິເສດຫວຽດນາມ - ລາວ. ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ ແລ້ວ, ຕອນເຊົ້າວັນທີ 12 ທັນວາ ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳລາວ ນຳໜ້າໂດຍທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສວນສາທາລະນະມິດຕະພາບລາວ-ຫວຽດນາມ ເພື່ອຖວາຍດອກໄມ້ພື່ອລະນຶກວັນຄ້າຍວັນເກີດ 105 ປີແຫ່ງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ... |


