13:05 | 07/04/2026

ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່

ເຜີຍແຜ່ພາສາຫວຽດນາມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ-ລາວ ໃນໝູ່ຊາວໜຸ່ມ
ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ
ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່
ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໄດ້​ຊົມ​ເຊີຍ​ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນປີໃໝ່. (ພາບ: Dinh Hoa)

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ດັກ​ວິງ ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ມາ​ຍັງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ຄຳເພົາ ເອີ​ນທະ​ວັນ ​ແລະ ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ປະຊາຊົນ​ລາວ, ​ເນັ້ນ​ໜັກ​ວ່າ: ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ລາວ ກໍ່​ແມ່ນ​ຄວາມ​ຜາ​ສຸກ​ຂອງ​ຊາວ ຫວຽດນາມ. ທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານທີ່ ສປປ ລາວ ບັນລຸໄດ້ໃນໄລຍະມໍ່ໆມານີ້, ພິເສດແມ່ນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກປະຊາຊົນ ປະຕິວັດລາວ, ມີບາດກ້າວພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານ ຫງວຽນ​ດັກ​ວິງ ຢືນຢັນ​ວ່າ, ​ໃນ​ສະພາບ​ການ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ໂລກ, ຫວຽດນາມ ຍັງ​ຄົງ​ຮັກສາ​ບັນດາ​ໝາກຜົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ພ້ອມ​ທັງ​ສືບ​ຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ພັກ, ລັດ. ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ເທດ​ລາວ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ແບບ​ຍືນ​ຍົງ, ນຳ​ມາ​ໃຫ້​ປະ​ຊາ​ຊົນ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່
ທ່ານ ຫງວຽນ​ດັກ​ວິງ (ຊ້າຍ), ກຳມະການ​ສູນ​ກາງ​ພັກ, ປະທານ​ກຳມາ​ທິການ​ວັດທະນະທຳ-ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ບັນດາ​ພະນັກງານ​ສະຖານທູດ ​ແລະ ປະຊາຊົນ​ລາວ. (ພາບ: Dinh Hoa)

ເນັ້ນໜັກເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ປາດຖະໜາວ່າ ສະຖານທູດລາວ ປະຈຳ ຫວຽດນາມ ສືບຕໍ່ເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສະມາຄົມປະຕິບັດບັນດາການເຄື່ອນໄຫວທາງການທູດຂອງປະຊາຊົນຢ່າງມີປະສິດທິຜົນ, ປະກອບສ່ວນບໍາລຸງສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.

​ໃນ​ການ​ຕອບ​ສະໜອງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຄຳເພົາ ເອີ​ນທະ​ວັນ ​ໄດ້​ຂອບ​ໃຈ​ຄະນະ​ຜູ້​ແທນ​ທີ່​ມາ​ອວຍພອນ​ບຸນ​ເຕັດ ​ແລະ ຕີ​ລາຄາ​ສູງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ລາວ - ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ປັບປຸງ ແລະ ຍົກລະດັບການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມ-ລາວ ປັບປຸງ ແລະ ຍົກລະດັບການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມ-ລາວ

ຍສໝ - ໃນວັນທີ 27 ມີນາ, ທີ່ຮ່າໂນ້ຍ, ສະຖານທູດລາວປະຈຳຫວຽດນາມ ຮ່ວມມືກັບກະຊວງສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການສຶກສາ ແລະ ການຄຸ້ມຄອງນັກສຶກສາລາວປະຈຳຫວຽດນາມ ປະຈຳປີການສຶກສາ 2025-2026 ແລະ ຈັດຕັ້ງປະຕິບັດແຜນການສຳລັບປີການສຶກສາ 2026-2027.

“ນ້ອງຮັກພາສາຫວຽດນາມ” ທີ່ຫຼວງພະບາງ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ “ນ້ອງຮັກພາສາຫວຽດນາມ” ທີ່ຫຼວງພະບາງ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ

ຍສໝ - ຕອນເຊົ້າວັນທີ 27 ມີນາ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ພາກເໜືອຂອງລາວ, ສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ ສົມທົບກັບໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍໂພນຄຳ ແລະ ສະມາຄົມຊາວຫວຽດນາມແຂວງຫຼວງພະບາງ ໄດ້ຈັດການແຂ່ງຂັນຮອບສຸດທ້າຍ “ນ້ອງຮັກພາສາຫວຽດນາມ” ສຳລັບນັກຮຽນລາວ ແລະ ຫວຽດນາມ ທີ່ຮຽນຢູ່ໂຮງຮຽນດັ່ງກ່າວ, ພ້ອມທັງລູກຫຼານຂອງສະມາຊິກສະມາຄົມ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21770.html

In bài biết