ທ່ານນາງ ຫວໍທິແອັງຊວັນໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງຮອງປະທານປະເທດ ອາຍຸການ 2026 – 2031
| ທ່ານ ໂຕເລິມ ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV | |
| ຫວຽດນາມ ໄດ້ຮັບເລືອກຕັ້ງຄືນໃໝ່ສະພາສິດທິມະນຸດ: ໄດ້ຮັບການຮັບຮູ້ສູງສຸດຈາກປະຊາຄົມໂລກ |
![]() |
| |
ຕອນບ່າຍວັນທີ 7 ເມສາ, ຢູ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານນາງ ຫວໍທິແອັງຊວັນດຳລົງຕຳແໜ່ງຮອງປະທານປະເທດ. ຕາມນັ້ນແລ້ວ, ສະພາແຫ່ງຊາດຕົກລົງ ທ່ານນາງຫວໍທິແອັງຊວັນ, ເລຂາສູນກາງພັກ, ຮອງປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021 – 2026 ຕາງໜ້າສະພາແຫ່ງຊາດຊຸດທີ XVI ດຳລົງຕຳແໜ່ງ ຮອງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 – 2031.
ທ່ານນາງ ຫວໍທິແອັງຊວັນເກີດວັນທີ 8 ມັງກອນ 1970, ບ້ານເກີດຢູ່ຕາແສງ ເທີ້ຍເຊີນ, ແຂວງອານຢາງ, ທ່ານແມ່ນເລຂາສູນກາງພັກສະໄໝທີ XIV, ກຳມະການທາງການສູນກາງພັກສະໄໝທີ XII, XIII, XIV;ກຳມະການສຳຮອງສູນກາງພັກຊຸດທີ XI, ສະມາຊິກສະພາແຫ່ງຊ່າດສະໄໝທີ XIV, XV, XVI.
ແລະກໍ່ໃນຕອນບ່າຍວັນທີ 7 ເມສາ, ສະພາແຫ່ງຊາດຊຸດທີ XVI ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານ ຫງວຽນຮູຍຕຽນດຳລົງຕຳແໜ່ງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດອາຍຸການ 2026 – 2031.
ຕາມ vovworld.vn
https://vovworld.vn/lo-LA/khaawedn/thaan-naang-hwm-thi-eing-swn-aid-b-kaan-elyyk-hng-dam-long-ham-eihnng-ng-pa-thaan-pa-ethd-aa-nyu-2425847.vov5
| ຊີວະປະຫວັດຫຍໍ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຊຸກຍູ້ປະເທດພັດທະນາໂດຍໄວ, ຍືນຍົງ, ຍົກສູງຊີວິດການເປັນຢູ່ທຸກດ້ານຂອງປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ. |
ຕາມ vovworld.vn
