ຊີວະປະຫວັດຫຍໍ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
![]() |
| ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ພາບ: TTXVN) |
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເກີດວັນທີ 10 ກໍລະກົດ 1957. ບ້ານເກີດ: ຕາແສງ ເຫງ້ຍຈຸ, ແຂວງຮຶງອຽນ
ທ່ານເປັນກຳມະການສູນກາງພັກ 4 ຊຸດຢ່າງຕໍ່ເນື່ອງ, ແຕ່ຊຸດທີ XI ຫາ ຊຸດທີ XIV, ເປັນກຳມະການກົມການເມືອງ 3 ຊຸດແຕ່ຊຸດທີ XII ຫາ ຊຸດທີ XIV, ສະມາຊິກສະພາແຫ່ງຊາດ 3 ຊຸດແຕ່ຊຸດທີ XIV ຫາຊຸດທີ XVI.
ພາຍຫຼັງຮຽນຈົບໂຮງຮຽນຕຳຫຼວດສູນກາງ, ເປັນຈຸບັນແມ່ນວິທະຍາຄານຄວາມໝັ້ນຄົງປະຊາຊົນ, ທ່ານເຮັດວຽກຢູ່ກົມປ້ອງກັນການເມືອງ 1, ຫຼັງຈາກນັ້ນດຳລົງບັນດາຕຳແໜ່ງຄື: ຮອງຫົວໜ້າກົມປົກປ້ອງການເມືອງ 1, ຫົວໜ້າກົມປົກປ້ອງການເມືອງ 3, ກົມໃຫຍ່ປ້ອງກັນຄວາມສະຫງົບ. ປີ 2009, ທ່ານດຳລົງຕຳແໜ່ງເປັນຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ 1.
ກ່ອນທີ່ຈະດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຕຳຫຼວດແຕ່ເດືອນເມສາປີ 2016, ທ່ານດຳລົງຕຳແໜ່ງເປັນຮອງລັດຖະມົນຕີເປັນເວລາ 6 ປີ.
ຕົ້ນປີ 2019, ທ່ານໄດ້ເລື່ອນຊັ້ນຂຶ້ນເປັນພົນເອກ.
ເດືອນພຶດສະພາປີ 2024, ສະພາແຫ່ງຊາດໄດ້ເລືອກເອົາທ່ານດຳລົງຕຳແໜ່ງປະທານປະເທດ, ຫຼັງຈາກນັ້ນ 3 ເດືອນ ຄະນະບໍລິຫານງານສູນກາງພັກຊຸດທີ XIII ເລືອກຕັ້ງທ່ານດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ທ່ານດຳລົງສອງຕຳແໜ່ງໃນໄລຍະສັ້ນ, ຫຼັງຈາກນັ້ນດຳລົງຕຳແໜ່ງເລຂາທິການໃຫຍ່ແຕ່ເດືອນ ຕຸລາ 2024 ມາຮອດປັດຈຸບັນ.
ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ຕາມ vovworld.vn
https://vovworld.vn/lo-LA/khaawedn/sii-wa-pa-hwd-hnym-khng-thaan-oh-elim-el-khaa-thi-kaa-n-ayhny-kha-na-bm-li-haan-ngaan-suun-kaang-phk-2425661.vov5
| ແມ່ຍິງຊາວເຜົ່າມົ້ງຢູ່ໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ ແຂວງ ຕວຽນກວາງ ແນະນຳອາຊີບພື້ນເມືອງອອກສູ່ໂລກ ມີໝູ່ບ້ານແຫ່ງໜຶ່ງຕັ້ງຢູ່ຕີນພູ ໄຕກົນລີ້ງ (ຈອມພູສູງກວ່າໝູ່ຢູ່ເຂດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ) ໄດ້ດຶງດູດແຂກທ່ອງທ່ຽມມາຢ້ຽມຢາມຕາມແຕ່ລະວັນ. ເຖິງວ່າບໍ່ມີບັນດາເຮືອນເກົ່າແກ່ຂອງເຂດພູສູງ, ບໍ່ມີທິວທັດທຳມະຊາດພິເສດຕະຫຼອດປີຄື: ດອກຄາຍ, ດອກໝາກສາລີ້, ດອກຜັກກາດ, ດອກບັກວິດເບັ່ງບານອວດອ້າງສີສັນກໍ່ຕາມ ແຕ່ໝູ່ບ້ານແຫ່ງນີ້ພັດແມ່ນໜຶ່ງໃນບັນດາຈຸດນັດພົບຂອງ Ha Giang Loop (ເສັ້ນທາງຂຸດຄົ້ນ ຮ່າຢາງ ທີ່ມີຊື່ສຽງ). ນັ້ນແມ່ນໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ, ຕາແສງ ລຸ່ງຕາມ, ແຂວງ ຕວຽນກວາງ ແຫ່ງທີ່ແມ່ຍິງຊາວເຜົ່າມົ້ງ ... |
| ບ້ານ ຟຸ້ມຊວ່າຍ, ຕາແສງ ຟອງເຈົາ, ແຂວງ ອານຢາງ ອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ ບ້ານ ຟຸ້ມຊວ່າຍ, ຕາແສງ ຟອງເຈົາ, ແຂວງ ອານຢາງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າຈຳ. ການອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ ພວມແມ່ນທິດເດີນທີ່ຖືກຕ້ອງ, ຊ່ວຍໃຫ້ອາຊີບນີ້ພັດທະນາແບບຍືນຍົງ. |
