19:18 | 22/08/2018

ກອງປະຊຸມເສດຖະກິດໂລກ ກ່ຽວກັບ ASEAN 2018 ແທ້ຈິງ ຕອບສະໜອງຄວາມສົນໃຈລວມ ຂອງບັນດາປະເທດ

ກອງປະຊຸມເສດຖະກິດໂລກ ກ່ຽວກັບ ASEAN 2018 ແທ້ຈິງ ຕອບສະໜອງຄວາມສົນໃຈລວມ ຂອງບັນດາປະເທດ

ບັນຍາກາດກອງປະຊຸມ.

ທີ່ການໂອ້ລົມສົນທະນາ, ມີຜູ້ຕາງໜ້າສະຖານທູດບັນດາປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງເຂົ້າຮ່ວມ WEF ASEAN ເຊິ່ງໄດ້ຕີລາຄາສູງວຽກງານກະກຽມສຳລັບກອງປະຊຸມ WEF ASEAN 2018 ຂອງຫວຽດນາມ; ເນັ້ນໜັກຫົວຂໍ້ຂອງກອງປະຊຸມ WEF ASEAN ປີນີ້ແມ່ນ “ASEAN 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ມີຄວາມແທດຈິງທີ່ສຸດ, ຕອບສະໜອງຄວາມສົນໃຈລວມຂອງບັນດາປະເທດ ASEAN ແລະ ຫຼາຍປະເທດໃນໂລກ, ພ້ອມທັງຕິດພັນຢ່າງແໜ້ນແຟ້ນກັບຫົວຂໍ້ຂອງ ASEAN ປີນີ້.

ເມື່ອຕອບສຳພາດນັກຂ່າວ VOV, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງກອງປະຊຸມ ເນັ້ນໜັກວ່າ:

“ຫົວຂໍ້ຂອງກອງປະຊຸມ WEF ASEAN ປີນີ້ແມ່ນ “ASEAN 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ໄດ້ຮວມຮ່ວມເອົາບັນຫາເພື່ອທັງຕິດພັນກັບປະຊາຄົມ ASEAN, ທັງຕິດພັນກັບປະຊາຄົມວິສາຫະກິດ ດ້ວຍຫົວຂໍ້ຂອງ WEF. ພວກເຮົາກໍຍົກອອກໄດ້ຫຼາຍເນື້ອໃນໃກ້ຄຽງກັບ ASEAN, ບາງເນື້ອໃນແມ່ນຈຳເປັນທີ່ສຸດ ບໍ່ພຽງແຕ່ສຳລັບ ASEAN ເທົ່ານັ້ນ ແຕ່ຍັງແມ່ນສຳລັບ ຫວຽດນາມ ອີກດ້ວຍ. ພວກເຮົາຈັດຕັ້ງສະເພາະເວທີປາໄສໜຶ່ງກ່ຽວກັບການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ນອກຈາກນັ້ນ ພວກເຮົາກໍຈະສະເໜີໃຫ້ WEF ຈັດຕັ້ງເວທີປາໄສສຸດຍອດທຸດລະກິດກ່ຽວກັບ ຫວຽດນາມ ໃນນັ້ນ ປຶກສາຫາລືຫຼາຍບັນຫາກ່ຽວກັບເລື່ອງວິສາຫະກິດ ຫວຽດນາມ ຮັບມືກັບການປະຕິວັດອຸດສາຫະກຳ 4.0 ຄືແນວໃດ”.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2176.html

In bài biết