09:12 | 04/06/2019

ເວທີປາໄສ ອາຊຽນ-ຍີ່ປຸ່ນ ຄັ້ງທີ 34: ການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ

ເວທີປາໄສ ອາຊຽນ-ຍີ່ປຸ່ນ ຄັ້ງທີ 34: ການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ

ເວທີປາໄສອາຊຽນ-ຍີ່ປຸ່ນຄັ້ງທີ 34.(ພາບ:cand.com.vn)

ເວທີປາໄສໄດ້ແລກປ່ຽນກ່ຽວກັບການກຳນົດທິດຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ - ຍີ່ປຸ່ນ ບົນຈິດໃຈຖະແຫຼງການຮ່ວມ ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ - ຍີ່ປຸ່ນ ຜ່ານກອງປະຊຸມຂັ້ນສູງອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ປີ 2018, ແລກປ່ຽນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ ໃນປີ 2019.

ເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ແມ່ນການສົນທະນາປະຈຳປີຂັ້ນເຈົ້າໜ້າທີຂັ້ນສູງຂອງ 2 ຝ່າຍ. ເວທີປາໄສໃນຄັ້ງນີ້ໄດ້ດໍາເນີນດ້ວຍເປົ້າໝາຍຍູ້ແຮງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານອາຊຽນ - ຍີ່ປຸ່ນ; ການຮ່ວມມືອາຊຽນ - ຍີ່ປຸ່ນ ກ່ຽວກັບການພັດທະນານະຄອນອັດສະລິຍະ, ກະສິກຳຄຸນນະພາບສູງ ແລະ ບັນຫາອັດຕາພົນລະເມືອງໃນເກັ່ນອາຍຸສູງຫຼາຍເກີນໄປ ແລະ ກາລະໂອກາດດຳເນີນທຸລະກິດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-217.html

In bài biết