14:49 | 04/06/2019

ອີຢູ: ຮອດເວລາແລ້ວໃນການລົງນາມ FPA ກັບ ຫວຽດນາມ

ອີຢູ: ຮອດເວລາແລ້ວໃນການລົງນາມ FPA ກັບ ຫວຽດນາມ

ທ່ານນາງ Federica Mogherini.(ພາບ:TTXVN)

ນີ້ຈະແມ່ນຂໍ້ຕົກລົງສະບັບທີ 2 ໃນຂອບເຂດນະໂຍບາຍຄວາມໝັ້ນຄົງ ແລະ ປ້ອງກັນຊາດລວມຂອງອີຢູ (PSDC) ທີ່ໄດ້ລົງນາມກັບປະເທດອາຊີ ພາຍຫຼັງມີຂໍ້ຕົກລົງກັບສ.ເກົາຫຼີ. ຂໍ້ຕົກລົງຄ້າຍຄືກັນກໍ່ໄດ້ຮັບການລົງນາມລະຫວ່າງອີຢູ ກັບ ອົດສະຕາລີ ແລະ ນິວຊີແລນ. ຝ່າຍ ອີຢູ ໄດ້ຕົກລົງຈັດສົ່ງບັນດາທີ່ປຶກສາດ້ານການທະຫານຂອງອີຢູ ໄປຍັງອາຊີ, ເລີ່ມຕົ້ນແມ່ນຄະນະດ້ານການທະຫານອີຢູ ປະຈຳອາຊຽນ ຢູ່ຢາກາຕາ.

ກອງປະຊຸມ Shangri – La 2019 ໄດ້ດໍາເນີນໃນລະຫວ່າງແຕ່ວັນທີ 1 - 3 ມີຖຸນາ 2019 ທີ່ ສິງກະໂປ ເຊິ່ງທີ່ມີການເຂົ້າຮ່ວມຂອງບັນດາຜູ້ແທນຂັ້ນລັດຖະບານຈາກ 56 ປະເທດ ແລະ ເຂດແຄວ້ນໃນໂລກ, ໃນນັ້ນ ມີເຈົ້າໜ້າທີ່ຂັ້ນລັດຖະມົນຕີ 28 ທ່ານ ພ້ອມດ້ວຍບັນດານັກຊ່ຽວຊານ ແລະ ນັກຮຽນຮູ້ແຖວໜ້າອີກດ້ວຍ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-216.html

In bài biết