15:10 | 23/01/2026

ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ມື້ນີ້ແມ່ນມື້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ
ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ສື່ມວນຊົນສາກົນໃນການລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງຄົບຖ້ວນ ແລະ ເປັນກາງ
ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນ. (ພາບ: TTXVN)

ຕອນບ່າຍວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ມັງກອນ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ຈຳນວນກຳມະການສູນກາງພັກໄດ້ຮັກສາໄວ້ຄືເກົ່າເມື່ອທຽບໃສ່ກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກ.

ໃນຈຳນວນກຳມະການສົມບູນ 180 ສະຫາຍທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້, ຂັ້ນບັນດາອົງການສູນກາງມີ 123 ສະຫາຍ, ຂັ້ນທ້ອງຖິ່ນມີ 57 ສະຫາຍ.

ໃນຈຳນວນບັນດາສະຫາຍຢູ່ອົງການສູນກາງທີ່ຖືກເລືອກຕັ້ງມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເລມິງຮືງ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ເຈິ່ນຊີ້ແທັງ, ຫົວໜ້າຄະນະກວດກາສູນກາງ; ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ; ທ່ານ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ; ທ່ານນາງ ດ່າວຮົ່ງລານ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ຫງວຽນກິມເຊີນ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ; ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ…

ວັນທີ 23 ມັງກອນ, ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈະດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ເລືອກຕັ້ງກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະກວດກາສູນກາງ, ຫົວໜ້າຄະນະກວດກາສູນກາງ.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ປະກາດລາຍຊກຳມະການສນກາງພກກອມມນດ-ຫວຽດນາມ-ສະໄໝທ-xiv-ຈຳນວນ-200-ສະຫາຍ-1461273.vov

ບັນດາຄູ່ຮ່ວມງານສາກົນມີຄວາມຄາດຫວັງສູງຕໍ່ການຕັດສິນໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIV ບັນດາຄູ່ຮ່ວມງານສາກົນມີຄວາມຄາດຫວັງສູງຕໍ່ການຕັດສິນໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIV

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ສືບຕໍ່ໄດ້ຮັບຄວາມສົນໃຈ, ການສະໜັບສະໜູນ ແລະ ຄວາມຄາດຫວັງຈາກຫຼາຍອົງການຈັດຕັ້ງຂອງປະຊາຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ... ເຊິ່ງເປັນເພື່ອນມິດ ແລະ ຄູ່ຮ່ວມງານຂອງສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ, ຜ່ານຈົດໝາຍ, ໂທລະເລກ ແລະ ສານອວຍພອນທີ່ສົ່ງເຖິງກອງປະຊຸມໃຫຍ່.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈາກທັດສະນະຂອງເພື່ອນມິດສາກົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈາກທັດສະນະຂອງເພື່ອນມິດສາກົນ.

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມບໍ່ພຽງແຕ່ເປັນເຫດການທາງການເມືອງທີ່ສຳຄັນສຳລັບປະເທດຊາດເທົ່ານັ້ນ, ແຕ່ຍັງດຶງດູດຄວາມສົນໃຈ ແລະ ຄວາມເອົາໃຈໃສ່ຈາກເພື່ອນມິດສາກົນເປັນຈຳນວນຫຼວງຫຼາຍ, ລວມທັງສະມາຊິກພັກກອມມູນິດ, ອົງການຈັດຕັ້ງທາງສັງຄົມ-ການເມືອງ, ແລະ ນັກວິຊາການຕ່າງປະເທດ. ຄວາມຄິດເຫັນຫຼາຍຢ່າງລ້ວນແຕ່ຕີລາຄາສູງຕໍ່ຄວາມສຳຄັນ, ຂອບເຂດ ແລະ ທິດທາງການພັດທະນາທີ່ກອງປະຊຸມໃຫຍ່ໄດ້ວາງອອກ, ພ້ອມທັງສະແດງຄວາມໝັ້ນໃຈຕໍ່ເສັ້ນທາງການພັດທະນາຂອງຫວຽດນາມໃນໄລຍະໃໝ່.

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21548.html

In bài biết