10:13 | 22/08/2018

ເລີ່ມສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2018

ເລີ່ມສັບປະດາພະລັງງານຜະລິດຄືນໃຫມ່ຢູ່ຫວຽດນາມປີ 2018

ຜູ້ແທນເຂົ້າຮ່ວມການປະຊຸມຂ່າວປະກາດເລີ່ມສັບປະດາພະລັງງານຜະລິດຄືນໃຫມ່. (ພາບ:qdnd)

ເຫດການນີ້ ໂດຍສະຫະພັນພະລັງງານຫວຽດນາມ ແບບຍືນຍົງ (VSEA) ແລະ ກຸ່ມປະຕິບັດງານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (CCWG) ຈັດຕັ້ງລະຫວ່າງວັນທີ 21-26 ສິງຫາ ຢູ່ 3 ນະຄອນໃຫຍ່ ຄື: ຮ່າໂນ້ຍ, ນະຄອນໂຮ່ຈິມີນ ແລະ ເກີເທີ.

ຈຸດໝາຍຂອງໂຄງການແມ່ນເພື່ອແນໃສ່ສ້າງເວທີໃຫ້ບັນດາຝ່າຍກ່ຽວຂ້ອງໂອ້ລົມສົນທະນາຊອກຫາບັນດາມາດຕະການເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ຊຸກຍູ້ການພັດທະນາພະລັງງານຜະລິດຄືນໃຫມ່, ເພີ່ມທະວີຄວາມຮັບຮູ້ຂອງມະຫາຊົນກ່ຽວກັບຄວາມເປັນໄປ, ບັນດາຜົນປະໂຫຍດຂອງພະລັງງານຜະລິດຄືນໃຫມ່ ແລະ ຮຽກຮ້ອງການກະທຳ. ບັນດາການເຄື່ອນໄຫວໃນສັບປະດາແມ່ນສຸມໃສ່ເນັ້ນຫນັກເຖິງບັນດາຜົນປະໂຫຍດຂອງພະລັງງານຜະລິດຄືນໃຫມ່ໃນຊີວິດຜ່ານບັນດາບົດຮຽນໝູນໃຊ້ຈາກຫລາຍຝ່າຍທີ່ແຕກຕ່າງກັນ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2153.html

In bài biết