08:19 | 09/08/2018

ໄຂກອງປະຊຸມເທື່ອທີ 26 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

ໄຂກອງປະຊຸມເທື່ອທີ 26 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. (ພາບ:ສະພາແຫ່ງຊາດ)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ທີ່ກອງປະຊຸມນີ້, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ, ໃນນັ້ນມີ 7 ສະບັບ ເຊິ່ງສະພາແຫ່ງຊາດໄດ້ປະກອບຄຳເຫັນຢູ່ກອງປະຊຸມສະໄໝສາມັນເທື່ອທີ 5 ແລ້ວ. ພ້ອມກັນນັ້ນ, ດຳເນີນການຕິດຕາມກວດກາຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍກົດໝາຍໃນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງທຶນກູ້ຢືມຈາກຕ່າງປະເທດໄລຍະປີ 2011 – 2016, ຈັດຕັ້ງການເຄື່ອນໄຫວຊັກຖາມ ແລະ ຄອບຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ. ຫລັງຈາກນັ້ນ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນປະກອບ, ດັດແປງຮ່າງກົດໝາຍວ່າດ້ວຍອະໄພຍະໂທດ (ສະບັບປັບປຸງ).

Link: https://huunghivietlao.thoidai.com.vn/detail-article-2147.html

In bài biết