08:50 | 09/08/2018

ກະຊວງການຕ່າງປະເທດຫວຽດນາມ ຈັດພິທີເຊີນທຸງ ອາຊຽນ ປີ 2018

ເຂົ້າຮ່ວມໃນພິທີ ມີທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມັນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ບັນດາທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ; ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງແຮງການ - ທະຫານເສຍອົງຄະ ແລະ ສັງຄົມ; ທ່ານເອກອັນຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ.

ທາງດ້ານຄະນະທຸຕານຸທູດມີ: ເອກະອັກຄະລົດຖະທູດ ສ.ໂບລິວາ ເວເນຊູເອລາ ປະຈຳຫວຽດນາມ, ຫົວໜ້າຄະນະທຸຕານຸທູດປະຈຳຮ່າໂນ້ຍ; ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ປະຈຳຫວຽດນາມ.

ກະຊວງການຕ່າງປະເທດຫວຽດນາມ ຈັດພິທີເຊີນທຸງ ອາຊຽນ ປີ 2018

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ກ່າວຄໍາເຫັນທີ່ພິທີຊັກທຸງ ອາຊຽນປີ 2018. (ພາບ:news.zing.vn)

ກ່າວຄໍາເຫັນທີ່ພິທີຊັກທຸງ ອາຊຽນປີ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຊີ້ແຈ້ງວ່າ ກ່ອນນີ້ 51 ປີ, ວັນທີ 8 ສິງຫາ 1967, ບັນດາການນໍາອາຊຽນ ໄດ້ວາງພື້ນຖານ ໃຫ້ “ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ ແລະ ວັດທະນາຖາວອນ”. ນັ້ນກໍແມ່ນ ປະຊາຄົມອາຊຽນ ໃນວັນນີ້, ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອຸ້ມຊູຊ່ວຍເຫຼືອ ແລະ ແບ່ງປັນເຊິ່ງກັນແລະກັນ, ແມ່ນປະຊາຄົມຂອງປະຊາຊົນ ແລະ ເພື່ອປະຊາຊົນ.

ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມັນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

“ບົດບາດເປັນໃຈກາງ, ນໍ້າໃຈສາມັກຄີ, ສຽງເວົ້າ ແລະ ກໍາລັງແຜ່ຂະຫຍາຍຂອງປະຊາຄົມອາຊຽນ ນັບມື້ນັບເຂັ້ມແຂງຂຶ້ນ, ອັນໄດ້ຊຸກຍູ້ການພົວພັນເປີດກວ້າງໃນຫຼາຍດ້ານກັບບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືໃນພາກພື້ນ ແລະ ທົ່ວໂລກ,ປະຕິບັດບັນດາເປົ້າໝາຍລວມກ່ຽວກັບສັນຕິພາບ, ສະຖຽນລະພາບ, ພັດທະນາຢ່າງຍຸຕິທໍາ ແລະ ຍືນຍົງ. ສໍາລັບຫວຽດນາມແລ້ວ, ອາຊຽນແມ່ນບຸລິມະສິດໜຶ່ງໃນນະໂຍບາຍທາງດ້ານການຕ່າງປະເທດ. ຕະຫຼອດໄລຍະ 23 ປີຮ່ວມເດີນທາງພ້ອມກັນ, ອາຊຽນ ກໍ່ໄດ້ຕິດພັນກັບບັນດາຂີດໝາຍອັນສຳຄັນໃນຂະບວນວິວັດແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຂອງຫວຽດນາມ”.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຮ່ວມກັບບັນດາປະເທດສະມາຊິກຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ ເຖິງປີ 2025 ບົນຈິດໃຈສາມັກຄີ, ຂະຫຍັນຂັນເຂື່ອນ ແລະ ປະດິດຄິດສ້າງຢ່າງມີປະສິດທິຜົນ, ໃນນັ້ນ, ມີການເຂົ້າຮ່ວມຢ່າງກ້ວງຂວາງ, ປະກອບສ່ວນຢ່າງຕັ້ງໜ້າຂອງທຸກຊົນຊັ້ນສັງຄົມ ແລະ ປະຊາຊົນ ອາຊຽນ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2146.html

In bài biết