15:51 | 15/08/2018

PAMS-42 ຈະຈັດຂຶ້ນຢູ່ຮ່າໂນ້ຍແຕ່ວັນທີ 19 - 24 ສິງຫາ

PAMS-42 ຈະຈັດຂຶ້ນຢູ່ຮ່າໂນ້ຍແຕ່ວັນທີ 19 - 24 ສິງຫາ

ບັນດາຜູ້ແທນເຂົ້າຮ່ວມພິທີໄຂ PACC-10. (ພາບ: qdnd.vn)

ຕາມແຜນ ທ່ານພົນໂທ ຟານວັນຢາງ ກຳມະການສູນກາງພັກ ຄະນະປະຈຳ ຄະນະພັກທະຫານສູນກາງ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ຈະເປັນແຂກທີ່ຖືກເຊີນ ແລະ ຂື້ນກ່າວຄຳປາໄສ ໃນພິທີເປີດງານນີ້.

ກອງປະຊຸມ PAMS-42 ປະກອບມີ 3 ວາລະສົນທະນາກ່ຽວກັບບັນດາຫົວຂໍ້ຄື: ການຕອບໂຕ້ເບື້ອງຕົ້ນ ຂອງກຳລັງທະຫານບົກ ໃນການຊ່ວຍເຫຼືອດ້ານມະນຸດຍະຊົນ ແລະ ກູ້ໄພພິບັດ; ຮ່ວມມືຫຼາຍຝ່າຍໃນການຊ່ວຍເຫຼືອມະນຸດຍະຊົນ ແລະ ກູ້ໄພພິບັດ; ຍົກສູງບົດບາດຂອງການຮ່ວມມືພາກພື້ນ ໃນການຊ່ວຍເຫຼືອມະນຸດຍະຊົນ ແລະ ກູ້ໄພພິບັດ.

ເລື່ອງທີ່ຫວຽດນາມ ຈະຮ່ວມເປັນປະທານ PAMS-42 ຈະຊ່ວຍເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຊື່ອໝັ້ນ ລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບ ທະຫານບົກບັນດາປະເທດ, ສະແດງໃຫ້ເຫັນບົດບາດຕັ້ງໜ້າ, ຕື່ນຕົວເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ຂອງກອງທັບ ປະຊາຊົນຫວຽດນາມ ກ່ຽວກັບາບັນຫາລວມ ຂອງພາກພື້ນ.

ໂອກາດນີ້ ທຸກຝ່າຍຈະຮ່ວມກັນແລກປ່ຽນ ບັນດາມາດຕະການເພື່ອແນໃສ່ການຊຸກຍູ້ ລະຫວ່າງ ກຳລັງທະຫານບົກ ຂອງບັນດາປະເທດໃນພາກພື້ນ ແນໃສ່ການຮັບມືກັບ ສິ່ງນາບຄູ່ຈາກໄພທຳມະຊາດ ປະກອບສ່ວນຮັກສາຄວາມໝັ້ນຄົງຂອງພາກພື້ນ.

ໃນຄະນະທີ່ດຳເນີນກອງປະຊຸມ PAMS-42, ຝ່າຍທະຫານ ອາເມລິກາ ກໍ່ຈະເປັນປະທານ ກອງປະຊຸມການນຳທະຫານ ຄັ້ງທີ 4 SEL-4) ທີ່ ຮ່າໂນ້ຍຄືກັນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2140.html

In bài biết