08:47 | 16/08/2018

ປະທານສະພາແຫ່ງຊາດ ຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າອົງການ UNICEF ປະຈຳ ຫວຽດນາມ

ປະທານສະພາແຫ່ງຊາດ ຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າອົງການ UNICEF ປະຈຳ ຫວຽດນາມ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ປະສານງານປະຈຳສະຫະປະຊາຊາດທ່ານ Kamal Malhotra (ພາບ: quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງການໜູນຊ່ວຍຂອງສະຫະປະຊາຊາດ, ອົງການສະຫະປະຊາຊາດເພື່ອການພັດທະນາຕໍ່ວິວັດການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ, ກໍ່ຄືບົດບາດ, ການປະກອບສ່ວນຂອງ Unicef ປະຈຳ ຫວຽດນາມ ເພື່ອຈຸດໝາຍພັດທະນາແບບຍືນຍົງ ແລະ ປົກປ້ອງສິດປະໂຫຍດຂອງເດັກນ້ອຍຢູ່ ຫວຽດນາມ.

ແລະກໍ່ໃນການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ປະສານງານປະຈຳສະຫະປະຊາຊາດທ່ານ Kamal Malhotra ໄດ້ແລກປ່ຽນກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາອົງການສຳນັກງານຂອງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການສະຫະປະຊາຊາດ; ຫວຽດນາມ ປາດຖະໜາວ່າ ບັນດາອົງການຂອງສະຫະປະຊາຊາດສືບຕໍ່ສົມທົບ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ໃນຂົງເຂດປົກປ້ອງ, ສົ່ງເສີມ ແລະ ສຶກສາເດັກ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2138.html

In bài biết