14:35 | 14/11/2025

ຄວາມ​ສາ​ມັກ​ຄີ​ຫວຽດ​ນາມ - ກູ​ບາ ແມ່ນ​ຄຳ​ສັ່ງ​ຂອງ​ຫົວ​ໃຈ

ທ່ານນາງ ປອ. ຈາມີ - ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ປະ​ຈຳ​ຈີນ: ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ແມ່ນ​ພື້ນ​ຖານ​ທີ່​ຍືນ​ຍົງ​ທີ່​ສຸດ​ເພື່ອເພີ່ມພູນຄູນສ້າງນ້ຳໃຈມິດ​ຕະ​ພາບ
ສະມາຄົມມິດຕະພາບຫວຽດນາມ - ກູບາ ໃນການເດີນທາງອັນສະຫງ່າລາສີ ຄົບຮອບ 75 ປີຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ

- ຂໍຮຽນທ່ານເອກອັກຄະລັດຖະທູດ, ເມື່ອຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ກູບາ, ຕາມທ່ານແລ້ວ, ບັນດາປັດໃຈຫຼັກແຫຼ່ງທີ່ຊ່ວຍໃຫ້ການພົວພັນແບບພິເສດນີ້ມີຄວາມໝັ້ນຄົງເຂັ້ມແຂງ, ສະໜິດສະໜົມ, ຜ່ານຜ່າໄລຍະທົດສອບຂອງເວລາ ແມ່ນຫຍັງ?

ຄວາມ​ສາ​ມັກ​ຄີ​ຫວຽດ​ນາມ - ກູ​ບາ ແມ່ນ​ຄຳ​ສັ່ງ​ຂອງ​ຫົວ​ໃຈ
ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ ປະຈຳ ຫວຽດນາມ Rogelio Polanco Fuentes ກ່າວ​ຄຳປາໄສທີ່ລາຍການລະດົມໜູນ​ຊ່ວຍ​ປະຊາຊົນ ກູ​ບາ, ວັນ​ທີ 18 ຕຸລາ 2025. (ຮູບ​ພາບ: Quang Vinh).

ທ່ານ​ເອກ​ອັກຄະ​ລັດຖະທູດ Rogelio Polanco Fuentes: ລະຫວ່າງກູ​ບາ ​ແລະ ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ແບບ​ພິ​ເສດ, ຫາ​ຍາກ​ລະຫວ່າງ​ສອງ​ປະ​ເທດ​ຢູ່​ຫ່າງ​ໄກ​ກັນ​ທາງ​ພູມ​ສາດ, ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ ​ແຕ່​ເລິກ​ເຊິ່ງ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ​ເສລີພາບ. ປະຊາຊົນສອງຊາດຂອງພວກເຮົາແບ່ງປັນຈິດໃຈຕໍ່ຕ້ານລັດທິອານານິຄົມ, ຄວາມຮູ້ສຶກຂອງຄວາມຍຸຕິທໍາແລະຄຸນຄ່າຮັກຊາດອັນສູງສົ່ງ - ສິ່ງທີ່ວິລະຊົນແຫ່ງຊາດ ກູບາ José Martí ໄດ້ຍົກຍ້ອງໃນທ້າຍສະຕະວັດທີ 19.

ຕະຫຼອດ 65 ປີ​ທີ່​ຜ່ານ​ມາ, ສອງ​ປະ​ເທດ​ຍາມ​ໃດ​ກໍ່​ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ບໍລິສຸດ​ຜຸດຜ່ອງ, ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ, ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບັນດາ​ຄວາມ​ຫຍຸ້ງຍາກ, ຜ່ານ​ຜ່າ​ທຸກ​ສິ່ງ​ທ້າ​ທາຍ.

ເມື່ອຜູ້ນຳ Fidel Castro Ruz ປະກາດຕໍ່ປະຊາຊົນນັບໝື່ນຄົນຢູ່ La Habana ໃນເດືອນມັງກອນ 1966 ວ່າ “ເພື່ອຫວຽດນາມ, ກູບາ ເຕັມໃຈເສຍສະຫຼະເລືອດເນື້ອຂອງຕົນ”, ມັນບໍ່ແມ່ນພຽງແຕ່ຄໍາເວົ້າເທົ່ານັ້ນ, ແຕ່ເປັນຄວາມເຊື່ອ ແລະການປະຕິບັດຕົວຈິງ. ພຽງ​ແຕ່​ບໍ່​ເທົ່າ​ໃດ​ເດືອນ​ຕໍ່​ມາ, ໄດ້ມີທະ​ຫານ​ກູ​ບາ ​ຕົກ​ຢູ່​ຮ່າ​ໂນ້ຍ​ໃນ​ລະ​ຫວ່າງ​ການ​ວາງ​ລະ​ເບີດ​ຂອງ​ເຮືອ​ບິນ​ອາ​ເມ​ລິ​ກາ.

​ໃນ​ໄລຍະ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຊາວ​ຫວຽດນາມ, ປະຊາຊົນ ກູ​ບາ - ​ໂດຍ​ການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສາມັກຄີ​ອັນ​ແຂງ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ ​ເພື່ອ​ປ້ອງ​ກັນ​ປະ​ເທດ​ຊາດ​ຫວຽດນາມ. Fidel ​ເອງ​ແມ່ນ​ຜູ້​ນຳ​ໂລກ​ຜູ້​ດຽວ​ທີ່​ມາ​ຢ້ຽມຢາມ​ເຂດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ - ​ແມ່ນ​ເຄື່ອງໝາຍ​ທີ່​ບໍ່​ສາມາດ​ລົບ​ລ້າງ​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຊາວ​ກູ​ບາ ​ແລະ ຫວຽດນາມ ​ໄດ້​ສືບ​ຕໍ່​ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ຜ່ານ​ບັນດາ​ໂຄງການ​ແລກປ່ຽນ, ສຶກສາ ​ແລະ ຮ່ວມ​ມື. ນັກ​ສຶກສາ​ຫວຽດນາມ​ນັບ​ພັນ​ຄົນ​ໄດ້​ໄປ​ຝຶກ​ອົບຮົມ​ຢູ່​ກູ​ບາ; ນັກ​ຊ່ຽວຊານ ​ແລະ ຄົນ​ງານ ກູ​ບາ ນັບ​ພັນ​ຄົນ​ກໍ່​ໄດ້​ນຳ​ເອົາ​ຄວາມ​ຮູ້, ແຮງ​ງານ ​ແລະ ຈິດ​ໃຈ​ສາກົນ​ທີ່​ບໍລິສຸດ​ຂອງ​ຕົນ ​ເພື່ອ​ກໍ່ສ້າງ​ບັນດາ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ໃຫ້ ຫວຽດນາມ.

ການກະທຳທີ່ບໍ່ເຫັນແກ່ຕົວ ແລະ ສູງສົ່ງຫຼາຍຢ່າງໄດ້ກາຍເປັນສັນຍາລັກອັນເປັນອະມະຕະຂອງຄວາມສາມັກຄີອ້າຍນ້ອງ. ຫວຽດນາມ ດ້ວຍມູນເຊຶ້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ຍາມ​ໃດ​ກໍ​ຖື​ວ່າ​ນ້ຳ​ໃຈ​ສາມັກຄີ​ກັບ ກູ​ບາ ​ແມ່ນ​ຄຳ​ສັ່ງ​ຂອງ​ຫົວ​ໃຈ - ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ​ກູ​ບາ ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ສະກັດ​ກັ້ນ ​ແລະ ກີດຂວາງ ​ແລະ ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ພວກ​ເຮົາ​ໃນ​ຊຸມ​ປີ​ທີ່​ຫຍຸ້ງຍາກ​ທີ່​ສຸດ.

ຄວາມ​ສາ​ມັກ​ຄີ​ຫວຽດ​ນາມ - ກູ​ບາ ແມ່ນ​ຄຳ​ສັ່ງ​ຂອງ​ຫົວ​ໃຈ
ທ່ານ​ເອກ​ອັກຄະ​ລັດຖະທູດ Rogelio Polanco Fuentes ທີ່​ກອງ​ປະຊຸມ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ ກູ​ບາ ຈັດ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສົມທົບ​ກັບ​ສະຖານທູດ ກູ​ບາ ປະຈຳ ຫວຽດນາມ, ​ໃນ​ວັນ​ທີ 26 ມີນາ 2025.

- ຂໍຮຽນທ່ານເອກອັກຄະລັດຖະທູດ, ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ປະຊາຊົນ ກູ​ບາ ​ເນື່ອງ​ໃນ​ໂອກາດ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໄດ້​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຢູ່ ຫວຽດນາມ. ທ່ານ​ຮູ້ສຶກ​ຕໍ່​ການ​ເຄື່ອນ​ໄຫວ​ນີ້ ເປັນ​ແນວ​ໃດ?

ທ່ານ​ເອກ​ອັກຄະ​ລັດຖະທູດ Rogelio Polanco Fuentes: ໂດຍເຕັມໄປດ້ວຍຄວາມຮູ້ສຶກຕື້ນຕັນໃຈ ເມື່ອເຫັນ​ນ້ຳ​ໃຈ​ສາມັກຄີ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ຂະ​ບວນການ​ໜູນ​ຊ່ວຍ​ປະຊາຊົນ​ກູ​ບາ, ​ໂດຍສູນກາງຍ​ສະ​ມາ​ຄົມ​ກາ​ແດງ​ຫວຽດ​ນາມ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ປຸກລະດົມ.

ການລິເລີ່ມນີ້ໄດ້ກາຍເປັນຫນຶ່ງໃນການໂຄສະນາທີ່ກວ້າງຂວາງແລະມີຜົນກະທົບທີ່ສຸດ, ດ້ວຍຜົນໄດ້ຮັບເກີນເປົ້າຫມາຍເບື້ອງຕົ້ນ. ພິ​ເສດ​ແມ່ນ​ບັນດາ​ຂໍ້​ສະ​ແດງ​ອາລົມ​ຈິດ​ຂອງ​ບັນດາ​ອົງການ, ລວມໝູ່​ ​ແລະ ບຸກຄົນ​ຂອງ​ຫວຽດນາມ ​ໄດ້​ກາຍ​ເປັນ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ​ໃຫ້​ພວກ​ຂ້າພະ​ເຈົ້າ.

​ໃນ​ສະພາບ​ການ​ທີ່​ອາ​ເມ​ລິ​ກາ​ຮັດ​ແໜ້ນ​ການ​ສະກັດ​ກັ້ນ ​ແລະ ກີດຂວາງ, ສ້າງ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃຫ້​ແກ່​ເສດຖະກິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ກູ​ບາ, ນັ້ນ​ແມ່ນ​ການ​ສະ​ແດງ​ຄວາມ​ສາມັກຄີ, ​ເສີມ​ຂະຫຍາຍ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ໄຊຊະນະ​ໃນ​ການ​ຕໍ່ສູ້​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ​ແລະ ມັນ​ຍິ່ງ​ມີ​ຄວາມ​ໝາຍ​ຍິ່ງ​ກວ່າ​ອີກ​ເມື່ອ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ວິລະ​ຊົນ​ຫວຽດນາມ - ປະຊາ​ຊາດ​ທີ່​ຜ່ານ​ຜ່າ​ການ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ ​ແລະ ​ເປັນ​ອ້າຍ​ນ້ອງ​ຮ່ວມ​ມື.

- ຂໍຮຽນທ່ານເອກອັກຄະລັດຖະທູດ, ຕາມ​ທ່ານແລ້ວ, ໃນ​ໄລຍະ​ຈະ​ມາ​ເຖິງ ​ຂົງ​ເຂດ​ບຸລິມະສິດ​ຂອງ​ການ​ຮ່ວມ​ມື​ເພື່ອ​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ສອງ​ຝ່າຍ ແມ່ນຫຍັງ?

ທ່ານ​ເອກ​ອັກຄະ​ລັດຖະທູດ Rogelio Polanco Fuentes: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ ກູ​ບາ ​ແລະ ຫວຽດນາມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຫຼາຍ​ຂົງ​ເຂດ. 2 ປະ​ເທດ​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ເປັນ​ປະຈຳ​ລະຫວ່າງ​ສອງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ກຳລັງ​ປະກອບ​ອາວຸດ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ. ຫຼາຍ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ຊ່ວຍ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ຄວາມ​ເຂັ້ມ​ແຂງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ກັນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຮ່ວມ.

ສອງ​ປະ​ເທດ​ໄດ້​ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ຜະລິດ​ອາຫານ, ການ​ລ້ຽງ​ສິນ​ໃນ​ນ້ຳ, ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ບຳລຸງ​ສ້າງ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ພະລັງງານ, ກໍ່ສ້າງ, ຜະລິດ ​ແລະ ບໍລິ​ໂພ​ກ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ...

2 ຝ່າຍ​ສືບ​ຕໍ່​ກຳນົດ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃໝ່, ສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ​ໃນ​ປະຈຸ​ບັນ. ​ແນວ​ໃດ​ກໍ​ດີ, ​ໃນ​ຕໍ່ໜ້າ, ຄາດ​ວ່າ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ແມ່ນ​ຂົງ​ເຂດ​ກະສິກຳ-ສະບຽງ​ອາຫານ, ຢາ​ຊີວະ​ພາບ ​ແລະ ພະລັງງານ​ທົດ​ແທນ.

ໃນຊຸມປີມໍ່ໆມານີ້, ກູບາ ໄດ້ຮັບການຊ່ວຍເຫຼືອດ້ານວິຊາການອັນລ້ຳຄ່າຈາກຫວຽດນາມ ໃນການຜະລິດເຂົ້າ, ສາລີ, ກາເຟ ແລະ ສິນໃນນ້ຳ, ຊ່ວຍໃຫ້ ກູບາ ໝູນໃຊ້ຄວາມສາມາດບົ່ມຊ້ອນນີ້ຢ່າງມີປະສິດທິຜົນ ເພື່ອຫັນໄປສູ່ບັນດາຮູບແບບການລົງທຶນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕົວຢ່າງປົກກະຕິແມ່ນໂຄງການຜະລິດເຂົ້າຢູ່ Los Palacios, ແຂວງ Pinar del Río, ດ້ວຍຜົນໄດ້ຮັບໃນທາງບວກທີ່ສັນຍາວ່າຈະປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ຄວາມໝັ້ນຄົງດ້ານສະບຽງ ແລະ ອະທິປະໄຕອາຫານຂອງກູບາ.

ນອກຈາກນັ້ນ, ການສ້າງຕັ້ງບໍລິສັດຮ່ວມທຶນ ແລະ ເປີດໂຮງງານຜະລິດຢາຊີວະພາບຢູ່ສວນສາທາລະນະເຕັກໂນໂລຢີສູງຮ່ວາລາກ (ຮ່າໂນ້ຍ) ໄດ້ເປີດຂອບເຂດການຮ່ວມມືໃນການຄົ້ນຄວ້າ, ພັດທະນາ ແລະ ການຄ້າບັນດາຜະລິດຕະພັນຂອງຂະແໜງຢາຊີວະພາບ, ຂົງເຂດເຊິ່ງກູບາ ບັນລຸໄດ້ຜົນງານຫຼາຍຢ່າງທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ. ນີ້​ຈະ​ແມ່ນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ສຸຂະພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ພ້ອມ​ທັງ​ຊຸກຍູ້​ອະທິປະ​ໄຕ​ດ້ານ​ເຕັກ​ໂນ​ໂລ​ຢີຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ຍຸດ​ທະ​ສາດ​ນີ້.

ທາງດ້ານພະລັງງານ, ກູບາ ປະຈຸບັນພວມປະສົບກັບຄວາມຫຍຸ້ງຍາກໃນການຜະລິດ ແລະສະໜອງ, ໃນຂະນະທີ່ ຫວຽດນາມ ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນວິວັດການຫັນເປັນເສດຖະກິດສີຂຽວ. ສອງ​ຝ່າຍ​ໄດ້​ກຳນົດ​ເອົາ​ພະລັງງານ​ຜະລິດ​ຄືນ​ໃໝ່​ເປັນ​ຂົງ​ເຂດ​ຍຸດ​ທະ​ສາດ​ຮ່ວມ​ມື, ​ໂດຍ​ມີ​ຫຼາຍ​ໂຄງການ​ສະ​ເພາະ​ພວມ​ດຳ​ເນີນ​ໄປ.

ຄວາມ​ສາ​ມັກ​ຄີ​ຫວຽດ​ນາມ - ກູ​ບາ ແມ່ນ​ຄຳ​ສັ່ງ​ຂອງ​ຫົວ​ໃຈ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Rogelio Polanco Fuentes ຢ້ຽມ​ຢາມເຮື່ອນສະແດງເສັ້ນຂະໜານ​ທີ 17 ແລະ ຄວາມມຸ່ງປາຖະໜາໂຮມ​ເປັນ​ເອກະ​ພາບ​ຢູ່​ແຂວງ ກວາງ​ຈີ້, ​ເດືອນມີນາ 2025. (ຮູບ​ພາບ: ສະຖານທູດ ກູ​ບາ ປະຈຳ ຫວຽດນາມ).

- ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານ​ຫວັງ​ວ່າ​ ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​, ເຊິງເປັນຜູ້ທີ່ສືບທອດ, ເພີ່ມພູນຄູນສ້າງ ແລະ ປົກ​ປັກ​ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ​ຫວຽດ​ນາມ ແລະ ກູ​ບາ ໃນ​ໄລ​ຍະ​ຈະ​ມາ​ເຖິງ ອັນໃດແດ?

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Rogelio Polanco Fuentes: ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫຼາຍ​ລຸ້ນຄົນ​ໄດ້​ຮ່ວມ​ກັນ​ຮັກສາ​ມໍລະດົກ​ອັນ​ລ້ຳ​ຄ່າ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ດັ້ງ​ເດີມ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ແບບຢ່າງ​ລະຫວ່າງ ກູ​ບາ ​ແລະ ຫວຽດນາມ.

ຊາວ​ໜຸ່ມ, ​ໄວ​ລຸ້ນ ​ແລະ ​ເດັກນ້ອຍ ກູ​ບາ ​ແລະ ຫວຽດນາມ ​ໄດ້​ຮັບ​ເອົາ​ປະຫວັດສາດ​ນັ້ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕົນ, ​ໂດຍ​ຜ່ານ​ການ​ສຶກສາ​ຮັກ​ຊາດ​ໂດຍ​ພັກ​ກອມ​ມູນິດ 2 ປະ​ເທດ.

ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ, ​ໂຄສະນາ​ປະຫວັດສາດ, ວັດທະນະທຳ, ຮີດຄອງ​ປະ​ເພນີ​ຍັງ​ຄົງ​ຮັກສາ​ເປັນ​ປົກກະຕິ ​ແລະ ນັບ​ມື້​ນັບ​ເຂັ້ມ​ແຂງ. ຮູ້ສຶກປະທັບໃຈທີ່ເຫັນເດັກນ້ອຍຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວໜູນຊ່ວຍຊາວ ກູບາ ດ້ວຍບັນດາການປະກອບສ່ວນນ້ອຍໆ, ແຕ້ມຮູບ, ບົດເພງ ແລະ ຂໍ້ຄວາມທີ່ຮັກແພງເຖິງເດັກນ້ອຍ ກູບາ. ຫວ່າງ​ມໍ່ໆ​ມາ​ນີ້, ​ເດັກນ້ອຍ​ກູ​ບາ​ກຸ່ມ​ໜຶ່ງ​ໄດ້​ມີ​ໂອກາດ​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ຮູ້ສຶກ​ເຖິງ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ​ໂດຍ​ຕົວ​ຈິງ.

ຢູ່​ກູ​ບາ, ມີ​​ໂຮງຮຽນ, ລວມໝູ່ແຮງງານ ​ແລະ ກິດຈະການຫຼາຍແຫ່ງຍັງ​ມີ​ຊື່​ຂອງ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ບັນດາ​ເຫດການ​ປະຫວັດສາດ​ກ່ຽວ​ກັບ​ປະ​ເທດຂອງ​ລຸງ​ໂຮ່. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ສາຍ​ພົວ​ພັນ​ອັນ​ສັກ​ສິດ​ນີ້​ຈະ​ຢູ່​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຕະຫຼອດ​ໄປ.

- ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີ​ລາຄາ​ບົດບາດ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ຫວຽດນາມ - ກູ​ບາ ​ເປັນແນວ​ໃດ?

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Rogelio Polanco Fuentes: VUFO ​ໄດ້​ ແລະ ພວມ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ປະຊາຊົນ​ໃນ​ທົ່ວ​ໂລກ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ, VUFO ສະແດງໃຫ້ເຫັນພາບພົດອັນມີຊີວິດຊີວາຂອງວິລະຊົນ, ປະເທດຊາດຮັກສັນຕິພາບທີ່ໄດ້ເອົາຊະນະ ແລະ ເອົາຊະນະສັດຕູຜູ້ມີອຳນາດ, ລຸກຂຶ້ນກໍ່ສ້າງປະເທດຄືນໃໝ່, ກາຍເປັນຕົວຢ່າງໃຫ້ແກ່ມວນມະນຸດ.

​ໃນ​ການ​ພົວພັນ​ກັບ ກູ​ບາ, VUFO ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ສາມັກຄີ​ແບບ​ພິ​ເສດ, ​ເປັນ​ປົກກະຕິ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ໂຄສະນາ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຊາວ ກູ​ບາ, ພ້ອມ​ທັງ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມປະຕິບັດ​ຫຼາຍ​ຢ່າງ​ເພື່ອ​ໜູນ​ຊ່ວຍ ກູ​ບາ ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ສະກັດ​ກັ້ນ ​ແລະ ກີດຂວາງ.

ການຮ່ວມມືທີ່ເປັນແບບຢ່າງລະຫວ່າງ VUFO ແລະ ສະຖາບັນມິດຕະພາບກັບປະຊາຊົນກູບາ (ICAP) - ເຊິ່ງກໍ່ສະເຫຼີມສະຫຼອງ 65 ປີໃນປີນີ້ - ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນອັນພົ້ນເດັ່ນຂອງ VUFO ເຂົ້າໃນການປູກຝັງ ແລະ ປົກປັກຮັກສາຄວາມສາມັກຄີປອງດອງລະຫວ່າງປະຊາຊົນສອງປະເທດ.

ໃນຖານະທີ່ເປັນອົງການສະມາຊິກ VUFO, ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ຮັດແໜ້ນພາບພົດອັນດີງາມຂອງຄວາມຮັກແພງສາມັກຄີ, ຝັງເລິກໃນດວງໃຈຂອງຜູ້ມີກຽດເປັນສັກຂີພິຍານ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມທີ່ສະມາຄົມໄດ້ປະຕິບັດ, ແຜ່ລາມໄປທົ່ວທຸກຊັ້ນຄົນໃນສັງຄົມ ແລະ ທົ່ວດິນແດນຫວຽດນາມ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ VUFO, ຂ້າພະເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ​ເຄົາລົບ​ນັບຖື​ອັນ​ເປັນ​ນິດ​ມາ​ຍັງ​ຄະນະ​ການນຳ, ພະນັກງານ ​ແລະ ອົງການສະມາຊິກ ​ເພື່ອ​ຄວາມ​ສັດ​ຊື່​ອັນ​ໝັ້ນຄົງ​ຂ​ຕໍ່​ສາຍ​ພົວພັນ​ທາງ​ປະຫວັດສາດ​ອັນ​ສັກສິດ​ທີ່​ໄດ້​ຜູກ​ມັດ​ປະຊາຊົນ​ສອງ​ປະ​ເທດ​ເຂົ້າ​ກັນ.

- ຂໍຂອບໃຈທ່ານທູດ!

ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

ຍສໝ - ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

ດານັງ ແລະ ດານັງ ແລະ "ສູດ" 3 ບາດກ້າວໃຫ້​ແກ່​ການ​ທູດ​ປະຊາຊົນແບບຍືນຍົງ

ຍສໝ - ພາຍຫຼັງເກືອບ 3 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ດານັງ (ສະຫະພັນ ດານັງ) ໄດ້ຢັ້ງຢືນທີ່ຕັ້ງຂອງຕົນເປັນຈຸດທີ່ສົດໃສໃນວຽກງານການຕ່າງປະເທດຂອງປະຊາຊົນ - ຮູບແບບການດຳເນີນງານຢ່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກັບເພື່ອນມິດສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການເຊື່ອມໂຍງນະຄອນບົນແມ່ນ້ຳຮ່ານ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21359.html

In bài biết