12:55 | 29/10/2025

ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ

ປະຕິບັດ​ສົນທິສັນຍາ​ຮ່າ​ໂນ້ຍ: ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສອງ​ດ້ານ
ຫຼາຍ​ປະ​ເທດ​ຕີ​ລາຄາ​ສູງ​ບົດບາດ​ນຳ​ໜ້າ​ຂອງ​ຫວຽດນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ.
ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ
ພາບບັນຍາກາດຂອງກອງປະຊຸມຂ່າວສາກົນປະກາດໝາກຜົນຂອງພິທີລົງນາມສົນທິສັນຍາຮ່າໂນ້ຍ. (ພາບ: ຕວນແອງ/VNA)

ຕາມນັກຂ່າວ VNA ຢູ່ນະຄອນຫຼວງ ປາຣີ ແລ້ວ, ວັນທີ 28 ຕຸລາ, ຝ່າຍຄະນະປະຈຳ ຝຣັ່ງ ປະຈຳ ສະຫະປະຊາຊາດ ໄດ້ອອກຖະແຫຼງການຕ້ອນຮັບ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີລົງນາມສົນທິສັນຍາ ສະຫະປະຊາຊາດ ຕ້ານອາດຊະຍາກຳທາງອິນເຕີເນັດ (ຫຼືເອີ້ນວ່າ ສົນທິສັນຍາ ຮ່າໂນ້ຍ) ເຊິ່ງດຳເນີນໃນວັນທີ 25 ຕຸລາ.

ສົນທິສັນຍາດັ່ງກ່າວໄດ້ໃຫ້ປະເທດຝຣັ່ງ, ສະຫະພາບເອີຣົບ (ອີຢູ) ແລະປະເທດທີ່ລົງນາມມີກອບທົ່ວໄປສໍາລັບການປະຕິບັດງານເພື່ອຮັບມືກັບການລະເມີດຂ້າມຊາຍແດນທີ່ຮຽກຮ້ອງໃຫ້ມີການຕອບໂຕ້ແບບປະສານງານ. ເອກະສານດັ່ງກ່າວຍັງໄດ້ເສີມສ້າງສົນທິສັນຍາ Budapest ຂອງສະພາເອີຣົບ, ດ້ວຍເຫດນີ້, ເພີ່ມທະວີກົນໄກຮ່ວມມືສາກົນເພື່ອຕ້ານອາດຊະຍາກຳທາງອິນເຕີເນັດ.

ຝ່າຍຄະນະ​ຜູ້​ແທນ​ຝຣັ່ງກ່າວ​ວ່າ ນທິສັນຍາ​ຈະ​ອະນຸຍາດ​ໃຫ້​ອຳນາດ​ການ​ປົກຄອງ​ແຫ່ງ​ຊາດ​ປະສານ​ງານ​ຢ່າງ​ໃກ້ຊິດ​ກວ່າ​ເກົ່າ​ໃນ​ການ​ແລກປ່ຽນ​ຂໍ້​ມູນ, ດຳ​ເນີນ​ການ​ສືບສວນ​ຮ່ວມ, ​ແລະ ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຈັບ​ກຸມ, ສົ່ງ​ນອກ ​ແລະ​ດຳ​ເນີນ​ຄະດີ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດ​ຢູ່​ບ່ອນ​ໃດ​ກໍ​ຕາມ. ດ້ວຍການຊຸກຍູ້ການຮ່ວມມືສາກົນ, ຂໍ້ຕົກລົງດັ່ງກ່າວໄດ້ສະໜອງເຄື່ອງມືພາກປະຕິບັດເພື່ອຕອບສະໜອງຕໍ່ໄພຂົ່ມຂູ່ດ້ານດິຈິຕອລທີ່ນັບມື້ນັບທັນສະໄໝ.

ຫວນຄືນວ່າ ປາຣີ ພ້ອມກັບບັນດາຄູ່ຮ່ວມມື EU ລ້ວນແຕ່ເນັ້ນໜັກຕະຫຼອດການເຈລະຈາວ່າ ປະສິດທິຜົນຂອງບັນດາກົນໄກຮ່ວມມືສາກົນໃໝ່ຕ້ອງອີງໃສ່ບັນດາມາດຕະຖານສູງກ່ຽວກັບການເຄົາລົບສິດທິມະນຸດ ແລະ ການປົກປ້ອງຂໍ້ມູນສ່ວນຕົວ, ຖະແຫຼງການຢືນຢັນວ່າ ບັນດາການຮັບປະກັນທີ່ໄດ້ວາງອອກໃນເອກະສານຮັບຮອງເອົາແມ່ນສອດຄ່ອງກັບບັນດາຄຳໝັ້ນສັນຍາສາກົນຂອງ ຝຣັ່ງ.

ສຸດ​ທ້າຍ, ຄະນະ​ປະຈຳ​ຝຣັ່ງ​ປະຈຳ​ສະຫະ​ປະຊາ​ຊາດ​ເນັ້ນ​ໜັກ​ວ່າ, ການ​ປະຕິບັດ​ສົນທິສັນຍາ​ຮ່າ​ໂນ້ຍ​ໂດຍ​ໄວ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສັງຄົມ​ພົນລະ​ເຮືອນ ​ແລະ ພາກ​ເອກະ​ຊົນ, ຖື​ວ່າ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ.

ສົນທິສັນຍາ​ຮ່າ​ໂນ້ຍ: ພະຍານ​ຫຼັກ​ຖານ​ທີ່ຕັ້ງນັບມື້ນັບ​ເຕີບ​ໂຕ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ ສົນທິສັນຍາ​ຮ່າ​ໂນ້ຍ: ພະຍານ​ຫຼັກ​ຖານ​ທີ່ຕັ້ງນັບມື້ນັບ​ເຕີບ​ໂຕ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ

ຍສໝ - ​ໃນ​ພິທີ​ລົງ​ນາມ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ຕ້ານ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ (ສົນທິສັນຍາ​ຮ່າ​ໂນ້ຍ) ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ​ແຕ່​ວັນ​ທີ 25-26 ຕຸລາ 2025, ນັກ​ຊ່ຽວຊານ​ຫຼາຍ​ທ່ານ​ໄດ້​ວິ​ເຄາະ​ຄວາມ​ໝາຍ​ຂອງ​ເຫດການ ​ແລະ ສະ​ເໜີ​ບັນດາ​ບາດກ້າວ​ສະ​ເພາະ​ຂອງ​ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ ​ແລະ ມີ​ອິດ​ທິພົນ​ໃນ​ການ​ຊຸກຍູ້​ການ​ປະຕິບັດ​ສົນທິສັນຍາ ​ແລະ ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ.

ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ. ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.

ຍສໝ - ປະເຊີນໜ້າກັບໄພທຳມະຊາດສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ, ບັນດາອົງການຈັດຕັ້ງສາກົນ, ລັດຖະບານຂອງຫຼາຍປະເທດໄດ້ໜູນຊ່ວຍດ້ານການເງິນ, ສິນຄ້າ, ສິ່ງຂອງຈຳເປັນຢ່າງໄວ, ປະກອບສ່ວນໜູນຊ່ວຍປະຊາຊົນຢູ່ ລ້ານເຊີນ, ກາວບັງ, ໄທງວຽນ, ຕວຽນກວາງ, ບັກນິງ… ຜ່ານຜ່າຄວາມຫຍຸ້ງຍາກ ແລະ ໝັ້ນຄົງ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21305.html

In bài biết