08:58 | 09/06/2019

ຫາງສຽງສາກົນກ່ຽວກັບເລື່ອງຫວຽດນາມຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ

ຫາງສຽງສາກົນກ່ຽວກັບເລື່ອງຫວຽດນາມຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ

ທ່ານເອກອັກຄະລັດຖະທູດ ອີນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi.(ພາບ:baomoi.com)

ທ່ານ ເອກອັກຄະລັດຖະທູດ ອີນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ໄດ້ໃຫ້ຮູ້ວ່າ: ຫວຽດນາມໄດ້ກາຍເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບ ອີນໂດເນເຊຍ, ພວກຂ້າພະເຈົ້າເຊື່ອໝັ້ນວ່າສອງປະເທດອາດຈະພ້ອມກັນປະກອບເຫື່ອແຮງເພື່ອແກ້ໄຂບັນດາບັນຫາ, ນະໂຍບາຍຊ່ວຍໜູນສັງຄົມໃນທົ່ວໂລກເພື່ອໂລກທີ່ຈົບງາມກ່ວາ ແລະ ບັນດາບັນຫາຕ່າງໆເປັນຕົ້ນຄື: ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດ ແລະ ອື່ນໆ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ສາມາດເຂົ້າຮ່ວມບັນຫາເຫຼົ້ານີ້ເປັນຢ່າງດີ.

ຫາງສຽງສາກົນກ່ຽວກັບເລື່ອງຫວຽດນາມຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ

ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Craig Chittick.(ພາບ:coteccons.vn)

ສ່ວນ ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Craig Chittick ໄດ້ກ່າວວ່າ: ອົດສະຕາລີ ຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນພາກພື້ນ ກໍຄືໃນໂລກ, ອົດສະຕາລີກໍເຄີຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2013-2014 ແລະ ພວກຂ້າພະເຈົ້າພ້ອມແລ້ວແບ່ງປັນບົດຮຽນກັບຫວຽດນາມ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-213.html

In bài biết