14:17 | 24/10/2025

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ

ແທງຮ໋ວາ ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ​ໃຫ້​ແກ່​ນັກ​ສຶກສາຕ່າງປະເທດ 29 ຄົນ​ຈາກ​ແຂວງ​ຫົວພັນ
ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ສະໜັບສະໜູນ​ຫວຽດນາມ​ໃນ​ການ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.

ພິທີມອບ-ຮັບສັນຍາລັກໄດ້ດຳເນີນໃນຕອນບ່າຍວັນທີ 22 ຕຸລາ (ຕາມເວລາທ້ອງຖິ່ນ) ຢູ່ສໍານັກງານໃຫຍ່ສະຫະພັນບັນດາສະມາຄົມຊາວຫວຽດນາມ ປະຈໍາ ສ.ເຊັກໂກ, ໂດຍການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເຊັກໂກ ເຢືອງຮວາຍນາມ; ທ່ານ​ປະທານ​ສະຫະພັນບັນດາສະມາຄົມ ເຈີ່ນວັນດ່າງ; ບັນດາຮອງປະທານສະຫະພັນສະມາຄົມ; ຜູ້ຕາງໜ້າສະມາຄົມ ຫວຽດນາມ ຢູ່ ເຊັກໂກ; ​ແລະ ທ່ານ ຮ່ວາງ​ດິງ​ຖັງ - ກຳມະການຄະນະປະທານຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຜູ້ຕາງໜ້າ​ຄະນະ​ຮັບ​ຜິດ​ຊອບ.

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ
ສະຫະພັນ​ປະຊາຄົມຊາວຫວຽດນາມ ປະຈຳ​ເຊັກ​ໂກ ໄດ້​ມອບ 5,4 ຕື້​ດົ່ງ​ໃຫ້​ຜູ້ຕາງໜ້າ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. (ພາບ: VOV).

​ໃນ​ເວລາ​ບໍ່​ດົນ, ຄຳ​ຮຽກຮ້ອງ​ຂອງ​ສະຫະພັນ​ປະຊາຄົມ​ ໄດ້​ແຜ່​ຂະຫຍາຍ​ຢ່າງເຂັ້ມແຂງໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ໃນ​ທົ່ວ​ປະ​ເທດ ເຊັກ​ໂກ. ຫຼາຍ​ສະມາຄົມ, ວິ​ສາ​ຫະກິດ ​ແລະ ບຸກຄົນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໄດ້​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ​ແຫ່ງ​ຊາດ ​ແລະ ຮີດຄອງ​ປະ​ເພນີ “ໃບຕອງດີຕຸ້ມຫໍ່ ເອົາໃບຕອງຂາດ”, ມຸ່ງໄປເຖິງບ້ານ​ເກີດ​ເມືອງ​ນອນ​ໃນ​ໄລຍະ​ຫຍຸ້ງຍາກ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງຮ່​ວາຍ​ນາມ ໃຫ້​ຮູ້​ວ່າ ມາ​ຮອດ​ປະ​ຈຸ​ບັນ, ຍອດ​ຈຳ​ນວນ​ເງິນ​ອຸ​ປະ​ຖຳ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ ບັນ​ລຸ 5,4 ຕື້​ດົ່ງ, ໃນ​ນັ້ນ 1,5 ຕື້​ດົ່ງ​ຈາກ​ຮອບ​ທຳ​ອິດ​ໄດ້​ສົ່ງ​ກັບ​ຄືນ​ປະ​ເທດ​ກ່ອນ​ໜ້າ​ນີ້. ຈໍານວນ​ທີ່​ຍັງ​ເຫຼືອ​ຈະ​ໂອນ​ໃຫ້​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ພາຍຸ​ໂດຍ​ໄວ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ​ວ່າ “ການຕອບ​ໂຕ້​ຢ່າງ​ວ່ອງ​ໄວ ​ແລະ ການ​ປະກອບສ່ວນ​ດ້ານ​ການ​ເງິນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກແພງຊ່ວຍເຫຼືອກັນ. ພິ​ເສດ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ປີ​ທີ່​ສະຫະພັນ​ບັນດາ​ສະມາຄົມ​ຫວຽດນາມ ຢູ່ ສາທາລະນະ​ລັດ ເຊັກ​ໂກ ຍາມ​ໃດ​ກໍ່​ຖື​ເປັນ​ແຖວ​ໜ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ໜູນ​ຊ່ວຍ​ປະຊາຊົນ​ຜູ້​ປະສົບ​ໄພ​ທຳ​ມະ​ຊາດ​ຢູ່​ປະ​ເທດ​ນີ້. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮີດຄອງ​ປະ​ເພນີ​ແຫ່ງ​ຄວາມ​ຮັກ​ແພງ​ຊ່ວຍເຫຼືອກັນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ​ແຜ່​ລາມ​ອອກ​ຢ່າງ​ແຮງ​ກວ່າ​ອີກ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ຢູ່ ​ເຊັກ​ໂກ ເວົ້າ​ສະ​ເພາະ”.

​ເຫັນ​ໄດ້​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ​ໃນ​ສາທາລະນະ​ລັດ ເຊັກ​ໂກ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ. ​ການ​ແບ່ງປັນ​ແຕ່ລະ​ໄລຍະ​ທີ່​ຫຍຸ້ງຍາກ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮັບຜິດຊອບ ​ແລະ ສືບ​ຕໍ່​ປະຕິບັດ​ຮີດຄອງ​ປະ​ເພນີ “ໃບຕອງດີຕຸ້ມຫໍ່ ເອົາໃບຕອງຂາດ” ຂອງ​ປະ​ເທດ​ຊາດ.

ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່ສະພາ​ສິດທິ​ມະນຸດ: ​ໄດ້​ຮັບ​ການ​ຮັບ​ຮູ້​ສູງ​ສຸດ​ຈາກ​ປະຊາ​ຄົມ​ໂລກ ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່ສະພາ​ສິດທິ​ມະນຸດ: ​ໄດ້​ຮັບ​ການ​ຮັບ​ຮູ້​ສູງ​ສຸດ​ຈາກ​ປະຊາ​ຄົມ​ໂລກ

ຍສໝ - ຕາມ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ດັ້ງ​ຮ່ວາງ​ຢາງ ​ແລ້ວ, ການ​ເລືອກ​ຕັ້ງ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ອາຍຸ​ການ 2026-2028 ​ແມ່ນ​ການ​ຮັບ​ຮູ້​ສູງ​ສຸດ​ຂອງ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ແຜນການແນວທາງ​ຖືກຕ້ອງ​ຂອງ​ພັກ ​ແລະ ລັດ, ພ້ອມ​ທັງ​ບັນດາ​ຜົນງານ​ປະຫວັດສາດ​ຂອງ​ ຫວຽດນາມ ​ໃນ​ຕະຫຼອດ 80 ປີ​ທີ່​ໄດ້​ຮັບ​ເອກະລາດ ​ແລະ 40 ປີ​ແຫ່ງ​ການດຳເນີນປ່ຽນໃໝ່, ໂດຍ​ສະ​ເພາະ​ແມ່ນ​ການ​ຮັບປະກັນ​ສິດທິ​ມະນຸດ.

ນັກ​ສຶກ​ສາ​ເຫ້ວ 600 ກວ່າ​ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ອົງ​ການ Zhi Shan ນັກ​ສຶກ​ສາ​ເຫ້ວ 600 ກວ່າ​ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ອົງ​ການ Zhi Shan

ຍສໝ - ໃນລະຫວ່າງວັນທີ 13 – 15 ຕຸລາ, ອົງ​ການ Zhi Shan Foundation ໄດ້ສົມທົບກັບສູນວຽກງານສັງຄົມ ແລະ ກອງທຶນປົກປ້ອງເດັກພ້ອມ​ກັບ​ບັນດາ​​ເມືອງ, ຕາເເສງບົນບໍລິເວນເຫ້ວ ໄດ້​ມອບ​ທຶນ​ສຶກສາ 607 ທຶນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໄລຍະ 2 ປີ 2025 ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 830 ລ້ານ​ດົ່ງ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21289.html

In bài biết