07:26 | 01/10/2025

ອອກ​​ແຜນ​ການ​ຈັດ​ຕັ້ງ "ວັນ​ວັດ​ທະ​ນະ​ທໍາ​ໂລກ" ຄັ້ງ​ທໍາ​ອິດ

ໄຂເປີດສັບ​ປະ​ດາ​ວັດ​ທະ​ນະ​ທຳ​ລາວ ຢູ່ ຫວຽດ​ນາມ ປີ 2025
ວັດ​ທະ​ນະ​ທໍາ ແລະ ​ອາ​ຫານ​ຫວຽດ​ນາມ ປະການແຈ້ງ ​ຢູ່ຊູແອດ

ຕາມ​ແຜນການ​ແລ້ວ, ​ເຫດການ​ດັ່ງກ່າວ​ໄດ້​ຮັບ​ການຈັດ​ຕັ້ງ​ບົນ​ຈິດ​ໃຈ “ວັດທະນະທຳ​ແມ່ນ​ພື້ນຖານ - ສິລະ​ປະ​ແມ່ນພາຫະນະ” ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ປະ​ເທດ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ ຫວຽດນາມ ​ແລະ ສາກົນ. ພ້ອມ​ກັນ​ນັ້ນ, “ວັນ​ວັດທະນະທຳ​ໂລກ​ຢູ່​ຮ່າ​ໂນ້ຍ” ຫາກຍັງມຸ່ງໄປເຖິງການຍົກສູງ​ຊີວິດ​ການເປັນຢູ່ທາງ​ດ້ານ​ຈິດ​ໃຈ, ລະດັບຄວາມງາມສໍາລັບປະຊາຊົນ; ປະກອບສ່ວນ​ກໍ່ສ້າງ​ລະບົບ​ນິເວດ​ວັດທະນະທຳ-ບັນ​ເທິງ​ທີ່​ທັນ​ສະ​ໄໝ, ​ແທດ​ເໝາະ​ກັບ​ທ່າ​ອ່ຽງ​ເສດຖະກິດ​ທີ່​ມີ​ລັກສະນະ​ສ້າງສັນ​ຂອງ​ໂລກ; ສ້າງ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ຈ້າງ​ງານ ແລະ ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ.

ຕາມ​ແຜນການ​ແລ້ວ, “ວັນ​ວັດທະນະທຳ​ໂລກ​ຢູ່​ຮ່າ​ໂນ້ຍ” ຈະ​ດຳ​ເນີນ​ຢູ່​ກຳແພງພະລາຊະວັງທັງລອງ ແຕ່​ວັນ​ທີ 4-5 ຕຸລາ, ດ້ວຍ​ຮ້ານ​ວາງສະ​ແດງ 45 – 50 ຮ້ານ. ​ແຕ່​ລະ​ປະ​ເທດ​ຈະ​ມີ​ຮ້ານ​ວາງສະ​ແດງ​ຂອງ​ຕົນ, ພ້ອມກັນນັ້ນ ຈັດ​ຕັ້ງ “​ພື້ນທີ່ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ” ເພື່ອ​ທົບທວນໃຫ້ເຫັນຈຸດວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ນະ​ຄອນ​ຫຼວງ​ຢ່າງ​ສົດ​ໃສ. ນອກຈາກນັ້ນ, ເຫດການຍັງມີບັນດາລາຍການທີ່ຈັດຂຶ້ນພ້ອມໆກັນຢູ່ຫຼາຍບ່ອນຄື: ລາຍການອາຫານສາກົນຮ່າໂນ້ຍ, ລາຍການຟ້ອນພື້ນເມືອງຮ່າໂນ້ຍ, ລາຍການສະແດງຊຸດເຊື້ອຍ່າວຫວຽດນາມ, ວັນບຸນປື້ມສາກົນຮ່າໂນ້ຍ.

ອອກ​​ແຜນ​ການ​ຈັດ​ຕັ້ງ
“ວັນ​ວັດທະນະທຳ​ໂລກ​ຢູ່​ຮ່າ​ໂນ້ຍ” ຈະ​ດຳ​ເນີນ​ຢູ່​ກຳແພງພະລາຊະວັງທັງລອງ ແຕ່​ວັນ​ທີ 4-5 ຕຸລາ. (ພາບ: TL)

ລາຍການອາຫານສາກົນຮ່າໂນ້ຍ: ໄດ້ຈັດຂື້ນໃນຂະນະດຽວກັນ, ກໍຢູ່ກຳແພງພະລາຊະວັງທັງລອງ. ເຫດການຄາດ​ວ່າ​ຈະ​ມີ​ຮ້ານສະແດງ35-40 ຮ້ານ, ​ແຕ່​ລະ​ປະ​ເທດ​ມີ​ພື້ນ​ທີ່​ເພື່ອ​ແນະ​ນຳ​ອາ​ຫານ​ພື້ນ​ເມືອງ. ນອກຈາກ​ນັ້ນ, 3 ​ເຂດ​ອາຫານຈະ​ແນະນຳ​ບັນດາ​ມໍລະດົກ ​ແລະ ປະຕິບັດວັດທະນະທຳ​ທີ່​ເປັນຄຸນລັກສະນະຈຳເພາະ​ຂອງ​ຮ່າ​ໂນ້ຍ;​ ພ້ອມກັນນັ້ນ ຈັດຕັ້ງ workshop ແລະ ສະແດງອາຫານ.

ລາຍການເຕັ້ນພື້ນເມືອງສາກົນຮ່າໂນ້ຍ: ນັກສິລະປິນ, ພົນລະເມືອງຕ່າງປະເທດທີ່ອາໄສຢູ່ຮ່າໂນ້ຍຈະສະແດງສິລະປະພື້ນເມືອງ ແລະ ສິລະປະຍຸກສະໄໝ, ສົມທົບກັບສະຖານທູດ ແລະ ສູນວັດທະນະທຳບັນດາປະເທດຕ່າງໆ.

ລາຍການສະ​ແດງຊຸດເຊື້ອຍ່າວຫວຽດ​ນາມ: ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ຕຸລາ ຢູ່ກຳແພງພະລາຊະວັງທັງລອງ

ວັນບຸນ​ປຶ້ມ​ສາກົນ​ຮ່າ​ໂນ້ຍ: ​ໄດ້​ສົມທົບ​ກັນ​ໃນ​ຂອບ​ເຂດ​ງານ​ບຸນ​ປຶ້ມ​ຮ່າ​ໂນ້ຍ ​ຄັ້ງ​ທີ 10 - 2025, ຕາມ​ແຜນການ 90/KH-UBND ​ແຕ່​ວັນ​ທີ 4 ເມສາ 2025. ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 3-5 ຕຸລາ ຢູ່​ພື້ນທີ່ຖະໜົນ​ຄົນ​ຍ່າງ ຮ່ວານ​ກຽນ, ​ໄດ້​ຈັດ​ຕັ້ງ​ເຂດ​ແນະນຳ​ປຶ້ມ ​ແລະ ສິ່ງ​ພິມ​ສາກົນ, ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ນັກ​ປະພັນ ​ແລະ ຜົນງານ.

ູຄະນະກຳມະການປະຊາຊົນນະຄອນ ມອບໃຫ້ພະແນກວັດທະນະທໍາ ແລະ ກິລາ ເປັນອົງການຈຸດສຸມ, ສົມທົບກັບກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຜັນຂະຫຍາຍແຜນການ, ຮັບປະກັນຄຸນນະພາບ, ຄວາມຄືບໜ້າ ແລະ ປະຕິບັດຕາມລະບຽບກົດໝາຍ.

ມອບ​ໝາຍ​ໃຫ້​ກົມ​ທ່ອງ​ທ່ຽວ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໂຄສະນາ​ພາບ​ພົດ​ຂອງ​ນະຄອນຫຼວງ​ໃຫ້​ເປັນ​ຈຸດໝາຍ “​ປອດ​ໄພ-​ເປັນ​ມິດ-ມີ​ຄຸນ​ນະພາ​ບ-​ໜ້າ​ສົນ​ໃຈ”. ພ້ອມ​ກັນ​ນັ້ນ, ກົມ​ກອງ​ໄດ້​ຊີ້​ນຳ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ກໍ່ສ້າງ​ຜະລິດ​ຕະພັນ​ການທ່ອງທ່ຽວ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ.

ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ, ຄາດ​ວ່າ “ວັນ​ວັດທະນະທຳ​ໂລກ​ຢູ່​ຮ່າ​ໂນ້ຍ” ຄັ້ງ​ທຳ​ອິດ​ຈະ​ກາຍ​ເປັນ​ຈຸດ​ເດັ່ນ​ດ້ານ​ວັດທະນະທຳ​ຂອງ​ການ​ຕ່າງປະ​ເທດ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຮ່າ​ໂນ້ຍ ​ໃນ​ເວທີ​ສາກົນ.

​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ ​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ

ຍສໝ - ວັນ​ທີ 31 ກໍລະກົດ, ຄະນະ​ຊີ້​ນຳ​ວຽກ​ງານ​ຂໍ້ມູນຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກວດກາ​ຄືນ 6 ​ເດືອນ​ຕົ້ນ​ປີ, ຜັນ​ຂະຫຍາຍ​ໜາ້ທີ່ 6 ​ເດືອນ​ທ້າຍ​ປີ 2025.

ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Budapest, ຮົງ​ກາ​ຣີ. ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Budapest, ຮົງ​ກາ​ຣີ.

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຮຸງກາຣີ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບອຳນາດການປົກຄອງເມືອງ 3, ນະຄອນຫຼວງ ​​Budapest ຈັດຕັ້ງວັນວັດທະນະທຳ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຄື: ງານວາງສະແດງພາບແຕ້ມ, ຮູບພາບ, ລາຍການຮູບເງົາເອກະສານ, ແນະນຳປະເທດຊາດ, ປະຊາຊົນ ແລະ ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21243.html

In bài biết