08:38 | 27/07/2018

ທ່ານນາຍົກລັດຖະມົນຕີປາດຖະຫນາຢາກໃຫ້ EVFTA ໄດ້ຮັບການລົງນາມໂດຍໄວ

ທ່ານນາຍົກລັດຖະມົນຕີປາດຖະຫນາຢາກໃຫ້ EVFTA ໄດ້ຮັບການລົງນາມໂດຍໄວ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Bernd Lange ປະທານຄະນະກຳມະການການຄ້າສາກົນ.

ຕອນເຊົ້າວັນດຽວກັນ, ທ່ານປະທານຄະນະກຳມະການການຄ້າສາກົນຂອງ ລັດຖະສະພາເອີລົບ Bernd Lange ກໍ່ໄດ້ພົບປະກັບລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ທ່ານ ດ່າວງອກຢູງ. ທ່ານລັດຖະມົນຕີ ດ່າວງອກຢູງຢືນຢັນ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງກ່ຽວກັບແຮງງານໃນ ສັນຍາ EVFTA ຢ່າງເຂັ້ມງວດ ແລະ ພວມຮີບເຮັ່ງສ້າງສຳເລັດລະບົບນະໂຍບາຍກ່ຽວຂ້ອງເຖິງການລົງນາມສັນຍາ EVFTA, ໃນນັ້ນມີປະມວນກົດໝາຍວ່າດ້ວຍແຮງງານ, ຊື່ງແມ່ນ 1 ໃນ 3 ປະມວນກົດໝາຍເປັນພື້ນຖານ ມີຄວາມສຳຄັນ ຖັດຈາກ ລັດຖະທຳມະນູນ.

ທ່ານ Bernd Lange ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ.

“ນີ້ບໍ່ແມ່ນເປັນຄັ້ງທຳອິດຂ້າພະເຈົ້າມາຫວຽດນາມ ແຕ່ເມື່ອມາເຮັດວຽກຢູ່ຫວຽດນາມ ຄັ້ງໃດຂ້າພະເຈົ້າກໍ່ເຫັນການພົວພັນສອງຝ່າຍມີຄວາມຄືບຫນ້າກວ່າອີກ ແລະ ມີບາດກ້າວພັດທະນາຢ່າງຕັ້ງຫນ້າ.”

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2118.html

In bài biết