08:01 | 31/07/2018

ກອງປະຊຸມທົ່ວປະເທດຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ

ກອງປະຊຸມທົ່ວປະເທດຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ

ກອງປະຊຸມທົ່ວປະເທດຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ. (ພາບ: VOV.VN)

ຕາມການຄາດຄະເນແລ້ວ, ທົ່ວປະເທດມີວິສາຫະກິດທີ່ລົງທຶນເຂົ້າຂົງເຂດກະສິກໍາ ຈໍານວນ 49.600 ແຫ່ງ, ກວມເອົາປະມານ 8% ຂອງວິສາຫະກິດທົ່ວປະເທດທັງໝົດ. ບັນດາວິສາຫະກິດລົງທຶນເຂົ້າກະສິກໍາໄດ້ສ້າງວຽກເຮັດງານທໍາໃຫ້ແກ່ຊາວຜູ້ອອກແຮງງານກວ່າ 4,5 ລ້ານຄົນ, ກວມເອົາ 32,5% ຈໍານວນແຮງງານຂອງບັນດາວິສາຫະກິດທັງໝົດ.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍເນັ້ນໜັກເຖິງບົດບາດເປັນໃຈກາງຂອງວິສາຫະກິດ. ທ່ານນາງ ຫງວຽນທິແທັງຖືກ, ປະທານທັງເປັນຜູ້ອໍານວຍການບໍລິສັດ Bagico ແບ່ງປັນວ່າ:

“ຂ້າພະເຈົ້າປາດຖະໜາວ່າ ຫວຽດນາມໄດ້ເປີດປະຕູຕ້ອນຮັບນັກລົງທຶນຫຼາຍທີ່ສຸດ, ສ້າງຕັ້ງບັນດາເຂດລົງທຶນໃຫ້ນັກລົງທຶນຕ່າງປະເທດ, ລົງທຶນເຂົ້າໃນບັນດາທ່າແຮງຂອງເຂົາເຈົ້າ ກ່ຽວກັບຂະແໜງເອເລັກໂຕນິກ, ເຕັກໂນໂລຢີ. ຂະແໜງກະສິກໍາຂອງພວກເຮົາແມ່ນທ່າແຮງໜຶ່ງ, ເປັນຫຍັງພວກເຮົາບໍ່ເຮັດສິ່ງທີ່ກົງກັນຂ້າມ. ພວກເຮົາຄວນມີເຂດຕົວແທນໃຫ້ຫວຽດນາມ ເພື່ອໃຫ້ພວກຂ້າພະເຈົ້າ ເມື່ອໄປຂ້າຂາຍຢູ່ທີ່ນັ້ນ ສາມາດຖືທີ່ນັ້ນປຽບເໝືອນບ້ານຂອງຕົນ, ພວກຂ້າພະເຈົ້າໄດ້ຮັບການປົກປ້ອງ ແລະ ຮັບປະກັນຄວາມປອດໄພ”.

ກອງປະຊຸມນີ້ ແມ່ນໂອກາດເພື່ອຕີລາຄາກ່ຽວກັບບັນດາວຽກງານທີ່ເຮັດໄດ້ດີ ແລະ ວຽກງານທີ່ຍັງຄົງຄ້າງໃນການຊຸກຍູ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກໍາ, ຈາກນັ້ນ ຈຶ່ງວາງມາດຕະການເພື່ອດຶງດູດວິສາຫະກິດລົງທຶນເຂົ້າຂົງເຂດດັ່ງກ່າວຢ່າງແຮງກວ່າອີກ.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

“ກະສິກໍາຂອງຫວຽດນາມຍັງຄົງມີຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຫຼາຍຢ່າງ ທີ່ສາມາດຂຸດຄົ້ນໄດ້, ພິເສດແມ່ນສະໄໝການປະຕິວັດອຸດສາຫະກໍາ 4.0. ລັດຖະບານ ແລະ ປະຊາຄົມວິສາຫະກິດຕ້ອງພ້ອມກັນຮ່ວມແຮງຮ່ວມໃຈນໍາຫວຽດນາມບືນຕົວຂຶ້ນທີ່ຕັ້ງແຖວໜ້າຂອງໂລກ ກ່ຽວກັບຜະລິດຕະພັນກະເສດ. ກະສິກໍາຫວຽດນາມແມ່ນສູນກາງປຸງແຕ່ງລົງເລິກຂອງກະສິກໍາໂລກ, ແມ່ນສູນບໍລິການ logistic ຂອງການຄ້າຂາຍຜະລິດຕະພັນກະເສດທົ່ວໂລກ. ພວກເຮົາມີສິດໄຝ່ຝັນ ແລະ ສາມາດເຮັດໄດ້ຢ່າງສິ້ນເຊີງ”.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2112.html

In bài biết