ບັນດາການເຄື່ອນໄຫວທີ່ໜ້າຕື່ນເຕັ້ນເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ
ໂດຍເຂົ້າຮ່ວມພິທີມີທ່ານນາງ ດັ້ງທິຫາຍເຕີມ, ກົງສຸນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ; ຜູ້ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ບັນດາອົງການອ້ອມຂ້າງສະຖານກົງສູນ, ສະມາຄົມວິສາຫະກິດຫວຽດນາມ (AVILA) ປະຈໍາພາກກາງຂອງລາວ, ສະມາຄົມຊາວຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພ້ອມດ້ວຍນັກຮຽນ, ຄູ-ອາຈານ ແລະ ຜູ້ສະໜັບສະໜູນເປັນຈໍານວນຫຼວງຫຼາຍ.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກກັບນັກຮຽນທີ່ເຂົ້າຮ່ວມການແຂ່ງຂັນ. (ພາບ: Do Ba Thanh/TTXVN) |
ກ່າວຄຳປາໄສທີ່ໄຂເປີດ, ທ່ານນາງ ດັ້ງທິຫາຍເຕີມ ເນັ້ນໜັກວ່າ 80 ປີກ່ອນ, ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ, ປະຊາຊົນ ຫວຽດນາມ ບັນລຸໄດ້ໄຊຊະນະຂອງການປະຕິວັດເດືອນສິງຫາ, ຍາດແຍ່ງອຳນາດໃຫ້ປະຊາຊົນ. ວັນທີ 2 ກັນຍາປີ 1945, ຢູ່ສະໜາມຫຼວງບາດິ່ງ, ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ, ໃຫ້ກຳເນີດປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ - ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ. ນີ້ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດຂອງປະເທດຊາດ, ເປີດຍຸກແຫ່ງເອກະລາດ, ເສລີພາບ, ປະຊາຊົນເປັນເຈົ້າຊີວິດຂອງຕົນ.
ທ່ານນາງ ດັ້ງທິຫາຍເຕີມ ຍັງໄດ້ຢ້ຳຄືນຄຳແນະນຳຂອງປະທານໂຮ່ຈິມິນວ່າ “ຢາກແຮງງານ, ຜະລິດໄດ້ດີ, ປະຕິບັດງານ ແລະ ຮ່ຳຮຽນໄດ້ດີ, ຕ້ອງມີສຸຂະພາບດີ. ຖ້າຢາກມີສຸຂະພາບດີ, ຕ້ອງຄວນອອກກຳລັງກາຍ ແລະ ຫຼິ້ນກິລາເປັນປະຈຳ” ແລະ ຄຳສອນເຫຼົ່ານັ້ນຍັງຖືເປັນຈິງໃນທຸກມື້ນີ້; ພົນລະເມືອງແຕ່ລະຄົນຈະສ້າງກຳລັງແຮງຂອງທົ່ວປະເທດ, ປະກອບສ່ວນສ້າງ “ປະຊາຊົນເຂັ້ມແຂງ, ປະເທດຮັ່ງມີ”.
ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການແຂ່ງຂັນກິລາບານເຕະຄັ້ງນີ້ ຈະປະກອບສ່ວນກໍ່ສ້າງຂະບວນການກິລາ, ຢົກສູງສຸຂະພາບຂອງນັກຮຽນ, ຮັບໃຊ້ການພັດທະນາຂອງແຂວງສະຫວັນນະເຂດ.
ການແຂ່ງຂັນຄັ້ງນີ້ ໄດ້ມີ6 ທີມ ໂດຍມີນັກຮຽນຈາກໂຮງຮຽນທັງໝົດ 80 ກວ່າຄົນ ປະກອບມີ ໂຮງຮຽນຊັ້ນມັດທະຍົມປາຍກິນນອນ ສະຫວັນນະເຂດ, ໂຮງຮຽນ ຊັ້ນມັດທະຍົມປາຍ ໂພນສະຫວັນ, ໂຮງຮຽນ ຊັ້ນມັດທະຍົມປາຍ ສະຫວັນ, ໂຮງຮຽນ ຊັ້ນມັດທະຍົມປາຍ ອຸດົມວິໄລ, ໂຮງຮຽນປະຕິບັດຕົວຈິງ ຂຶ້ນກັບວິທະຍາໄລສ້າງຄູ ສະຫວັນນະເຂດ ແລະ ໂຮງຮຽນ ຊັ້ນມັດທະຍົມປາຍ ລາວ-ຫວຽດນາມ. ບັນດທີມແບ່ງອອກເປັນ 2 ກຸ່ມ A ແລະ B, ແຂ່ງຂັນເຂ່ຍອອກໂດຍກົງ, ແຕ່ລະນັດໃຊ້ເວລາ 20 ນາທີ.
![]() | ການເຄື່ອນໄຫວວັດທະນະທຳຫວຽດນາມ ທີ່ເປັນເອກະລັກສະເພາະຫຼາຍຢ່າງ ໄດ້ດຳເນີນຢູ່ນະຄອນ Budapest, ຮົງກາຣີ. ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຮຸງກາຣີ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບອຳນາດການປົກຄອງເມືອງ 3, ນະຄອນຫຼວງ Budapest ຈັດຕັ້ງວັນວັດທະນະທຳ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຄື: ງານວາງສະແດງພາບແຕ້ມ, ຮູບພາບ, ລາຍການຮູບເງົາເອກະສານ, ແນະນຳປະເທດຊາດ, ປະຊາຊົນ ແລະ ... |
![]() | ທ່ານນາງເລຂາຄະນະພັກແຂວງຕວຽນກວາງ ຮ່າທິງາ ໄດ້ຮັບການເຄື່ອນໄຫວເຂົ້າຮ່ວມຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງຄະນະສູນກາງ. ຍສໝ - ວັນທີ 30 ມິຖຸນາ, ຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງໄດ້ຈັດຕັ້ງກອງປະຊຸມປະກາດໃຊ້ຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັດດາອົງຄະນະສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມ. |
ມີງດຶກ