ຫວຽດນາມ - Morocco: ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ
![]() | ຫວຽດນາມ - Morocco ຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ |
![]() | ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມື ລະຫວ່າງ ຫວຽດນາມ ແລະ Morocco |
ກ່າວຄຳປາໄສທີ່ພິທີ, ທ່ານເອກອັກຄະລັດຖະທູດ Moroccan ປະຈຳ ຫວຽດນາມ Jamale Chouaibi ໃຫ້ຮູ້ວ່າ ພາຍໃຕ້ການນຳພາຂອງເຈົ້າກະສັດ Mohammed VI, Morocco ບັນລຸໄດ້ບັນດາຜົນງານສຳຄັນຫຼາຍຢ່າງໃນຂະບວນການຫັນປະເທດເປັນທັນສະໄໝ, ຫັນເສດຖະກິດເປັນຫຼາກຫຼາຍ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາພະລັງງານທົດແທນ ແລະ ເພີ່ມທະວີການເຊື່ອມຕໍ່ພາກພື້ນ. ບັນດາໝາກຜົນດັ່ງກ່າວແມ່ນເປັນພະຍານໃຫ້ແກ່ວິໄສທັດປະຕິຮູບຢ່າງກ້າຫານ ແລະ ຍຸດທະສາດພັດທະນາໄລຍະຍາວທີ່ Morocco ໄດ້ປະຕິບັດຢ່າງບໍ່ຢຸດຢັ້ງ, ມຸ່ງໄປເຖິງຈຸດໝາຍສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ.
![]() |
ທ່ານເອກອັກຄະລັດຖະທູດ Moroccan ປະຈຳ ຫວຽດນາມ Jamale Chouaibi ກ່າວຄຳປາໄສທີ່ພິທີໄຂເປີດ. (ພາບ: Trung Nghia) |
ທ່ານເອກອັກຄະລັດຖະທູດ Jamale Chouaibi ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດໄດ້ຮັບການກໍ່ສ້າງບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ, ປະຫວັດສາດແຫ່ງການຮ່ວມມືອັນດີງາມ ແລະ ຫຼັກການລວມ. ທ່ານໄດ້ຍົກອອກບັນດາການຢ້ຽມຢາມຂັ້ນສູງເມື່ອບໍ່ດົນມານີ້, ເຊັ່ນ: ການຢ້ຽມຢາມ ຫວຽດນາມ ຂອງປະທານສະພາຕ່ຳMoroccan Rachid Talbi Alami ໃນເດືອນມັງກອນ 2025 ແລະ ການຢ້ຽມຢາມ Morocco ຂອງປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທງເໝີນ, ແມ່ນຫຼັກຖານທີ່ຈະແຈ້ງເຖິງຄວາມຕັດສິນໃຈທາງດ້ານການເມືອງຂອງສອງປະເທດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ.
ທ່ານເອກອັກຄະລັດຖະທູດ Jamale Chouaibi ໄດ້ສະແດງຄວາມປາດຖະໜາວ່າ ການຮ່ວມມືລະຫວ່າງສອງປະເທດຈະສືບຕໍ່ພັດທະນາຢ່າງເຂັ້ມແຂງ, ບົນພື້ນຖານຄວາມຕັດສິນໃຈຮ່ວມມື ເພື່ອກໍ່ສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ໝັ້ນຄົງ.
ທ່ານນາງ ຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ໃຫ້ຮູ້ວ່າ ຫວຽດນາມ ຊົມເຊີຍ Morocco ກ່ຽວກັບບັນດາບາດກ້າວທີ່ຕັ້ງໜ້າໃນການປະຕິບັດ “ວິໄສທັດ 2030”, ພິເສດແມ່ນໃນຂົງເຂດຫັນເປັນອຸດສາຫະກຳ, ການຫັນປ່ຽນພະລັງງານ ແລະ ພັດທະນາແບບຍືນຍົງ. ຫວຽດນາມ ເຊື່ອໝັ້ນວ່າ Morocco ຈະສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຕົນໃນພາກພື້ນ ແລະ ສາກົນ.
![]() |
ທ່ານນາງ ຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ 26 ປີແຫ່ງວັນຂຶ້ນເຈົ້າກະສັດຂອງກະສັດ Mohammed VI ໃນວັນທີ 30 ກໍລະກົດ ຢູ່ ຮ່າໂນ້ຍ. (ພາບ: Trung Nghia) |
ທ່ານນາງ ຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ເນັ້ນໜັກວ່າ ປີ 2025 ແມ່ນຂີດໝາຍສຳຄັນ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ, ຫວຽດນາມ ແລະ Morocco ໄດ້ຮັກສາກົນໄກການເຈລະຈາເປັນປະຈຳ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຈາກການເມືອງ, ເສດຖະກິດ, ການຄ້າເຖິງການສຶກສາ - ບຳລຸງສ້າງ ແລະ ພົບປະແລກປ່ຽນປະຊາຊົນ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ Moroccan ທີ່ໄດ້ໃຫ້ທຶນການສຶກສາຫລາຍຢ່າງໃຫ້ນັກສຶກສາຫວຽດນາມ, ຖືວ່ານີ້ແມ່ນສັນຍາລັກອັນສົດໃສຂອງການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, ສະແດງຄວາມເຊື່ອໝັ້ນວ່າ ລຸ້ນໜຸ່ມຈະເປັນຂົວຕໍ່ອັນໝັ້ນຄົງປະກອບສ່ວນເຂົ້າໃນການພັດທະນາຢ່າງເລິກເຊິ່ງ ແລະ ໝັ້ນຄົງຂອງການພົວພັນຫວຽດນາມ - Morocco ໃນອະນາຄົດ.
![]() | ຫວຽດນາມ - Morocco ຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ ຍສໝ - ຕອນເຊົ້າວັນທີ 26 ກໍລະກົດນີ້, ຢູ່ນະຄອນຫຼວງ Rabat, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ມີການພົບປະກັບທ່ານປະທານສະມາຄົມມິດຕະພາບ Morocco - ຫວຽດນາມ Mustapha El Ktiri ໃນຂອບເຂດການຢ້ຽມຢາມລາຊະອານາຈັກ Morocco ຢ່າງເປັນທາງການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ... |
![]() | ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມື ລະຫວ່າງ ຫວຽດນາມ ແລະ Morocco ຍສໝ - ຄວາມໝາຍທຳອິດຂອງການຢ້ຽມຢາມ ມາຣົກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນໄລຍະຈະມາເຖິງ ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ເຈດຈຳນົງທາງການເມືອງຢ່າງຈິງໃຈຈາກທັງສອງຝ່າຍໃນການຊຸກຍູ້, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ. |
ມີງດຶກ