07:32 | 22/07/2018

Vietjet ລົງນາມຊື້ເຮືອບິນ 150 ລຳ ຈາກ Boeing ແລະ Airbus

Vietjet ລົງນາມຊື້ເຮືອບິນ 150 ລຳ ຈາກ Boeing   ແລະ Airbus

ທ່ານນາງ ຫງວຽນທິເຟືອງຖາວ ຜູ້ອຳນວຍການໃຫຍ່ Vietjet ແລະ ທ່ານ Kevin McAllister ປະທານ-ອຳນວຍການໃຫຍ່ ກຸ່ມບໍລິສັດ Boeing ເຊັນສັນຍາຊື້ຂາຍເຮືອບິນ.

ທ່ານນາງ ຫງວຽນທິເຟືອງຖາວ ຜູ້ອຳນວຍການໃຫຍ່ Vietjet ແລະ ທ່ານ Kevin McAllister ປະທານ-ອຳນວຍການໃຫຍ່ ກຸ່ມບໍລິສັດ Boeing ໄດ້ຮ່ວມລົງນາມໃນສັນຍາຊື້-ຂາຍ ເຮືອບິນ Boeing 737 MAX 100 ລຳ, ມູນຄ່າ 12,7 ຕື້ໂດລາສະຫະລັດ ໃນນັ້ນ 80 ລຳ ແມ່ນລຸ້ນ 737 MAX 10 ລຸ້ນໃຫຍ່ສຸດຂອງ ລຸ້ນ Boeing 737 ແລະ 737 MAX 8 ອີກ 20 ລຳ ລຸ້ນມາດຕະຖານ.

ບໍລິດສັດ Boeing ຈະສົ່ງມອບ ເຮືອບິນທັງໝົດຈຳນວນ 100 ໃຫ້ສາຍການບິນ Vietjet ພາຍໃນໄລຍະເວລາ 4 ປີ (2022-2025).

ສ່ວນສັນຍາສັ່ງຊື້ເຮືອບິນທີ່ລົງນາມກັບ Airbus ແມ່ນບົດບັນທຶກຊ່ວຍຈຳ (MOU) ຈ່ອງຊື້ເຮືອບິນ A321neo ລຸ້ນໃໝ່ລ່າສຸດ 50 ລຳ, ມູນຄ່າ 6,5 ຕື້ ໂດລາສະຫະລັດ ໂດຍຮອງຜູ້ອຳນວຍການໃຫຍ່ Vietjet ແລະ ຜູ້ອຳນວຍການໃຫຍ່ການຄ້າ Airbus ພ້ອມກັນລົງນາມ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2104.html

In bài biết